ທາງການລາວຂຶ້ນທະບຽນ ຄົນວ່າງງານ

ມະນີຈັນ
2020.05.11
F-Lao-workers ຄົນງານລາວ ທີ່ ເຮັດວຽກຢູ່ແຂວງ ສວັນນະເຂດ
RFA/SS

ກະຊວງແຮງງານ ແລະສວັດດີການສັງຄົມ ກໍາລັງຂຶ້ນທະບຽນຄົນວ່າງງານລາວ ຢູ່ພາຍໃນລາວ ແລະທີ່ກັບມາຈາກຕ່າງປະເທດ ເປັນຕົ້ນ ຈາກປະເທດໄທ ຊຶ່ງໄດ້ຮັບຜົລກະທົບຈາກເຊື້ອພຍາດໂຄວິດ-19 ເພື່ອຫາມາຕການຊ່ອຍເຫລືອ, ດັ່ງເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ພຶສພາ ນີ້ວ່າ:

“ປັດຈຸບັນນີ້ ທາງກະຊວງແຮງງານເຮົາ ໄດ້ມີການຂຶ້ນທະບຽນ ເກັບກໍາຂໍ້ມູນຜູ້ວ່າງງານໄດ້ຮັບຜົລກະທົບ ຈາກໂຄວິດນີ້ນ່າ ທີ່ກັບມາຈາກ ຕ່າງປະເທດ ແລະກະຈາກພາຍໃນປະເທດ ພື່ອຂຶ້ນທະບຽນລະກະ ຣາຍງານຕໍ່ຣັຖບານວ່າ ຜູ້ທີ່ວ່າງງານລະກະຊອກຫາ ວິທີການມາຕການ ແກ້ໄຂໃຫ້ກັບ ແຮງງານທີ່ກັບມານີ້ນ່າ ໃຫ້ມີວຽກເຮັດງານທໍາ."

ທ່ານກ່າວຕື່ມອີກວ່າ ຄົນງານລາວ ທີ່ເດີນທາງກັບມາຈາກຕ່າງປະເທດ ຊຶ່ງຄາດວ່າມີປະມານ 140 ພັນ ປາຍຄົນໃນທົ່ວປະເທດ ແລະມີ ຄົນງານລາວຢູ່ພາຍໃນປະເທດ ຈໍານວນນຶ່ງທີ່ຕົກງານ. ເພື່ອຊ່ອຍເຫລືອ ຄົນງານເຫລົ່ານັ້ນ ຈໍາເປັນຕ້ອງໄດ້ຂຶ້ນທະບຽນ ຍ້ອນວ່າຫລາຍ ປະເທດອ້ອມຂ້າງ ຍັງບໍ່ອະນຸຍາດໃຫ້ຄົນງານລາວ ກັບຄືນໄປເຮັດວຽກໄດ້ ແລະບໍ່ຮູ້ວ່າ ຍັງອີກດົນປານໃດ ພວກເຂົາເຈົ້າຈະໄດ້ໄປ.

ປັດຈຸບັນຄົນງານລາວຈໍານວນນຶ່ງ ທີ່ຕົກຄ້າງຢູ່ປະເທດໄທ ກໍໄດ້ກັບຄືນໄປເຮັດວຽກກັບນາຍຈ້າງໄທຄືເກົ່າແລ້ວ ເນຶ່ອງຈາກບາງກິຈການ ທາງການໄທອະຍຸຍາດໃຫ້ດໍາເນີນການໄດ້ເປັນ ປົກກະຕິ ຫລັງຈາກ ທີ່ໄດ້ປິດມາດົນສົມຄວນ.

