ເລັ່ງຂຶ້ນທະບຽນ ຄົນງານລາວ ໃນເຂດ ສາມຫຼ່ຽມຄຳ
ກະຊງງແຮງງານ ແລະ ສວັດດີການສັງຄົມ ເລັ່ງຂຶ້ນທະບຽນຄົນງານລາວ ທີ່ເຮັດວຽກຢູ່ໃນ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອໃຫ້ງ່າຍໃນກວດກາ ແລະ ຄຸ້ມຄອງ ໃຫ້ເປັນໄປຕາມລະບຽບ ກົດໝາຍ ຂອງປະເທດລາວ.
-
ອຸ່ນແກ້ວ
2022-08-22 -
-
-
Your browser doesn’t support HTML5 audio
ກະຊງງແຮງງານ ແລະ ສວັດດີການສັງຄົມ ເລັ່ງຂຶ້ນທະບຽນຄົນງານລາວ ທີ່ເຮັດວຽກຢູ່ໃນເຂດ ເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອໃຫ້ງ່າຍໃນກວດກາ ແລະ ຄຸ້ມຄອງ ໃຫ້ເປັນໄປຕາມລະບຽບກົດໝາຍ ຂອງປະເທດລາວ.
ມາຮອດປັດຈຸບັນ, ທາງການລາວ ສາມາດຂຶ້ນທະບຽນ ຄົນງານລາວແລ້ວ ປະມານ 1,000 ປາຍຄົນ ແລະ ຍັງຈະສືບຕໍ່ ຂຶ້ນທະບຽນໄປເລື້ອຍ ຈົນກວ່າຈະຄົບທຸກຄົນ.
ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ຕ້ອງໄດ້ລົງທະບຽນ ຈັ່ງສາມາດເຂົ້າມາເຮັດວຽກໄດ້. ເຣື່ອງຄ່າໃຊ້ຈ່າຍ ເກັບຄ່າທັມນຽມ, ຕາມທາງບໍຣິສັດຫັ້ນແຫຼະ ບໍ່ມີບັນຫາເນາະ ດຽວນີ້ ງ່າຍເນາະ ງ່າຍຢູ່.”
ທ່ານ ກ່າວຕື່ມວ່າ ການຂຶ້ນທະບຽນຄົນງານລາວ ເຣີ່ມມາແຕ່ ຕົ້ນເດືອນສິງຫາ 2022 ໂດຍການຂຶ້ນທະບຽນຄົນງານ ຍັງບໍ່ພົບຂໍ້ຫຍຸ້ງຍາກ ທີ່ເປັນບັນຫາ, ແຕ່ຍັງມີຄົນງານລາວ ມາຂຶ້ນທະບຽນໜ້ອຍ ເຊິ່ງທາງການລາວ ຈະພະຍາຍາມຊຸກຍູ້ ແລະ ປະຊາສັມພັນໃຫ້ຄົນງານລາວ ຫັນມາຂຶ້ນທະບຽນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃຫ້ໄດ້ຢ່າງໜ້ອຍ 400-500 ຄົນ ຕໍ່ມື້.
ໃນຂະນະທີ່ ນາຍໜ້າຮັບ-ສົ່ງຄົນງານ ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ກ່າວວ່າ ຄົນງານລາວ ສ່ວນໃຫຍ່ ທີ່ເຮັດວຽກ ຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ຫຼື ມີແຜນໄປເຮັດວຽກ ໃນເຂດດັ່ງກ່າວ ບໍ່ສົນໃຈ ທີ່ຈະໄປຂຶ້ນທະບຽນ ຕາມລະບຽບກົດໝາຍ ຍ້ອນວ່າ ການຂຶ້ນທະບຽນຄົນງານ ມີຄ່າໃຊ້ຈ່າຍສູງ.
ຄ່າຂຶ້ນທະບຽນຕໍ່ຄົນ ມີລາຄາຢູ່ທີ່ 75,000 ກີບ ສຳລັບຄົນລາວ, ແຕ່ຄົນງານຕ່າງປະເທດ ຈະເສັຽ 150,000 ກີບ ແລະ ຍັງມີຄ່າກວດສຸຂພາບ ປະຈຳປີ 250,000 ກີບ ຕໍ່ຄົນ. ສະເລັ່ຽແລ້ວ ຈະມີຄ່າໃຊ້ຈ່າຍຢ່າງໜ້ອຍ 325,000 – 400,000 ກີບ ແລະ ຍັງຈະມີຄ່າບໍຣິການອື່ນໆ ອີກຈຳນວນນຶ່ງ.
