ທາງການລາວຄວນປ່ອຍນັັກສຶກສາ 26 ຕຸລາ
2014.10.26

ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ ມີສູນກາງ ຢູ່ ກຸງປາຣີ ປະເທດ ຝຣັ່ງເສດ ອອກ ຖແລງການ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ຊະຕາກັມ ຂອງ ຄນະນຳ ຂະບວນການ ນັກ ສຶກສາ ທີ່ ໄດ້ ພຍາຍາມ ຈັດຕັ້ງ ການ ປະທ້ວງ ແບບ ສັນຕິ ຂຶ້ນຢູ່ ນະຄອນ ຫລວງ ວຽງຈັນ ເພື່ອ ຮຽກຮ້ອງ ຄວາມ ຍຸຕິທັມ ທາງ ສັງຄົມ ໃນ ປີ 1999 ແຕ່ ບໍ່ສຳເຣັດ ແລະ ຖືກ ທາງການ ລາວ ເຂົ້າ ປາບ ປາມ ແລ້ວ ຈັບ ຄນະນໍາ ໄປຂັງໄວ້.
ຖແລງການ ເວົ້າວ່າ ໃນ ວັນທີ 26 ຕຸລາ 2014 ຄື 5475 ວັນ ຫລັງຈາກ ຖືກ ຈັບນັ້ນ ບໍ່ມີຜູ້ໃດ ສາມາດ ຢືນຢັນ ໄດ້ວ່າ ຄນະນຳ ຄື ທ່ານ ທອງປະເສີດ ເກື້ອກູນ ທ່ານ ແສງອາລຸນ ແພງພັນ ແລະ ທ່ານ ບົວວັນ ຈັນມານີວົງ ຖືກຄຸມຂັງ ຢູ່ຄຸກໃດ ຍັງມີ ຊີວິດ ຢູ່ຫຼືບໍ່. ຍານາງ ວານີດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໄດ້ກ່າວ ເຖິງ ເປົ້າໝາຍ ຂອງການ ອອກຖແລງ ການ ຄັ້ງນີ້ ວ່າ:
"ໂອ້ກະຢາກ ຮຽກຮ້ອງ ໃຫ້ ເພິ່ນປ່ອຍ ພວກທີ່ ຖືກຈັບ ຕັ້ງແຕ່ປີ 1999 ວັນທີ 26 ຕຸລາ ຫັ້ນ ໂດຍສະເພາະ ແລ້ວ ກໍອີກ ບໍ່ດົນ ເດືອນ 1 ຂອງປີ 2015 ນີ້ ສປປລາວ ກໍຕ້ອງໄປ ສະຫະ ປະຊາຊາດ ກ່ຽວກັບ ສິດທິ ມະນຸດ ນີ້ນະ ລະກະ ກ່ອນຊິໄປ ນີ້ ຢາກຂໍໃຫ້ ເພິ່ນ ປ່ອຍ ຂະເຈົ້າຊະ ເພື່ອໃຫ້ ສະຫະ ປະຊາຊາດ ແລະ ຊາວໂລກ ເຫັນວ່າ ເພິ່ນນີ້ ນັບຖື ສິດທິ ມະນຸດ ນັບຖື ທຸກໆສັນຍາ ກ່ຽວກັບ ສິດທິ ມະນຸດ ທີ່ ເພິ່ນໄດ້ເຊັນ ຮັບໄປ ໃນ ສະຫະ ປະຊາຊາດ".
ໃນ ຣະຫວ່າງ ການ ທົບທວນ UPR ເປັນຊ່ວງ ທຳອິດ ເມື່ອ ປີ 2010 ນັ້ນ ຣັຖບານລາວ ບໍ່ໄດ້ ປະຕິບັດ ຄຳແນະນຳ ໃຫ້ປ່ອຍ ກຸ່ມຄົນ ທີ່ ເຂົ້າຮ່ວມ ການປະທ້ວງ ຢ່າງສັນຕິ ຄັ້ງນັ້ນ ຮວມທັງ ບັນດາ ຫົວໜ້າ ຂະບວນ 26 ຕຸລາ 1999 ແລະ ປະຕິເສດ ຄຳແນະນຳ ທີ່ວ່າ ໃຫ້ຕັ້ງ ຄນະ ກັມການ ສິດທິ ມະນຸດ ແຫ່ງຊາດ ທີ່ ເປັນ ເອກຣາຊ ເພື່ອໃຫ້ ສອດຄ່ອງ ກັບ ຫລັກການ ປາຣີ ນັ້ນ.
ຖແລງການ ຂອງ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຍັງຮຽກຮ້ອງ ໃຫ້ ປະຊາຄົມ ສາກົລ ໃຊ້ ທຸກແຫລ່ງ ຄວາມ ສາມາດ ທີ່ ຕົນມີ ເພື່ອ ຮັບປະກັນ ໃຫ້ ຣັຖບານ ລາວ ຮັບຜ່ານ ແຜນ ປະຕິບັດ ງານ ທີ່ ໜ້າເຊື່ອຖື ເພື່ອແກ້ໄຂ ບັນຫາ ສິດທິ ມະນຸດ ທີ່ສຳຄັນ. ບໍ່ດັ່ງນັ້ນ ກໍຕ້ອງ ຄັດຄ້ານ ການທີ່ຈະ ເຂົ້າເປັນ ສະມາຊິກ ສະພາ ສິດທິ ມະນຸດ ຂອງ ສປປລາວ.