ຊາວລາວ ຢູ່ໄທຍ ໄປຂໍໜັງສື ຮັບຮອງ ຂໍຢູ່ຕໍ່
2020.09.26
ນັບແຕ່ວັນຈັນ ວັນທີ 21 ຈົນເຖິງວັນທີ 25 ກັນຍາ 2020 ນີ້, ຊາວລາວຢູ່ໄທຍ ຫຼາຍຮ້ອຍຄົນ ໄດ້ພາກັັນໄປ ສະຖານທູຕລາວ ຢູ່ບາງກອກ ແລະ ກົງສູນໃຫຍ່ ຂອງລາວ ທີ່ເມືອງຂອນແກ່ນ ປະເທດໄທຍ ເພື່ອຂໍໜັງສື ຮັບຮອງ ເພື່ອຈະນຳໜັງສືນັ້ນ ໄປຂໍຕໍ່ວີ່ຊ້າ ກັບທາງການໄທຍ ຈຶ່ງສາມາດ ຢູ່ໄທຍຕໍ່ ໄດ້ອີກ 30 ມື້.
ໃນມື້ວັນສຸກ ວັນທີ 25 ກັນຍານີ້, ຊາວລາວ ຫຼາຍສິບຄົນ ໄດ້ລຽນຄິວ ຢູ່ຕໍ່ໜ້າ ສະຖານທູຕລາວ ເພື່ອຂໍໜັງສື ຮັບຮອງ ການຂໍວີ່ຊ້າ ນໍາຕໍາຣວດ ກວດຄົນເຂົ້າເມືອງໄທຍ ຢູ່ຕໍ່ອີກ 30 ມື້.
ໃນມື້ດຽວກັນ, ສື່ມົນຊົນໄທຍ ກໍຣາຍງານວ່າ ຢູ່ກົງສູນໃຫຍ່ ຂອງສປປລາວ ທີ່ເມືອງຂອນແກ່ນ ກໍມີຊາວລາວ ໄປຂໍໜັງສືນັ້ນ ຫຼາຍຮ້ອຍຄົນ ຈົນເຮັດໃຫ້ ການສັນຈອນ ຕິດຂັດ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ຂອງໄທຍ ຜູ້ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກັນຍາ ນີ້ວ່າ:
ທ່ານກ່າວວ່າ “ຕ້ອງມີໜັງສື ຮັບຮອງ ຈາກທາງສະຖານທູຕ ແລ້ວກະໄປຕິດຕໍ່ ຕມ ຄືເກົ່າ ຈະໄດ້ຮັບການ ຂຍາຍຢູ່ຕໍ່ ເທື່ອລະ 30 ມື້ ໄປເລື້ອຍໆ, ບໍ່ໄດ້ໄປຕິດຕໍ່ ສະຖານທູຕ ເພື່ອຂໍອອກ ໜັງສືຮັບຮອງ ແລ້ວກະບໍ່ໄດ້ ໄປຂໍຢູ່ຕໍ່ ກັບ ຕມ. ແນວໃດກໍຕ້ອງ ເດີນທາງ ອອກປະເທດ ພາຍໃນວັນທີ 26 ກັນຍານີ້.”
ທ່ານກ່າວຕື່ມວ່າ ທາງການໄທຍ ໄດ້ຜ່ອນຜັນ ໃຫ້ຄົນລາວ ທີ່ຖືວີ່ຊ້າ ໄລຍະສັ້ນ ປະເພດທ່ອງທ່ຽວ ຢູ່ໄທຍໄດ້ ແຕ່ເດືອນມິນາ ຜ່ານມາ ເຖິງວັນທີ 26 ກັນຍາ 2020 ໂດຍບໍ່ຕ້ອງ ຕໍ່ວີ່ຊ້າ ແລະ ອະນຸຍາດ ໃຫ້ກັບລາວໄດ້ ທຸກມື້. ເມື່ອໝົດກໍານົດ ນັ້ນແລ້ວ, ຫາກຍັງຢູ່ຕໍ່ ແລະ ບໍ່ມີໜັງສືຮັບຮອງ ຈະຖືກປະຕິບັດ ຕາມຣະບຽບ ກົດໝາຍໄທຍ.
