ຄໍາຕອບຈາກຣັຖບານ ຍັງຄາໃຈ

ປະຊາຊົນ ຍັງບໍ່ພໍໃຈ ນຳຄຳຕອບ ຂອງ ຣັຖບານ ຕໍ່ຄຳຖາມ ຂອງ ພວກຕົນ.
ວຽງໄຊ
2013.01.18
F-Vientiane-scenic ທິວທັດ ທີ່ນະຄອນຫລວງ ວຽງຈັນ
treking-thai

ເຈົ້າໜ້າທີ່ ໃນສະພາແຫ່ງຊາຕ ທີ່ ບໍ່ປະສົງອອກຊື່ ທ່ານນຶ່ງ ເປີດເຜີຍວ່າ ຜົນການ ສຳຣວດ ຄວາມຄຶດເຫັນ ຂອງ ປະຊາຊົນ ລາວ ກ່ຽວກັບ ຄວາມພໍໃຈ ໃນການຕອບ ຄຳຖາມ ຂອງຣັຖບານ ຕໍ່ຂໍ້ສົງໄສຕ່າງໆ ຂອງພວກຕົນ ໃນຣະຫວ່າງ ກອງປະຊຸມ ສະໄໝສາມັນ ຄັ້ງທີ່ 4 ຂອງ ສະພາແຫ່ງຊາຕ ຊຸດທີ່ 7 ເມື່ອທ້າຍປີ 2012 ວ່າ ປະຊາຊົນລາວ ສ່ວນຫລາຍ ຍັງບໍ່ພໍໃຈ ນຳຄຳຕອບ ທີ່ໄດ້ຮັບຈາກ ຣັຖບານເລີຍ ຊຶ່ງກໍເນື່ອງ ມາຈາກການ ຕອບຂໍ້ຂ້ອງໃຈ ໃນ ລະຍະຜ່ານມາ ນອກຈາກ ບໍ່ໄດ້ເປີດເຜີຍ ຂໍ້ມູນ ທີ່ສຳຄັນຕ່າງໆ ຢ່າງຈະແຈ້ງແລ້ວ ຍັງເປັນການຕອບ ທີ່ບໍ່ກົງກັບ ຄຳຖາມອີກ. ດັ່ງເຈົ້າໜ້າທີ່ ທ່ານນີ້ ຢືນຢັນ ໃນຕອນນຶ່ງວ່າ:

"ຜ່ານມານັ້ນ ການຕອບບໍ່ໄດ້ດີ ເທົ່າທີ່ຄວນ ບໍ່ຖືກເປົ້າໝາຍ ປານໃດ ປະຊາຊົນ ຖາມແນວນຶ່ງ ຜັດຕອບແນວນຶ່ງ".

ສະຖິຕິຂໍ້ມູນ ຂອງ ສະພາແຫ່ງຊາຕລາວ ຣະບຸວ່າ ປະຊາຊົນໃດ້ "ໂທຣະສັບ ສາຍກົງ" ເພື່ອແຈ້ງຂໍ້ມູນ ຫລືການຮຽກຮ້ອງ ກ່ຽວກັບ ບັນຫາຕ່າງໆ ເຖິງຫ້ອງການ ສະພາແຫ່ງຊາຕ ນັ້ນ ມີຈຳນວນ ຫລາຍຂຶ້ນນັບມື້ ໂດຍສະເພາະ ໃນຣະຫວ່າງ ກອງປະຊຸມ ສະພາສະໄໝສາມັນ ຄັ້ງທີ່ 4 ຜ່ານມາ ທີ່ປະກົດວ່າ ປະຊາຊົນ ສ່ວນຫລາຍ ຍັງມີຂໍ້ສົງໄສ ກ່ຽວກັບການ ໃຫ້ສັມປະທານ ທີ່ດິນ ແກ່ພາກ ເອກຊົນລາວ ແລະ ຕ່າງດ້າວ ທີ່ຍັງມີຢູ່ ຕໍ່ໄປ ແລະ ເປັນພື້ນທີ່ ກວ້າງຂວາງ ນຳອີກ ທັ້ງໆທີ່ ຣັຖບານລາວ ພາຍໃຕ້ການນຳພາ ຂອງ ນາຍົກຣັຖມົນຕຣີ ທອງສິງ ທັມມະວົງ ໄດ້ປະກາດ ຢ່າງເປັນທາງການ ຕໍ່ກອງປະຊຸມ ສະໄໝສາມັນ ຄັ້ງທີ່ 4 ຂອງ ສະພາແຫ່ງຊາຕ ເມື່ອຊ່ວງເດືອນ ມີຖຸນາ ປີກາຍ ວ່າໄດ້ອອກຄຳສັ່ງ ໃຫ້ຍຸດຕິການໃຫ້ສັມປະທານ ທີ່ດິນແລ້ວ.

ຫາກແຕ່ວ່າ ຣາຍງານລ້າສຸດ ຂອງກະຊວງ ແຜນການ ແລະ ການລົງທຶນ ໄດ້ເປີດເຜີຍວ່າ ຣັຖບານລາວ ໄດ້ອະນຸມັດ ສຳປະທານ ທີ່ດິ ໃຫ້ພາກ ເອກຊົນລາວ ແລະ ຕ່າງຊາຕໄປແລ້ວ ຫລາຍກວ່າ 4 ແສນເຣັກຕ້າ ໃນທົ່ວປະເທດ ຊຶ່ງຜູ້ໄດ້ຮັບ ສັມປະທານ ຫລາຍທີ່ສຸດ ໄດ້ແກ່ ບໍຣິສັດ ຈາກປະເທດ ຈີນ ວຽດນາມ ແລະ ໄທ ຕາມລຳດັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.