ຜູ້ໃຊ້ເນັຕວ່າບໍ່ຢ້ານພັກ-ຣັດ

ມະນີຈັນ
2015.10.05
F-internet ອິນເຕິເນັດ ຄື ຄັງຂອງຂໍ້ມູນ ຈາກທົ່ວໂລກ
Citizen Journalist

ຊາວລາວ ທີ່ ໃຊ້ ສື່ສັງຄົມ ອອນລາຍ ຈຳນວນ ນຶ່ງ ຢືນຢັນວ່າ ບໍ່ໄດ້ ຢ້ານກົວ ແລະ ຍັງຈະໃຊ້ ສື່ສັງຄົມ ອອນລາຍ ສະແດງ ຄຳເຫັນ ຂອງ ພວກຕົນ ຕາມ ປົກກະຕິ ຢູ່ ຕໍ່ໄປ, ຂນະທີ່ ອີກ ຈຳນວນ ນຶ່ງ ເລີ່ມ ກັງວົນ ຫລັງມີ ກໍຣະນີ ທ້າວ ບຸນທັນ ທໍາມະວົງ ຖືກ ຕັດສິນ ລົງໂທດ ຈຳຄຸກ ເຖິງ 4 ປີ ກັບ 9 ເດືອນ. ຊາວຫນຸ່ມ ລາວ ຜູ້ນຶ່ງ  ໃຫ້ ສຳພາດ ຕໍ່ ເອເຊັຽ ເສຣີ ວ່າ:

"ທ່ານເຮັດ ເພື່ອໃຫ້ ໂລກ ໄດ້ຮູ້ວ່າ ຣັຖບານ ລາວ ເຮັດຫຍັງ ຢູ່ ໃນ ປັດຈຸບັນ ບໍ່ໄດ້ເຮັດ ເພື່ອ ປະຊາຊົນ ລາວ ແຕ່ເຮັດ ເພື່ອ ຕົວເອງ. ສິ່ງທີ່ ທ້າວບຸນທັນ ເຮັດແມ່ນການ ສະແດງອອກ ທາງ ການເມືອງ ໂດຍ ສ່ວນຕົວ ຂ້າພະເຈົ້າ ຄິດວ່າ ທ້າວ ບຸນທັນ ບໍ່ຜິດ ເພາະວ່າ ຍຸກນີ້ 2015 ບໍ່ແມ່ນ 1975 ສ່ວນຕົວ ຂອງ ຂ້າພະເຈົ້າ ກະບໍ່ຢ້ານ ກໍ ຈະໃຊ້ ໂລກ ອອນລາຍ ຄືເກົ່າ. ຢາກຝາກ ທຸກຄົນ ບໍ່ຕ້ອງ ຢ້ານ ບໍ່ຕ້ອງກົວ. ສິ່ງ ທີ່ເຮົາເຮັດ ຖ້າມັນ ຖືກຕ້ອງ ຄືບໍ່ຜິດ. ເຮົາເຮັດ ໃນສິ່ງທີ່ ເຮົາເຫັນ ບໍ່ຜິດ".

ກ່ຽວກັບ ເຣື້ອງນີ້ ເອເຊັຽ ເສຣີ ໄດ້ຖາມໄປ ຍັງນັກ ວິຊາການ ລາວ, ທ່ານ ໃຫ້ ຄຳເຫັນວ່າ ການໃຊ້ ສື່ສັງຄົມ ອອນລາຍ ໃນ ປັດຈຸບັນ ມີ ປໂຍດຫຼາຍ ໃນດ້ານ ການ ແລກປ່ຽນ ຂໍ້ມູນ ຂ່າວສານ ທົ່ວໂລກ ຢ່າງ ວ່ອງໄວ ຮວມທັງ ການ ຊື້-ຂາຍ ສິນຄ້າ, ເຮັດ ທຸຣະກິດ; ຖ້າ ປະຊາຊົນ ລາວ ນຳໃຊ້ ສື່ສັງຄົມ ອອນລາຍ ໃນທາງ ຖືກຕ້ອງ ບໍ່ຣະເມິດ ກົດໝາຍ ກໍບໍ່ເປັນ ປັນຫາ:

