ເຮືອບິນກອງທັບລາວ "ຕົກ" ຢູ່ຊຽງຂວາງ
2014.05.17

ເຮືອບິນ ຂອງ ກອງທັບ ລາວ ຕົກ ຢູ່ ແຂວງ ຊຽງຂວາງ ໃນຂະນະ ທີ່ ເດີນທາງ ໄປ ສລອງວັນ ປວັດສາດ ວີຣະຊົນ ທະຫານ ກອງພັນ ທີ 2 ມີ ຄະນະ ຜູ້ນໍາ ແລະ ຜູ້ ຕິດຕາມ ທັງໝົດ 17 ຄົນ ທີ່ ບິນຈາກ ນະຄອນ ຫລວງ ວຽງຈັນ ໄປຍັງ ເມືອງ ຊຽງຂວາງ ໄດ້ເກີດ ອຸບັດຕິເຫດ ຕົກ ໃນຕອນ ຕຣຽມບິນ ລົງເດີ່ນ ໃນຕອນເຊົ້າ ຂອງ ວັນເສົາ ວັນທີ 17 ພຶສພາ ປະມານ 7 ໂມງ. ມີຜູ້ເສັຽ ຊີວິດ ທັງໝົດ 14 ຄົນ ແລະ ລອດ ຊີວິດ 3 ຄົນ. ຕາມການ ຣາຍງານ ຈາກ ຫລາຍ ແຫລ່ງຂ່າວ ຈາກ ນະຄອນ ຫລວງ ວຽງຈັນ.
ໃນຂະນະ ດຽວກັນ ທ່ານ ນາຍພົນ ຈັຕຕະວາ ບຸນຊູ ນາມມະຈັກ ຫົວໜ້າ ກອງ ບັນຊາການ ປ້ອງກັນ ຄວາມສງົບ ນະຄອນ ຫລວງ ວຽງຈັນ ໄດ້ຢືນຢັນນ ເຫດການ ເຮືອບິນ ຕົກວ່າ:
"ເອີ້ ກ່າເສັຽຫາຍ ໜັກຫນ່ວງ ຫັ້ນແຫລະ ຕາມແຈ້ງມາ ຫັ້ນນະ ແຕ່ວ່າ ສາເຫດ ແນວໃດ ແນວໃດ ດຽວນີ້ ຄະນະ ນຶ່ງ ພວມຂື້ນໄປ ຕິດຕາມ ໄປເກັບກໍາ ສະພາບ ຣະອຽດ ແລ້ວ ຈະມາ ລາຍງານ ການນໍາ ກ່າເສັຽຫັ້ນ ແລ້ວ ພວກ ຂີ່ຍົນໄປ ແຫລ່ງຂ່າວ ວ່າ ເຮືອບິນລໍາ ດັ່ງກ່າວ ໄດ້ຕົກລົງ ຢູ່ເຂດ ບ້ານນາດີ ເມືອງແປກ".
ໃນຈໍານວນ ຜູ້ທີ່ ເດີນທາງ ໄປນໍາ ເຮືອບິນ AN-74 ພິເສດ ລໍານີ້ ມີ ບຸກຄົນ ຣະດັບ ການນໍາ 4 ຄົນ ຄື: ທ່ານ ພົນໂທ ດວງໃຈ ພິຈິດ ສະມາຊິກ ກົມ ການເມືອງ ຣັຖມົນຕຣີ ກະຊວງ
ປ້ອງກັນ ປະເທດ, ທ່ານ ທອງບັນ ແສງອາພອນ ສະມາຊິກ ກົມ ການເມືອງ ຣັຖມົນຕຣີ ປ້ອງກັນ ຄວາມສງົບ ພາຍໃນ, ທ່ານ ສຸກັນ ມະຫາຣາຊ ເຈົ້າຄອງ ກໍາແພງ ນະຄອນ ຫລວງ ວຽງຈັນ, ທ່ານ ເຈືອງ ສົມບູນສຸກ ປະທານ ກໍາມະການ ໂຄສະນາ ແລະ ອົບຮົມ ສູນກາງພັກ.
ຕາມຣາຍຊື່ ຜູ້ໂດຍສານ ໃນ ຖ້ຽວບິນນີ້ ນອກຈາກ ຜູ້ນໍາ ທັງ 4 ຄົນ ນີ້ແລ້ວ ກໍມີຄື: ຍານາງ ທັນດາ ພິຈິດ ພັລຍາ ຂອງ ທ່ານ ດວງໃຈ ພິຈິດ, ພັນຕຣີ ແພງລໍາພົງ ນະຈັນທີ ເລຂາ ປະຈໍາ ທ່ານ ດວງໃຈ ພິຈິດ, ວ່າທີ່ ຮ້ອຍຕຣີ ເລ້ ສີພັນ ຄົນໃກ້ຊິດ ຂອງ ທ່ານ ດວງໃຈ ພິຈິດ, ຮ້ອຍເອກ ຄໍາປານ ແສງມາລາ ຜູ້ຂັບລົດ ໃຫ້ ທ່ານ ດວງໃຈ ພິຈິດ, ດຣ. ຄໍາຫລ້າ ແພດ ປະຈໍາ ທ່ານ ສຸກັນ ມະຫາຣາດ.
ຄະນະ ເຈົ້າໜ້າທີ່ ການບິນ ປະກອບ ດ້ວຍ: ພັນເອກ ບຸນເເອື້ອ ໝັ້ນ ມະນີວົງ, ພັນໂທ ສົມພອນ, ພັນໂທ ຄຸດແກ້ວ, ພັນໂທ ມີ ພູວິໄລ, ພັນໂທ ພອຍຄໍາ, ທັງໝົດ ນີ້ ເສັຽຊີວິດ. ສ່ວນຜູ້ ລອດ ຊີວິດ ແລະ ໄດ້ຮັບ ບາດເຈັບ ສາຫັດ ມີຄື ສິບເອກ ຄໍາຫລ້າ ຄົນໃກ້ ຊິດ ຂອງ ທ່ານ ທອງບັນ ແສງອາພອນ, ດຣ. ກິ່ງແກ້ວ ແພດ ປະຈໍາ ກົມ ຮັກສາ ສຸຂພາບ ສູນກາງ ແລະ ນາງ ພາວັນ ພະນັກງານ ຮັບໃຊ້ ກອງທັບ ອາກາດ.
ແຫ່ລງຂ່າວ ທີ່ ເຊື່ອຖືໄດ້ ທີ່ ສອບຖາມ ໄປນີ້ ເວົ້າວ່າ ເຫດຍົນຕົກ ຄັ້ງນີ້ ເຮັດໃຫ້ ປະຊາຊົນ ລາວ ມີຄວາມ ໂສກເສົ້າ ເພາະ ຫລາຍຄົນ ຕັ້ງຄວາມ ຫວັງວ່າ ໃນ ຈໍານວນ ຜູ້ນໍາ ຊຸດນີ້ ຈະເປັນ ຜູ້ນໍາ ຊຸດໃໝ່ ທີ່ ຈະນໍາພາ ການປ່ຽນແປງ ພາຍໃນ ປີ 2015 ນີ້.