ຄົນງານໃໝ່ ທີ່ຈະເຂົ້າໄປເຮັດວຽກໃນ ເຂດເສຖກິຈພິເສດສາມຫລ່ຽມຄຳ ຈະຕ້ອງຈ່າຍຄ່າບໍຣິການອື່ນໆອີກ ຫຼາຍຢ່າງ ສະນັ້ນ ມັນຈຶ່ງເຮັດໃຫ້ຄົນງານລາວຈຳນວນນຶ່ງ ເລືອກທີ່ຈະລັກເຂົ້າໄປເຮັດວຽກ ໂດຍບໍ່ຜ່ານຂັ້ນຕອນນີ້ ແລະ ບໍ່ຕ້ອງການໃຫ້ທາງການລາວ ໄປຕິດຕາກວດກາການເຮັດວຽກຂອງໂຕເອງ.
ນາຍໜ້າຮັບ-ສົ່ງຄົນງານ ເຂົ້າໄປເຮັດວຽກໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ເອີ! ດຽວນີ້ນິ ສ່ວນຫຼາຍມີແຕ່ລັກເຂົ້າເນາະ. ເພາະວ່າ ເອກສານກະບໍ່ໄດ້ສຳຄັນຫຍັງ, ມີແຕ່ ຜ່ານໜ້າດ່ານມານີ້ກະບໍ່ມີຄວາມໝາຍແລ້ວນ່າ. ເຂົາກະບໍ່ຢາກເຮັດ ແມ່ນມັນຫຼາຍແນວຫັ້ນແຫຼະ ຄວາມໝາຍເຂົ້າໄປແລ້ວ. ມັນກະຄືກັນຫັ້ນນ່າ.”
ຄົນງານລາວບາງຄົນ ທີ່ເຮັດວຽກ ກໍຂຶ້ນທະບຽນຖືກຕ້ອງ ຕາມກົດໝາຍ ເພາະວ່າວຽກທີ່ເຮັດປັດຈຸບັນ ເປີດເຜີຍຢ່າງຈະແຈ້ງ ແລະ ສ້າງຄວາມຮັບປະກັນຕົນໂຕເອງ ໃນກໍລະນີ ເມື່ອເກີດບັນຫາຂຶ້ນ ກໍຈະໄດ້ຮັບການຄຸ້ມຄອງຕາມກົດໝາຍຄົນງານລາວ ທີ່ເຮັດວຽກຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ຄົນນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ທຸກຄົນທີ່ໄດ້ເຂົ້າໄປ ຕ້ອງຂຶ້ນທະບຽນໝົດ. ລົງທະບຽນໝົດ ຈັ່ງຜ່ານເຂົ້າໄປ ແລ້ວກໍກວດເລືອດນຳ. ເຮັດແນວນັ້ນກະໄດ້ ຖ້າບໍ່ຢາກຂຶ້ນ [ທະບຽນ] ກະແຕ່ມີທາງເຂົ້າອື່ນ ຄືແບບລັກເຂົ້າເອົາ ແນວນັ້ນກະໄດ້.”
ຄົນງານລາວ ຈຳນວນນຶ່ງ ທີ່ເຂົ້າໄປເຮັດວຽກ ກັບຄົນຈີນແບບບໍ່ຂຶ້ນທະບຽນ ຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ຖືກນາຍຈ້າງຈີນ ເອົາປຽບ, ຂົ່ມຂູ່ ແລະ ບັງຄັບໃຫ້ເຮັດວຽກ, ສະນັ້ນ ການຂຶ້ນທະບຽນກໍເປັນວິທີ ການນຶ່ງ ໃນການປົກປ້ອງ ຄົນງານລາວ.
ຄົນງານລາວອີກຄົນນຶ່ງ ຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ແມ່ນໆ ເຂົ້າເຮັດລະບົບໃໝ່. ເຂົາຊິໃຫ້ດູແລທົ່ວເຖິງນ່າ ຖ້າມີບັນຫາຫຍັງນ່າ ມັນມີບັນຫາຫຼາຍ ເຂົາເລີຍແກ້ ມັນຈັ່ງບໍ່ມີຫາງສຽງ [ການຂຶ້ນທະບຽນ] ກະແລ້ວແຕ່ຮ້ານເຂົາ ຂໍ້ຕົກລົງຂອງຮ້ານແຈ້ງໄປເອງ.”
