ຣັຖບານລາວເພີ້ມຂໍ້ປະຕິເສດ ເຣື້ອງ ທ.ສົມບັດ
2014.09.11

ທ່ານ Phil Robertson ຮອງ ຫົວໜ້າ ອົງການ Human Rights Watch ປະຈຳ ພາກພື້ນ ເອເຊັຽ ເວົ້າວ່າ ການຂໍຮູ້ ຄວາມ ຄືບໜ້າ ຈາກ ຣັຖບານ ລາວ ເຣື້ອງ ທ່ານ ສົມບັດ ສົມພອນ ນັກພັທນາ ທີ່ເດັ່ນ ຂອງລາວ ທີ່ ຫາຍ ສາບສູນໄປ ໃນວັນທີ 15 ທັນວາ 2012 ທາງການ ລາວ ຕອບວ່າ ບຸຄຄົນ ທີ່ ສັ່ງຢຸດຣົດ ທ່ານ ສົມບັດ ແລ້ວ ພາຕົວ ທ່ານ ອອກໄປ ຈາກ ປ້ອມຍາມ ຕຳຣວດ ນັ້ນ ອາຈບໍ່ແມ່ນ ເຈົ້າໜ້າທີ່ ດັ່ງ ທີ່ຫລາຍ ອົງການ ເຂົ້າໃຈ ແລະ ຍັງ ບໍ່ເທົ່ານັ້ນ ທາງການລາວ ຍັງເວົ້າ ຕວງໄປວ່າ ບ່ອນມີກ້ອງ ວົງຈອນປິດ ນັ້ນອາຈ ບໍ່ແມ່ນ ຕຳຣວດ ຢູ່ ບ່ອນນັ້ນ.
ທ່ານ Robertson ກ່າວ ອີກວ່າ ຫລາຍອົງການ ໃນ ທົ່ວໂລກ ຍັງ ເປັນຫ່ວງນຳ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ ເພາະ ຍັງ ບໍ່ ມີຄວາມ ຄືບໜ້າ ໃດໆ ຈາກ ທາງການລາວ ກ່ຽວກັບ ການຕິດຕາມ ຊອກຫາ ຕົວທ່ານ ຊຶ່ງ ກໍເຊື່ອວ່າ ໄດ້ຢຸດການ ສືບສວນ ສອບສວນ ໄປແລ້ວ.
ຜ່ານມາ ອົງການ ສິດທິມະນຸດ ຕ່າງ ກໍເຊື່ອວ່າ ຖ້າເບິ່ງຕາມ ພາບວີດີໂອ ແລ້ວ ທ່ານ ສົມບັດ ສົມພອນ ແມ່ນຖືກ ເຈົ້າໜ້າທີ່ ຕຳຣວດ ຢຸດຣົດ ເພື່ອ ກວດໜັງສື ແລ້ວນຳໂຕ ທ່ານ ເຂົ້າໄປ ທາງໃນ. ຫລັງຈາກນັ້ນ ມີຄົນນຳ ເອົາທ່ານ ຂຶ້ນລົດໄປ.
ອົງການ ສິດທິມະນຸດ ຕ່າງໆ ຍັງເວົ້າວ່າ ມັນເປັນໄປ ບໍ່ໄດ້ ທີ່ ຣັຖບານ ລາວ ບໍ່ຮູ້ບໍ່ເຫັນ ນໍາເຣື່ອງນີ້. ຈົນປານນີ້ ຣັຖບານ ລາວ ກໍຍັງ ບ່າຍບ່ຽງ ຄວາມເວົ້າ ແບບເກົ່າ ແລ້ວຍັງ ຖິ້ມໂທດ ວ່າ ເປັນເຣື່ອງ ສ່ວນຕົວ ຂອງ ທ່ານ ສົມບັດ.
ທ່ານ ໂຣເບິດເຊິນ ເວົ້າວ່າ ໃນເດືອນ ທັນວາ ປີນີ້ ຄົບຮອບ 2 ປີ ທີ່ທ່ານ ສົມບັດ ຫາຍສາບສູນ ໄປ ຫລາຍອົງການ ທົ່ວໂລກ ຈະຈັດ ກິຈກັມ ເພື່ອຣະຣຶກ ເຖິງທ່ານ ເພື່ອສະແດງ ໃຫ້ ເຫັນວ່າ ຍັງບໍ່ມີໃຜ ລືມ ທ່ານ ສົມບັດ ສົມພອນ.