ສ່ວນຄົນງານຈໍານວນຫລວງຫລາຍ ທີ່ໄດ້ກັບຈາກປະເທດໄທມາລາວ ກໍລໍຖ້າ ແລະພາວະນາໃຫ້ທາງການລາວ ແລະໄທ ເປີດດ່ານຊາຍ ແດນ ເພື່ອທີ່ ຈະໄດ້ກັບໄປເຮັດວຽກຢູ່ໄທ ຄືເກົ່າອີກຕື່ມ ແລະນາຍຈ້າງ ໄທ ກໍເລິ່ມເອີ້ນຄົນງານລາວຈໍານວນນຶ່ງ ທີ່ພວກເຂົາໄດ້ພາໄປ ເຮັດບັດ MOU ໃຫ້ນັ້ນ ກັບຄືນມາເຮັດວຽກນໍາແລ້ວ, ດັ່ງຄົນງານລາວນາງນຶ່ງ ທີ່ໄດ້ເຮັດວຽກຢູ່ຮ້ານອາຫານ ແຖວຖນົນເຍົາວະຣາດ ທີ່ ບາງກອກ ໄດ້ເວົ້າໃນມື້ດຽວກັນນັ້ນວ່າ:

“ລໍໝົດຫັ້ນແຫຼະ ຖ້າດ່ານເປີດຢ່າງດຽວຕອນນີ້ ເຮົາກະມີຫຍັງເຮັດຢູ່ພຸ້ນແລ້ວ ອີກຢ່າງນຶ່ງເຮົາກໍເຮັດບ່ອນເກົ່າຫັ້ນນ່າ ເຂົາກະຖ້າກະເລີຍ ວ່າສິກັບໄປ. ໂດຍຕິດຕໍ່ຢູ່ ໂທຫາຢູ່. ແມ່ນເພິ່ນກະມີແຕ່ວ່າ ແບບວ່າ ຖ້າໃຫ້ດ່ານເປີດແລ້ວກະຟ້າວລົງໄປ ເພາະວ່າຕອນນີ້ກະຂາຍ ໜ້າຮ້ານຢູ່ ລູກຄ້າມານັ່ງກິນຢູ່ຮ້ານໄດ້ແລ້ວ.”

ເຣຶ່ອງການເຂົ້າ-ອອກປະເທດ ເຈົ້າໜ້າທີ່ກະຊວງແຮງງານ ແລະສະວັດດີການສັງຄົມ ທ່ານດຽວກັນນີ້ເວົ້າວ່າຣັຖບານລາວ ອະນຸຍາດໃຫ້ ສະເພາະຄົນງານບາງຄົນ ທີ່ມີຄວາມຈໍາເປັນເທົ່ານັ້ນເຂົ້າ-ອອກ ປະເທດ ໄດ້ເປັນກໍຣະນີພິເສດ. ສ່ວນວ່າຄົນງານລາວທົ່ວໄປ ທີ່ຕ້ອງການ ເດີນທາງກັບຄືນໄປເຮັດວຽກຢູ່ ຕ່າງປະເທດນັ້ນ ຍັງຕ້ອງໄດ້ລໍຖ້າໄປອີກກ່ອນ ແລະຍັງບໍ່ອະນຸຍາດໃຫ້ຄົນທົ່ວ ໄປອອກນອກປະເທດໄດ້ ແລະຍັງຕ້ອງໄດ້ລໍຖ້າແຈ້ງການເປີດດ່ານ ຂອງປະເທດອ້ອມຂ້າງນໍາດ້ວຍ:

“ຕ້ອງແມ່ນລໍຖ້າ ພາຍຫລັງທີ່ວ່າຣັຖບານ ອະນຸມັດໃນການເປີດຣະຫວ່າງ ດ່ານຊາຍແດນຫັ້ນນ່າ. ຖ້າຟັງເບິ່ງວ່າຄໍາສັ່ງແນະນໍາຂອງນາຍົກ ເພິ່ນສິສາມາດເປີດໂຕໃດໄດ້ແນ່ ລະກະກວດສອບທາງ ປະເທດ ປາຍທາງຄືນ ວ່າເພິ່ນອະນຸຍາດໃຫ້ແຮງງານກັບຄືນ ໄປໄດ້ລະເບາະ ຫັ້ນນ່າ.”