ແຕ່ເມື່ອມີເຫດຈໍາເປັນ ຄື 1. ເຈັບປ່ວຍ ຕ້ອງມີໃບຮັບຮອງ ຂອງແພດ ເພື່ອຕິດຕໍ່ ກັບຕໍາຣວດ ກວດຄົນເຂົ້າເມືຶອງໄທຍ ຕາມພາຍຫຼັງ ແລະ 2. ຖ້າບໍ່ມີຖ້ຽວບິນ, ບໍ່ມີຣົດ ຫຼືມີສະຖານະ ການແພ່ຣະບາດ ຂອງໂຄວິດ-19 ຕ້ອງມີໜັງສື ຮັບຮອງຈາກ ສະຖານທູຕລາວ ແລະ ແຈ້ງຕໍ່ຕໍາຣວດ ກວດຄົນເຂົ້າເມືຶອງໄທຍ ເພື່ອຂໍວີ່ຊ້າ ຢູ່ໄທຍ ຊົ່ວຄາວ 30 ມື້. ແລະ ຖ້າຕໍາຣວດ ກວດພົບວ່າ ຜູ້ໃດວີ່ຊ້າໝົດອາຍຸ, ບໍ່ມີໜັງສື ຮັບຮອງ ຈາກສະຖານທູຕ ແລະ ຈາກຕໍາຣວດ ກວດຄົນ ເຂົ້າເມືຶອງໄທຍ ຈະຖືກປັບໃໝ ມື້ລະ ແຕ່ 500 ເຖິງ 2,000 ບາທ ແລະ ຈະບໍ່ໃຫ້ເຂົ້າ ປະເທດໄທຍອີກ.
ກ່ຽວກັບບັນຫາ ທີ່ວ່ານີ້, ຄົນລາວ ທີ່ຖືວີ່ຊ້າທ່ອງທ່ຽວ ໄລຍະສັ້ນ ຢູ່ໄທຍ ຜູ້ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຕົນໄດ້ຂໍໜັງສື ຮັບຮອງ ຈາກສະຖານທູຕລາວ ແລະ ແຈ້ງຕໍ່ຕໍາຣວດ ກວດຄົນ ເຂົ້າເມືຶອງໄທຍ ເພື່ອຂໍຢູ່ໄທຍຕໍ່ 30 ມື້ ຍ້ອນຍັງ ບໍ່ສະດວກ ທີ່ຈະກັບລາວ ຕາມກໍານົດ. ດັ່ງທີ່ຍານາງກ່າວວ່າ:
“ແຕ່ເອື້ອຍ ເປັນນັກທ່ອງທ່ຽວ ເອື້ອຍກະໄປ ຂໍຢູ່ຕໍ່ ເພິ່ນກະຈໍ້າກາ ໃຫ້ໄດ້ 30 ມື້ ເອື້ອຍໄປເຮັດ ວັນທີ 23 ກັນຍາ ແລ້ວກະມາຂໍ ຢູ່ຕໍ່ຄືເກົ່າ ບາດມັນໝົດ ກໍານົດ ວັນທີ 21 ຕຸລາ ເຂົາກະບອກເອື້ອຍ ຈັ່ງຊີ້, ເອື້ອຍນີ້ ເວົ້າຫຼາຍແລ້ວ ພັນດຽວ ຍັງຫຼາຍໄປ ເອື້ອຍກະຢາກໃຫ້ ເຂົາເກັບ 100 ດຽວພຸ້ນ.”
ນາງເວົ້າວ່າ ການໄປຂໍ ໜັງສືຮັບຮອງ ຈາກສະຖານທູຕລາວ ນັ້ນ, ຕ້ອງໄດ້ເສັຽເງິນ ໃຫ້ສະຖານທູຕ 1,900 ບາທ, ເຊິ່ງຖືວ່າ ແພງຫຼາຍ, ແຕ່ກໍຈໍາເປັນ ຕ້ອງໄດ້ຈ່າຍ.
