ຖແລງການຮ່ວມຂອງອົງການເພື່ອ ສິດທິມະນຸດ ໃນລາວ

ສິດນີ
2014.05.20
F-default ຖແລງການຮ່ວມຂອງອົງການເພື່ອ ສິດທິມະນຸດ ໃນລາວ
RFA

 

ອົງການ ເພື່ອ ສິດທິມະນຸດ ລາວ ໃນຕ່າງ ປະເທດ ຮ່ວມກັບ ອົງການ ສິດທິມະນຸດ ສາກົນ ໄດ້ອອກ ຖແລງການ ຮ່ວມ ຮຽກຮ້ອງ ໃຫ້ ສະຫະພາບ ຢູໂຣບ ເພີ້ມ ມາຕການ ຢ່າງ ແຂງແກ່ນ ໃນຄວາມ ສຳພັນ ແລະ ການໃຫ້ ການ ຊ່ອຍເຫລືອ ລາວ ໃສ່ກັບ ຄວາມ ຄືບຫນ້າ ທາງດ້ານ ສິດທິມະນຸດ ຂອງ ຣັຖບານ ລາວ.

ສອງອົງການ ດັ່ງກ່າວ ພ້ອມທັງ ເຄືອຂ່າຍ ຂອງ ອົງການ ໄດ້ ຮຽກຮ້ອງ ໃຫ້ ສະຫະພາບ ຢູໂຣບ ກົດດັນ ຣັຖບານ ລາວ ທາງ ການເມືອງ ແລະ ເສຖກິດ ໃນການ ກະທຳ ດັ່ງກ່າວ ໂດຍ ເວົ້າວ່າ ສະຫະພາບ ຢູໂຣບ ຕ້ອງໃຊ້ ມາຕການ ທາງດ້ານ ການເມືອງ ທຸກຢ່າງ ເພື່ອ ໃຫ້ຣັຖບານ ລາວ ດຳເນີນ ມາຕການ ຢ່າງ ເດັດຂາດ ໃນການ ແກ້ໄຂ ບັນຫາ ສິດທິມະນຸດ ໃນລາວ ດັ່ງ ບັນຫາ ການຍຶດ ທີ່ດິນ ຂອງ ຊາວບ້ານ ການ ຈໍາກັດ ສິດທິ ໃນການ ປາກເວົ້າ ການສະແດງ ອອກ ການຊຸມນຸມ ການຈັດຕັ້ງ ອົງກອນ ທີ່ ເປັນ ເອກກະຣາດ ແລະ ການ ນັບຖື ສາສນາ ອື່ນ ໃນລາວ.

ອົງການ ສິດທິມະນຸດ ລາວ ດັ່ງກ່າວ ຍັງໄດ້ ຮຽກຮ້ອງ ໃຫ້ ສະພາ ຢູໂຣບ ປົກປ້ອງ ອົງກອນ ສັງຄົມ ໃນລາວ ກຸ່ມ ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ແລະ ຊຸມຊົນ ທີ່ ມີຄວາມ ສ່ຽງ ຊື່ງເປັນ ບັນຫາ ທີ່ ຫນ້າເປັນຫວ່ງ ໃນ ເວລາ ນີ້ ຫລັງຈາກ ທີ່ ທ່ານ ສົມບັດ ສົມພອນ ນັກ ພັທນາກອນ ຄົນສຳຄັນ ຂອງລາວ ຫາຍສາບສູນ ໄປ.

ກຸ່ມ ດັ່ງກ່າວ ຍັງໄດ້ ຮຽກຮ້ອງ ໃຫ້ ສະພາ ຢູໂຣບ ກົດດັນ ຣັຖບານ ລາວ ໃນການ ສືບສວນ ເພີ້ມຕື່ມ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.