ທາງການໄທວ່ານາຍຈ້າງ ຄວນພາ ຄົນງານ ໄປຂຶ້ນ ທະບຽນ
2018.03.08
ປັດຈຸບັນຄົນງານຕ່າງດ້າວ ທັງລາວ ພະມ້າ ແລະ ກັມພູຊາ ຍັງບໍ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງ ຕາມກົດໝາຍ ແຮງງານໄທ ຄົບທຸກຄົນນັ້ນ ຍ້ອນວ່າ ລະບົບການພິສູດສັນຊາດ ມີການປ່ຽນແປງຢູ່ເລື້ອຍໆ ແລະສ່ວນນຶ່ງ ເຈົ້າໜ້າທີ່ຈາກປະເທດ ຕົ້ນທາງ ທີ່ມາຮັບ ພິສູດສັນຊາດມີ ໜ້ອຍນາຍຈ້າງຍັງບໍ່ຍອມ ພາລູກຈ້າງມາ ຂຶ້ນທະບຽນ. ນາຍົກຣັຖມົນຕຣີຂອງໄທ ທ່ານ ປຣະຍຸດ ຈັນໂອຊາ ໄດ້ກ່າວໃນຣວ່າງ ຢ້ຽມຢາມ ມູນນີທິສົ່ງເສີມ ຄຸນນະພາບ ຊີວີດແຮງງານ ແຂວງສະມຸດສາຄອນວ່າ:
"ທີ່ເຫຼືອເດືອນ ມີນາ ແມ່ນບໍ່ ການຂຶ້ນທະບຽນ ບາດນີ້ການຂຶ້ນທະບຽນ ມັນຊ້າຢູ່ໃສລະ ເພາະມັນຕ້ອງໄດ້ພິສູດ ສັນຊາດ ເພາະຄົນງານ ເຂົ້າເທື່ອແຣກ ບໍ່ໄດ້ພິສູດ ແລະ ເຮົາພິສູດມາຫຼາຍປີແລ້ວ ມັນຕ້ອງເອົາຄົນ ຕົ້ນທາງມາພິສູດ ມຽນມ້າ ມາ ລາວກໍ່ມາ ຊຸດນ້ອຍໆ ພິສູດ ບໍ່ໄດ້ ພໍລະຍະຫຼັງ ກະຕິກາກໍ່ໃຫ້ຢ້ອນກັບໄປພິສູດ ຢູ່ນອກແລ້ວກັບມາພິສູດໃໝ່ ແລະນັ້ນແຫຼະບັນຫາຢູ່ນັ້ນ ແລະຜູ້ປະກອບການກໍ່ຕ້ອງ ເວົ້າກັນຕົງນີ້ ຕ້ອງເສັຽສຣະ ກັນຈັກນ່ອຍວ່າມື້ໃດ ຄວນຕ້ອງເຮັດຫຍັງ ນັດກັບເຈົ້າໜ້າທີ່ ແລ້ວເຮັດໃຫ້ແລ້ວໄປ."
ຕາມຄຳເວົ້າຂອງ ທ່ານ ນາຍົກຣັຖມົນຕຣີໄທ ບັນຫາການຂຶ້ນທະບຽນ ຫລ່າຊ້າ ຫລືບໍ່ມາຂື້ນທະບຽນ ຂອງ ແຮງງານນັ້ນ ສາເຫດນຶ່ງເປັນ ຍ້ອນນາຍຈ້າງ ບໍ່ຍອມສະລະເວລາ ໃຫ້ລູກຈ້າງໄປຂຶ້ນທະບຽນ.
ທ່ານ ສມັກ ທັບທານີ ຜູ້ອຳນວຍການຝ່າຍປ້ອງກັນ ການຄ້າມະນຸດ ມູນນິທິເຄືອຂ່າຍ ສົ່ງເສີມຄຸນນະພາບ ຊີວິດແຮງງນບອກວ່າ ຣັຖບານ ແລະ ອົງການສາກົນມີ ຄວາມກັງວົນຫຼາຍ ຕໍ່ການບໍ່ມາຂຶ້ນທະບຽນແຮງງານ ນາຍຈ້າງຄິດວ່າ ຣັຖບານຈະຂຍາຍ ເວລາຕື່ມ ຫຼັງຈາກວັນທີ 30 ມີຖຸນາ ນີ້ ຈະບໍ່ມີການ ຂຍາຍເວລາຕື່ມແລ້ວ ແລະ ຈະເອົາຜິດນາຍຈ້າງ ແລະ ລູກຈ້າງ.
ໃນການພິສູດສັນຊາດເອງ ສຳລັບອ້າຍນ້ອງ ທີ່ເປັນຄົນເຂົ້າມາ ທີ່ມີນາຍຈ້າງເກົ່າຢູ່ແລ້ວ ແລະຕ້ອງດຳເນີນການເລື່ອງ ຂອງເອກກະສານ ບໍ່ວ່າຈະເປັນບັດ ຫລືວ່າເລື່ອງ ຂອງການໄປຕາມຄິດ ທີ່ນັດອີ່ຫຍັງຕ່າງໆ ຕົວນີ້ມັນມີ ຣາຍລະອຽດ ຫຼາຍຢ່າງແຕ່ວ່າ ທ່ານນາຍົກ ກໍໄດ້ ກຳຊັບ ຣັຖມົນຕຣີ ຮັບຜິດຊອບວ່າເລັ່ງ ໃຫ້ແລ້ວເສັດ ໃນກຳນົດການ ຄັນບໍ່ແລ້ວເສັດນີ້ ກໍ່ຈຳເປັນຕ້ອງມີການກວດແລ້ວ ກໍ່ເອົາຜິດກັບ ທາງນາຍຈ້າງ ແລ້ວກໍ່ເອົາຜິດກັບຄົນທີ່ບໍ່ ໄດ້ຂຶ້ນທະບຽນພິສູດ ສັນຊາດຢ່າງຖືກຕ້ອງ ໂດຍສະເພາະ ສູນຕ່າງໆ ທີ່ຢູ່ໃນປະເທດໄທ.
ປັດຈຸບັນຄົນງານລາວ ຜູ້ຖືບັດສີບົວ ທີ່ຕ້ອງມາຂຶ້ນທະບຽນ ແຮງງານນັ້ນ ທັງໝົດມີ 68.ພັນຄົນ ແຕ່ຈົນຮອດມື້ນີ້ມີພຽງ 35 ພັັນຄົນເທົ່ານັ້ນ ທີ່ມາພິສູດແລ້ວ ສ່ວນທີ່ເຫຼືອຫາກຍັງບໍ່ມາເຮັດພາຍໃນວັນທີ 30 ມີຖຸນາ 2018 ກໍ່ຈະຖືກດຳເນີນຕາມ ກົດໝາຍ ໂດຍບໍ່ຍົກເວັ້ນ.