"ຖ້າວ່າ ນຳໃຊ້ ທາງ ທຸຣະກິດ ກະໃຊ້ ທຸຣະກິດ ບໍ່ໃຊ້ ການເມືອງ. ຖ້າວ່າ ນຳໃຊ້ ການເມືອງ ໃນ ທຸຣະກິດ ກະ ບໍ່ຖືກຕ້ອງ. ຫຼາຍຄົນ ກະບໍ່ ເຫັນດີດອກ ບໍ່ແມ່ນ ແຕ່ ຄົນ ລາວ ດອກ ຄົນຕ່າງ ປະເທດ ກະຄືກັນ ຖ້າເຮັດ ສິ່ງ ຖືກຕ້ອງ ກໍຊົມເຊີຍ ບໍ່ເປັນຫຍັງ. ຖ້ານຳໃຊ້ ອິນເຕີເນັຕ ໄປ ຫມິ່ນ ໃນຫລວງ ປະເທດໃດ ກະນັບຖື ບໍ່ໄດ້ ຄັນຊັ້ນ ຣັຖບານ ລາວ ກໍ ຮັບບໍ່ໄດ້ ຖ້າມີຜູ້ດ່າ ຣັຖບາ ນລາວ ກະຮັບ ບໍ່ໄດ້ ກໍ ເຫມືອນກັນ".

ທ່ານກ່າວ ຕື່ມວ່າ ເຟສບຸຄ ເປັນ ສື່ສັງຄົມ ອອນລາຍ ທີ່ ຄົນລາວ ເລີ່ມໃຊ້ ກັນມາ ແຕ່ປີ 2006 ແລະ ນິຍົມ ໃຊ້ຫຼາຍ ໃນ ລະຍະ 5 ປີ ຜ່ານມາ ນີ້. ເນື່ອງຈາກ ປັດຈຸບັນ ມີຜູ້ໃຊ້ ເຟສບຸຄ ແລກປ່ຽນ ຂໍ້ມູນກັນ ຢ່າງ ຫຼວງຫຼາຍ ທັງທີ່ມີ ປໂຍດ ແລະ ບໍ່ມີປໂຍດ ຈຶ່ງ ເຮັດໃຫ້ ຜູ້ນຳໃຊ້ ບາງຄົນ ເລີ່ມ ຮູ້ສຶກວ່າ ສື່ສັງຄົມ ອອນລາຍ ເປັນສິ່ງທີ່ ຫນ້າ ເບື່ອ ໄປ ແລ້ວ.

ສຳລັບ ກໍຣະນີ ທ້າວ ບຸນທັນ ຖືກ ສານ ປະຊາຊົນ ນະຄອນຫລວງ ວຽງຈັນ ຕັດສິນ ລົງໂທດ ຈຳຄຸກ 4 ປີ ກັບ 9 ເດືອນ ຫລັງຈາກ ໂທຣະທັດ ກະຊວງ ປ້ອງກັນ ຄວາມ ສງົບ ຂອງລາວ ແລະ ສຳນັກງານ ຂ່າວຕ່າງໆ ໃນລາວ ໄດ້ ຣາຍງານ ເຣື່ອງນີ້, ຂ່າວນີ້ ກໍມິດ ງຽບໄປ ໂດຍທີ່ ທາງການ ລາວ ບໍ່ໄດ້ ຊີ້ແຈງ ເພິ່ມຕື່ນວ່າ ການກະທຳ ຂອງ ທ້າວ ບຸນທັນ ທີ່ວ່າ ໃສ່ຮ້າຍ ປ້າຍສີ ພັກ-ຣັຖນັ້ນ ມີຣາຍລະອຽດ ແນວໃດ ແລະ ສະພາບການ ຄຸມຂັງ ຜູ້ກ່ຽວ ໃນ ປັດຈຸບັນ ນີ້ ກໍບໍ່ມີໃຜ ຮູ້ ຣາຍລະອຽດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.