ຄົນລາວ ຜູ້ທີ່ໄປເຮັດທຸຣະກິຈ ຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ຈະມີໃບອະນຸຍາດເຂົ້າ-ອອກ. ຄົນລາວຜູ້ທີ່ປະກອບການຮ້ານອາຫານ ຢູ່ຕລາດດອນ 20 ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ບໍ່ໄດ້ຂຶ້ນນ່າ ເພາະວ່າ ຂອງຊຸມຂ້ອຍເປັນຄົນລາວ, ມັນບໍ່ໄດ້ ຂຶ້ນຫຍັງເລີຍ. ມີແຕ່ເຂົາ ຫາກເຮັດໃບໃຫ້ ໃບສັນຍານີ້. ເຂົາໃຫ້ຂຶ້ນຫັ້ນແຫຼະ ເຂົາຢ້ານເປັນແຮງງານເຖື່ອນວ່າ ຈັ່ງຊີ້ ແຕ່ວ່າ ຖ້າເຮົາມາປະກອບທຸຣະກິຈ ໃຫ້ບັດເຂົ້າ-ອອກກໍແລ້ວ.”
ໃນເບື້ອງຕົ້ນ ເຈົ້າໜ້າທີ່ ຈະຂຶ້ນທະບຽນຄົນງານລາວກ່ອນ ແລະ ເຈົ້າໜ້າທີ່ ມີແຜນຈະຂຶ້ນທະບຽນຄົນງານຈີນ, ພະມ້າ ແລະ ສັນຊາຕອື່ນໆ ໃນຕົ້ນປີ 2023.
ຄົນງານຕ່າງປະເທດ ທີ່ເຂົ້າມາເຮັດວຽກໃນເຂດດັ່ງກ່າວ ແບບຂຶ້ນທະບຽນຖືກຕ້ອງ ກໍບໍ່ມີບັນຫາຫຍັງ ຍ້ອນວ່າ ເຂົາເຈົ້າໄດ້ຮັບການຄຸ້ມຄອງ ຕາມລະບຽບກົດໝາຍ ຂອງປະເທດລາວ.
ເຈົ້າໜ້າທີ່ ຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ເຂົ້າປະເທດແບບຖືກຕ້ອງ ກະບໍ່ມີບັນຫາດອກ, ແມ່ນໃຫ້ມັນຖືກຕ້ອງເຈົ້າ ມີການຄຸ້ມຄອງແຮງງານເນາະ. ພາຍໃຕ້ລະບຽບກົດໝາຍ ສປປ ລາວ ເຮົານີ້ແຫຼະ.”
ເຖິງຢ່າງໃດກໍຕາມ, ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງບໍ່ແກ້ວ ຍັງບໍ່ສາມາດຣາຍງານໄດ້ວ່າ ຈຳນວນຄົນງານລາວ ແລະ ຄົນງານຕ່າງປະເທດ ຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ວ່າ ມີຫຼາຍໜ້ອຍຂນາດໃດ, ແຕ່ຮຽກຮ້ອງໃຫ້ ຫົວໜ່ວຍທຸຣະແຮງງານ ຜູ້ປະກອບການໃຫ້ຄວາມຮ່ວມມື ຢ່າງເຕັມທີ່ ໃນການລະດົມເອົາຄົນງານລາວ ແລະ ຄົນງານຕ່າງປະເທດ ຢູ່ແຕ່ລະຫົວໜ່ວຍແຮງງານ ໃນແຕ່ລະຕຶກ, ອາຄານ ອອກມາຂຶ້ນທະບຽນ ໃຫ້ຖືກຕາມລະບຽບກົດໝາຍ.
ທາງການລາວ ບໍ່ພຽງແຕ່ຂຶ້ນທະບຽນຄົນງານ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳເທົ່ານັ້ນ ແຕ່ ຍັງໃຫ້ຂຶ້ນທະບຽນຄົນງານ ຢູ່ເຂດເສຖກິຈ ພິເສດບໍ່ເຕັນແດນງາມ ແຂວງຫລວງນ້ຳທາ ເຊັ່ນດຽວກັນທັງໝົດ ເພື່ອເປັນການຕິດຕາມ ກວດກາ ແລະ ຄຸ້ມຄອງຕາມກົດໝາຍຂອງປະເທດລາວ.