ທ່ານໝໍ ທະວີສິນ ວິສນຸໂຍທິນ ໂຄສົກສູນບໍຣິຫານສະຖານະການໂຄວິດ-19 ປະເທດໄທ ຖແລງຂ່າວຕໍ່ສື່ມວນຊົນ ໃນວັນທີ 11 ພຶສພາ ນີ້ວ່າ ຣັຖບານໄທກຽມ ມາຕການຜ່ອນຜັນ ໄລຍະທີ 2 ໃນມື້ວັນທີ 15 ພຶສພາ ນີ້ ແລະໃຫ້ຜູ້ປະກອບການກຽມໂຕໄວ້ ໂດຍຈະອະນຸຍາດໃຫ້ ທຸຣະກິດຮ້ານອາຫານ ໃນຫ້າງສັພສິນຄ້າ, ຮ້ານເສີມສວຍ, ຮ້ານນວດຕີນ, ຄລີນິກເສີມຄວາມງາມຕ່າງໆ, ສວນສາທາຣະນະ, ສວນດອກໄມ້, ພິພິທພັນ ແລະຫໍສມຸດ ດັ່ງທີ່ທ່ານກ່າວວ່າ:

“ຍັງບໍ່ໄດ້ເປັນເຣື່ອງຂໍ້ສລຸບ ຈະແຈ້ງແທ້ຈິງ ຊຶ່ງຈະຕ້ອງຖ້າສຸດທ້າຍແທ້ໆ ຕ້ອງລໍຖ້າວັນທີ 15 ພຶສຈິກາ ຊຶ່ງຈະມີການປະຊຸມ ສບຄ. ເພາວ່າ ສ່ວນສໍາຄັນ ຜູ້ປະກອບການຈະໄດ້ມີການໄປຕຽມຕົວ.”  

ພ້ອມກັນນັ້ນ ສູນບໍຣິຫານສະຖານະການໂຄວິດ-19 ປະເທດໄທ ຍັງຣາຍງານຕື່ມອີກວ່າ ເຖິງຈະອະນຸຍາດໃຫ້ຫົວໜ່ວຍທຸຣະກິດ ແລະການ ບໍຣິການ ກັບມາເປີດບໍຣິການຄືນໄດ້ ແຕ່ກໍຍັງຈະບໍ່ອະນຸຍາດ ໃຫ້ເປີດດ່ານສາກົນ ແລະດ່ານປະເພນີ ໃນທົ່ວປະເທດ ຮວມທັງຍັງຈະບໍ່ ອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າ-ອອກ ປະເທດໄທ ໄປຈົນກວ່າຈະມີແຈ້ງການ ຂອງຣັຖບານອອກມາ, ຍົກເວັ້ນຣົດຂົນສົ່ງສິນຄ້າ.

ເວົ້າເຖິງການຊ່ອຍເຫຼືອຄົນງານລາວ ທີ່ໄດ້ຮັບຜົລກະທົບຈາກ ການຣະບາດຂອງເຊື້ອພຍາດໂຄວິດ-19 ທາງການລາວກໍມີທາງຊ່ອຍເຫລືອ ໃນເບື້ອງຕົ້ນ ຄື ຫາກບໍຣິສັດ ແລະ ມີໂຮງງານໃດໃນ ປະເທດ ລາວ ຕ້ອງການຄົນງານໄປເຮັດວຽກນໍາ ໂດຍສະເພາະໃນເຂດເສຖກິດ ພິເສດ ກໍຈະໄດ້ແຈ້ງໃຫ້ຄົນງານ ທີ່ຂຶ້ນທະບຽນເປັນຄົນວ່າງງານ ໄປສມັກເຮັດວຽກໄດ້. ແລະຖ້າປະເທດໄທເປີດດ່ານຊາຍແດນ ພາກສ່ວນ ທີ່ກ່ຽວຂ້ອງຂອງທາງການ ກໍພ້ອມທີ່ຈະໃຫ້ຄວາມສະດວກ ແກ່ຄົນງານລາວ ກັບຄືນໄປເຮັດວຽກໄດ້ເປັນປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.