ທາງການລາວກວດຄຸນນະພາບ ການສຶກສາ


2013.09.06
F-students ນັກສຶກສາລາວ ຈົບຂັ້ນມັທຍົມ ຕ້ອງການສຶກສາຕໍ່ ມະຫາວິທຍາໄລ ເພື່ອຄວາມກ້າວໜ້າ ຂອງຕົນ ເພື່ອສັງຄົມ ເພື່ອປະເທດຊາດ
Citizen Journalist

 

ເຈົ້າຫນ້າທີ່ ກະຊວງ ສຶກສາທິການ ທ່ານນື່ງເວົ້າວ່າ ກະຊວງ ສຶກສາທິການ ຈະສົ່ງ ເຈົ້າຫນ້າທີ່ ໄປເກັບກຳຂໍ້ມູນ ສະຖາບັນສຶກສາ ຣະດັບ ປຣິນຍາຕຣີ  79 ແຫ່ງທົ່ວປະເທດທີ່ເຄີຍເກັບມາແລ້ວຄັ້ງນຶ່ງຈາກ 54 ແຫ່ງໃນນະຄອນຫລວງວຽງຈັນ ຕາມແຜນການ ພັທນາຄຸນນະພາບ ການສຶກສາ ຊຶ່ງຖ້າພົບເຫັນສະຖາບັນໃດ ຫາກບໍ່ໄດ້ມາຕຖານ ຈະຫ້າມເປີດຮັບນັກສຶກສາ ປີທີ 1 ຢ່າງເດັດຂາດຈົນກວ່າ ຈະມີການປັບປຸງ ຄຸນນະພາບເສັຽກ່ອນ. ດັ່ງທ່ານກ່າວວ່າ:

"79 ແຫ່ງປັດຈຸບັນເພີ່ນໃຊ້ມາຕຖານດຽວເດ ເຮົາບໍ່ໄດ້ໂຈະແຕ່ ເອກກະຊົນຢ່າງດຽວ ຫມາຍຄວາມວ່າ ທັງຣັຖ ແລະເອກກະຊົນ ຫລາຍ ສະຖາບັນເພີ່ນໄດ້ໂຈະ ຫມົດຈົນກວ່າ ປະເມີນໂຕເອງ ຄັນຖ້າວ່າສະຖາບັນໃດ ຜ່ານເກນມາຕຖານ ກະຊວງສຶກສາກໍອະນຸຍາດ ໃຫ້ສືບຕໍ່ ເປີດປຣິນຕຣີ ໄດ້".

ທ່ານກ່າວຕໍ່ໄປວ່າ ໃນປັດຈຸບັນ ສະຖາບັນການສຶກສາ ຂັ້ນປຣິນຍາຕຣີ ໃນທົ່ວປະເທດຖືກສັ່ງໃຫ້ໂຈະ ຮັບນັກຮຽນຊັ້ນປີ 1 ເຫດຜົລເພາະວ່າ ໃນລາວ ມີນັກສຶກສາ ທີ່ກຳລັງຮຽນຂັ້ນ ປຣິນຍາຕຣີ ທັງຫມົດ ປະມານ 95 ພັນຄົນ ໃນນັ້ນ  45 ພັນຄົນ ຮຽນສາຍ ອາຊີບການເງິນ ເມື່ອ ຮຽນຈົບອອກມາແລ້ວລົ້ນຕລາດ ຣັຖບານຕ້ອງການຢາກໃຫ້ຮຽນສາຍອາຊີບອື່ນ ຫລາຍກວ່າດັ່ງ ວິສວະກອນ ເທັກໂນໂລຈີ ແລະ ກະສິກັມ ທີ່ມີຄົນຮຽນຫນ້ອຍ ເພາະຕ້ອງການ ຍົກຣະດັບ ຄຸນນະພາບ ຝີມືແຮງງານລາວ ໃຫ້ມີຄວາມຊ່ຽວຊານ ໃນການພັທນາ ປະເທດຊາດ.

ສຳລັບມະຫາວິທຍາລັຍແຫ່ງຊາດ ມະຫາວິທຍາລັຍຈຳປາສັກ ມະຫາວິທຍາລັຍສຸພານຸວົງ ທີ່ຫລວງພຣະບາງ ມະຫາວິທຍາລັຍແພດສາດ ແລະ ມະຫາວິທຍາລັຍ ສວັນນະເຂດນັ້ນ ທາງການລາວ ກໍສັ່ງໃຫ້ປັບປຸງ ຄຸນນະພາບ ເຊັ່ນກັນ ແຕ່ອະນຸຍາດ ໃຫ້ຮັບນັກ ສຶກສາປີ 1 ຢູ່ເພື່ອຕອບສນອງ ຄວາມຕ້ອງການ ຂອງນັກຮຽນ ທີ່ຮຽນຈົບມັທຍົມ ໃຫ້ມີບ່ອນຮຽນຕໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.