ນັກມວຍຍິງລາວໄດ້ແຊັມເອເຊັຽ

ອຸ່ນແກ້ວ ສຸກສະຫວັນ
2014.08.11
F-namphet ນາງນ້ຳເພັດ ຂວັນໃຈສີໂຄດ ນັກມວຍຍິງ ຄົນທຳອິດຂອງລາວ ທີ່ສາມາດຄອງຕຳແໜ່ງແຊັມ ຍິງ ແຫ່ງເອເຊັຽ ໃນລຸ້ນນ້ຳໜັກ 51 ກິໂລກຼາມ.
khaosod.com

 

ນາງ ນ້ຳເພັດ ຂວັນໃຈສີໂຄດ ນັກມວຍຍິງ ຄົນທຳອິດ ຂອງລາວ ທີ່ ສາມາດ ຍາດໄດ້ ຕຳແໜ່ງ ແຊັມ ສະພາມວຍ ຍິງ ແຫ່ງເອເຊັຽ ໃນ ລຸ້ນນ້ຳໜັກ 51 ກິໂລກຼາມ ຫຼັງຈາກ ຊົກຊນະ ຄະແນນ ນາງສາວ ການດາ ພ. ເມືອງເພັດ ຍອດນັກສູ້ ສາວໄທ ໄປຢ່າງ ດຸເດືອດ ແລະ ສູສີກັນ. ການຊົກຊິງ ຕຳແໜ່ງ ແຊັມ ສະພາມວຍ ຍິງ ແຫ່ງເຊັຍ ຫລື WBC Asia ມີຂຶ້ນ ຢູ່ແຂວງ ສວັນນະເຂດ ໃນວັນທີ 8 ສິງຫາ ທີ່ຜ່ານມາ.

ອີງຕາມ ແຫລ່ງຂ່າວ ຈາກແຂວງ ສວັນນະເຂດ ແຈ້ງວ່າ ການຊົກຕໍ່ສູ້ ດຳເນີນໄປ ຢ່າງດຸເດືອນ ໂດຍ ນ້ຳເພັດ ນັກຊົກ ສາວລາວ ອາສັຍ ຄວາມໄດ້ປຽບ ຂອງຮ່າງກາຍ ຍ່າງເຂົ້າຫາ ທ້າແລກໝັດ ກັບ ຍອດນັກຊົກ ສາວໄທ.

ເລີ້ມແຕ່ຍົກ ທີ 1 ຫາ ຍົກທີ 7 ທັງຄູ່ ແລກໝັດ ກັນ ຢ່າງດຸເດືອດ ຊຶ່ງນ້ຳເພັດ ເປັນຝ່າຍບຸກ ເຂົ້າຫາ ຍິງໝັດ ທັງຊ້າຍ ແລະຂວາ ສ່ວນ ການດາ ນັກຊົກ ສາວໄທ ກໍອາໄສ ດຶງຈັງຫວະ ແລະ ຍິງໝັດ ສວນກັບ. ແຕ່ ສະຖານະການ ຊົກ ຈະເປັນຂອງ ນ້ຳເພັດ ໃນຍົກທີ 8 ຫາ ຍົກທີ 10 ນ້ຳເພັດ ຍິງໝັດ ເຂົ້າໃບໜ້າ ຄູຕໍ່ສູ້ ຫລາຍໝັດ ຈົນເຖີງຂັ້ນ ກັບມີອາການ ຫລາຍຄັ້ງ. ຈົນໝົດ ຍົກທີ 10 ກັມມະການ ຈຶ່ງ ລວມຄະແນນ ແລະ ຍົກມືໃຫ້ ນ້ຳເພັດ ຂວັນໃຈສີໂຄດ ເປັນຝ່າຍຊນະ ຄະແນນ ນັກຊົກ ສາວໄທ.

ນ້ຳເພັດ ມີອາຍຸ 16 ປີ ເປັນນັກມວຍ ສັງກັດ ຄ້າຍ ຂວັນໃຈສີໂຄດ ບ້ານສີໄຄ ເມືອງ ສີໂຄດຕະບອງ ນະຄອນຫລວງ ວຽງຈັນ ເປັນ ບຸດສາວ ຂອງ ທ່ານ ກຳປະນາດ ກຸນລະວົງ ອະດີດ ນັກມວຍ ທີມຊາດລາວ ຊຸດໄປ ແຂ່ງຂັນ ກິລາ ໂອລິມປິກ ສາກົນ ທີ່ຈັດຢູ່ ປະເທດ ອະດີດ ສະຫະພາບ ໂຊຫວຽດ ປີ 1985.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.