ສ່ວນຄົນງານລາວ ທີ່ມີບັດເຮັດວຽກ ຖືກຕ້ອງ ປະເພດ MOU ໃນໄທຍ ຜູ້ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນ ນີ້ວ່າ ໂຕເອງ ດຽວນີ້ ມີບັດເຮັດວຽກ ຖືກຕ້ອງ ໃນໄທຍແລ້ວ ສາມາດຢູ່ໄທຍໄດ້ ໂດຍບໍ່ຕ້ອງ ຂໍວີ່ຊ້າ, ແຕ່ໄດ້ກາຍເປັນ ຄົນວ່າງງານ ເພາະນາຍຈ້າງ ປິດກິຈການ ຍ້ອນຜົລກະທົບ ຈາກໂຄວິດ-19:
“ບັດທ່ອງທ່ຽວເຂົາຫ້າມ ຕໍ່ແລ້ວນີ້ ເພາະວ່າ ເຂົາບອກວ່າ ຖ້າບໍ່ຕໍ່ ກະຄືຜິດກົດໝາຍ. ເຂົາໃຫ້ກັບ ວັນທີ 26 ເດືອນນີ້ແຫຼະ ບໍ່ໄດ້ເຮັດງານ ຄືກັນນ່າ, ແຕ່ວ່າ ເປັນບັດ MOU ແລ້ວ ເພາະວ່າ ຕົກງານ ຫາງານຢູ່ ກະຢູ່ຊື່ໆ ຢາກເຮັດວຽກ.”
ກ່ຽວກັບເຣື່ອງ ທີ່ວ່ານີ້, ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກັນຍາ ນີ້ວ່າ ທາງການລາວ ກຽມພ້ອມຮັບຄົນລາວ ທີ່ຈະເດີນທາງກັບ ປະເທດຢູ່ແລ້ວ, ເຊິ່ງໄລຍະ ທີ່ຜ່ານມາ ກໍປະຕິບັດ ເຊັ່ນນັ້ນ ມາຕລອດ ແລະ ວ່າ ປັດຈຸບັນ ຢູ່ແຕ່ລະແຂວງ ໄດ້ຍຸບສູນກັກໂຕ ໃຫ້ຍັງເຫຼືອພຽງ ແຂວງລະສູນ ເທົ່ານັ້ນ ຍ້ອນຄົນລາວ ກັບເຂົ້າມາ ເທື່ອລະໜ້ອຍ ບໍ່ໄດ້ເຂົ້າມາ ເປັນກຸ່ມ ຄືໄລຍະທໍາອິດ:
“ມີໆ ມີສູນກັກກັນຢູ່ ສະເພາະຢູ່ນະຄອນ ມີສູນດຽວ ຜ່ານມາ ກະມີການມາທາງດ່ານ ແລ້ວກະແຈ້ງ ເຈົ້າໜ້າທີ່ ແລ້ວກະພວກເຮົາ ກະມີການ ໄປຮັບມາ ເຂົ້າສູນຫັ້ນແຫຼະ.”
ເພື່ອຂໍຮູ້ ເຣື່ອງຄົນລາວ ໄປຂໍໜັງສື ຮັບຮອງ ຈາກສະຖານທູຕ ເພື່ອຂໍຢູ່ໄທຍຕໍ່ ແລະ ຂໍເດີນທາງກັບ ປະເທດລາວ ວ່າມີໜ້ອຍຫຼາຍ ເທົ່າໃດນັ້ນ, ວິທຍຸເອເຊັຽເສຣີ ໄດ້ໄປສະຖານທູຕລາວ ທີ່ບາງກອກ ປະເທດໄທຍ ໃນມື້ວັນທີ 25 ກັນຍາ ນີ້ ເຫັນຄົນລາວຫຼາຍຄົນ ໄປຂໍໜັງສືນັ້ນ, ແຕ່ເຈົ້າໜ້າທີ່ ສະຖານທູຕ ບໍ່ສະດວກໃຫ້ສັມພາດ, ບໍ່ໃຫ້ຖ່າຍຮູບ ແລະ ບໍ່ໃຫ້ຖ່າຍວີດິໂອ.
ອີງຕາມຣາຍງານ ຂອງກະຊວງແຮງງານໄທຍ ປະຈໍາເດືອນສິງຫາ ທີ່ຜ່ານມາ ຄົນລາວທີ່ມີບັດ ອະນຸຍາດ ເຮັດວຽກຖືກຕ້ອງ ທັງປະເພດ ບັດສີບົວ ແລະ ປະເພດ MOU ໃນໄທຍ ມີທັງໝົດ ປະມານ 229,000 ຄົນ. ຂະນະທີ່ ຈໍານວນຄົນງານລາວ ທີ່ເຂົ້າໄປເຮັດວຽກ ຢູ່ໄທຍ ແບບຖືກຕ້ອງ ໃນປີ 2019 ມີປະມານ 235,000 ຄົນ.