ປຣາກຽນວິຣະວົງສ໌ຈະບັລຍາຍ ປວັດສາດ ລາວ-ໄທ

ໂພໄຊສວັດ
2014.10.14
F-panay ມະຫາສີລາ ວີຣະວົງສ໌ (ຊ້າຍ) ທ່ານ ປຣາກຽນ ວິຣະວົງສ໌ (ຂວາ)
RFA

 

ທ່ານ ປຣາກຽນ ວິຣະວົງສ໌ ເປັນຄົນ ລາວ-ອອສເຕຣລຽນ ທັງ ຍັງເປັນ ປະທານ ຂະບວນການ ເພື່ອ  ສິທທິມະນຸສ ລາວ-ອອສເຕຣລຽນ ຈາກ ຄອບຄົວ ນັກ ປວັດສາຕ ແລະ ຜູ້ຮອບຮູ້ ດ້ານພາສາ ແລະ ວັນນະຄະດີ ລາວ ໄດ້ ເດີນທາງ ເຖິງ ສະຫະຣັດ ອະເມຣິກາ ເພື່ອ ບັລຍາຍ ກ່ຽວກັບ ຄວາມເປັນມາ ຂອງ ພາກ ອິສານ ຢູ່ ມະຫາວິທຍາໄລ Madison Wisconsin. ນອກຈາກ ນັ້ນແລ້ວ ທ່ານ ຈະໄດ້ ໄປກ່າວ ກ່ຽວກັບ ເຣື່ອງ ຄົນລາວ ນອກປະເທດ ຫລັງຈາກ ໄດ້ ພັດພາກ ຈາກ ບ້ານເມືອງມາ ໄດ້ເຮັດຫຍັງ ເພື່ອ ປະເທດຊາດ ແດ່ ຊຶ່ງ ຈະຈັດຂຶ້ນ ຢູ່ ວັດລາວ Wisconsin ນຳອີກ. ທ່ານ ປຣາກຽນ ໄດ້ກ່າວ ກ່ຽວກັບ ການ ເດີນທາງ ເພື່ອ ບັລຍາຍ ໃນເທື່ອນີ້ ວ່າ:

"ເຣື່ອງທີ່ ຂ້າພະເຈົ້າ ຊິ ໄປເວົ້ານີ້ ກໍແມ່ນ ໃນນາມ ໄທ Studies ຫລືວ່າ ໄທ ສຶກສາ. ເຮົາເປັນ ຄົນລາວຢູ່ ແຕ່ບັງເອີນ ພໍ່ເພິ່ນເຄີຍ ເວົ້າ ສູ່ຟັງ ວ່າໄດ້ ກໍ່ການ ກັບໝູ່ ຄູ່ແດ່ ຫລາຍຄົນ. ຈະເວົ້າ ເຣື່ອງໄທ ກັບ ພາກ ອິສານ ນີ້ແຫລ໋ະ ແຕ່ເວລາ ໄປເວົ້າຢູ່ ວັດລາວ Wisconsin ຫັ້ນ ແມ່ນເວົ້າ ໃນນາມ ຄົນລາວ ເຮົາ ຊິມາ ຟັງ ກ໋ະຊິເວົ້າ ເຣື່ອງ ຄົນລາວ ນອກປະເທດ ວ່າພວກເຮົາ ໄດ້ເຮັດ ຫຍັງແດ່ ນັບຕັ້ງແຕ່ ອອກຈາກ ປະເທດ ກ່ຽວກັບ ຊາດ ບ້ານເມືອງ".

ສຳລັບ ການ ບັລຍາຍ ຢູ່ ມະຫາວິທຍາໄລ Madison-Wisconsin ມີກຳນົດ ຈັດຂຶ້ນ ໃນມື້ສຸກ ວັນທີ 24 ຕຸລາ 2014 ເວລາ 4 ໂມງຫາ 6 ໂມງແລງ ຊຶ່ງ ມີຫົວຂໍ້ວ່າ “ຈື່ຈຳ ຈາກປາກ ມະຫາສີລາ ວີຣະວົງສ໌” ແລະ ການ ກ່າວ ຢູ່ ວັດລາວ Wisconsin ຈະຈັດຂຶ້ນ ໃນມື້ ຕໍ່ມາ ວັນເສົາ ວັນທີ 25 ຕຸລາ 2014 ເວລາ 1 ໂມງຫາ 3 ໂມງແລງ. ຫາກ ທ່ານສົນໃຈ ຢາກເຂົ້າຮ່ວມ ຮັບຟັງ ສົນທະນາ ຮຽນຮູ້ ຂໍເຊີນ ຕິດ ຕໍ່ ibaird@wisc.edu ຫລື Dr Ian Baird ໂທຣະສັບ ເລກທີ 608 285 5504.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.