ສະພາແຫ່ງຊາດຈະດັດແປງ ຣັຖທັມມະນູນ
2014.10.21
ຄນະ ກັມມະທິການ ທົບທວນ ກົດຫມາຍ ຣັຖທັມມະນູນ ແຫ່ງຊາດ ສປປລາວ ໄດ້ ພົບປະກັນ ໃນ ມື້ວານນີ້ ທີ່ ນະຄອນ ຫລວງ ວຽງຈັນ ເພື່ອ ປຶກສາ ຫາລື ກ່ຽວກັບ ການທົບທວນ ກົດໝາຍ ຣັຖທັມມະນູນ ສະບັບ ປັດຈຸບັນ ທີ່ໄດ້ ປະກາດ ໃຊ້ ໃນປີ 2003.
ກອງປະຊຸມ ໃນ ມື້ວານ ນີ້ ເປັນ ປະທານ ໂດຍ ຍານາງ ປານີ ຢາທໍ່ຕູ່ ປະທານ ສະພາ ແຫ່ງຊາດ ຍານາງ ເວົ້າວ່າ ການ ດັດແປງ ກົດ ຫມາຍ ຣັຖທັມມະນູນ ໃຫມ່ ຈະເນັ້ນໃສ່ ວັກ ທີ່ກ່ຽວກັບ ການປົກຄອງ ເປັນ ສ່ວນ ໃຫຍ່ ດັ່ງ ສະພາ ແຫ່ງຊາດ ສະພາ ປະຊາຊົນ ທ້ອງ ຖິ່ນ ຂັ້ນແຂວງ ແລະ ນະຄອນ ຫລວງ ປະທານ ປະເທດ ຣັຖບານ ຜູ້ປົກຄອງ ທ້ອງຖິ່ນ ສານ ແລະ ອັຍການ ຮ່ວມທັງ ວັກ ທີ່ກ່ຽວພັນ ກັບ ຫ້ອງການ ກວດສອບ ແຫ່ງຣັຖ.
ຍານາງ ວ່າ ກົດໝາຍ ຣັຖທັມມະນູນ ເປັນ ກົດໝາຍ ສຸງສຸດ ຂອງຊາດ ດັ່ງນັ້ນ ການດັດແປງ ກົດໝາຍ ດັ່ງກ່າວ ໂດຍສເພາະ ໃນວັກ ທີ່ກ່າວມາ ຂ້າງເທີງ ນີ້ ເປັນສີ່ງ ສຳຄັນ ຕໍ່ ການພັທນາ ເສຖກິດ ແລະ ສັງຄົມ ແລະ ຣະບົບ ອຳນາດ ການປົກຄອງ ແຫ່ງຣັດ ໃນຍຸກ ປັດຈຸບັນ.
ໃນການ ທົບທວນ ຍັງຈະມີ ການປຶກສາ ຫາລື ກັນ ກ່ຽວກັບ ການຈຳກັດ ອາຍຸສມັຍ ຂອງ ປະທານ ປະເທດ ນຳອີກ ເຊັ່ນ ຕົວຢ່າງ ຜູ້ທີ່ ເປັນ ປະທານ ປະເທດ ຈະ ບໍ່ສາມາດ ຢູ່ໃນ ຕໍາແໜ່ງ ໄດ້ອີກ ຫລັງຈາກ ໄດ້ ຮັບໃຊ້ ໄປແລ້ວ ສອງ ສມັຍ.