ຣັຖມົນຕຣີຊ່ວຍສປປລາວພົບ ລາວ-ອອສເຕຣເລັຽ


2013.08.20
F-Prof Ket Kiettisak ສາສດາຈານ ເກດ ກຽຕຕີສັກ ຣັຖມົນຕຣີຊ່ວຍ ກະຊວງຍຸຕິທັມ
RFA

 

ຣັຖມົນຕຣີ ຊ່ວຍວ່າການ ຈາກ ສປປລາວ ພົບພໍ້ ອະດີດ ນັກສຶກສາ ແຜນການ Colombo ແລະ ຄົນລາວ ອອສເຕຣເລັຽ ອື່ນໆ ຢູ່ ນະຄອນ Sydney Australia.

ສະຖານທູດ ລາວ ປະຈໍາ ນະຄອນຫລວງ Canberra ປະເທດ Australia ຮ່ວມກັບ ອະດີດນັກສຶກສາ ແຜນການ Colombo ໃນ Australia ໄດ້ຈັດ ກອງປະຊຸມ ສຶກສາສົນທະນາ ໃນມື້ວັນອາທິດ ວັນທີ 18 ສິງຫາ 2013 ຢູ່ເມືອງ Cabramatta ເທສບານ Fairfield, Sydney Australia.

ຈຸດປະສົງຂອງການຈັດກອງປະຊຸມ ກໍເພື່ອໂອ້ລົມກັນ ກ່ຽວກັບ ຄວາມຄືບໜ້າ ດ້ານການພັທນາ ເສຖກິຈ ແລະ ສັງຄົມໃນລາວ ປັດຈຸບັນ ແລະ ກ່ຽວກັບຜົນ ຂອງການເດີນທາງ ມາທັສນະສຶກສາ ຢູ່ Australia ຂອງຣັຖມົນຕຣີຊ່ວຍ ຈາກ 5 ກະຊວງຂອງລາວ ພ້ອມທັງ ຄະນະ ຊຶ່ງຫາກໍ ຜ່ານພົ້ນໄປ.

ໃນກອງປະຊຸມ ເທື່ອນີ້ ໄດ້ມີແຕ່ 4 ຣັຖມົນຕຣີຊ່ວຍ ເຂົ້າຮ່ວມ ຄືທ່ານ ສຽວສະຫວາດ ສະແຫວງສຶກສາ ຈາກກະຊວງ ອຸສາຫະກັມ ແລະການຄ້າ, ສາສດາຈານ ເກດ ກຽຕຕີສັກ ຈາກ ກະຊວງຍຸຕິທັມ, ດຣ ບຸນທະວີ ສີສຸພັນທອງ ຈາກກະຊວງແຜນການ ແລະ ການ ລົງທຶນ, ດຣ ຍນ ບົວຄໍາ ທິພພະວົງ ຮອງປະທານ ຄະນະກັມມະການ ຝ່າຍວາງແຜນ ເສຖກິຈ ແລະ ການເງິນ ສະພາແຫ່ງຊາດ ສ່ວນ ທ່ານ ສັນຕິພາບ ພົມວິຫານ ຈາກກະຊວງການເງິນ ບໍ່ໄດ້ເຂົ້າຮ່ວມ ຍ້ອນປ່ວຍກະທັນຫັນ. ສາສດາຈານ ເກດ ກຽຕຕີສັກ ຣັຖມົນຕຣີຊ່ວຍ ກະຊວງຍຸຕິທັມ ໄດ້ກ່າວເຖິງ ເຫດຜົນ ໃນການເດີນທາງ ມາທັສນະສຶກສາ ຢູ່ Australia ຄັ້ງນີ້ວ່າ:

"ອັນຕົ້ນຕໍກະແມ່ນ ມາຄົ້ນຄວ້າ ກ່ຽວກັບ ການປະເມີນ ຜົນກະທົບ ຂອງ ການອອກນິຕິກັມ. ເຊັ່ນວ່າ ດໍາຣັດຕ່າງໆ ທີ່ທາງຣັຖ ເປັນຜູ້ອອກ ມາສຶກສານໍາ Australia ນີ້ ເພາະວ່າ ຢູ່ໃນໂລກນີ້ກະ Australia ເປັນປະເທດທີ່ໃຊ້ ບັນຫານີ້ດີ ເພິ່ນໃຊ້ຄໍາສັບວ່າ ເຣັຽ ແປຄວາມລາວເຮົາ ແມ່ນ ຜົນກະທົບ ຂອງ ການອອກນິຕິກັມ ໂດຍສະເພາະ ແມ່ນທຸຣະກິຈ".

ນອກຈາກນັ້ນ ທ່ານຍັງ ໄດ້ກ່າວເຖິງຜົນ ທີ່ໄດ້ຮັບ ຈາກການ ເດີນທາງມາ ທັສນະສຶກສາ ຢູ່ Australia ຄັ້ງນີ້ວ່າ:

"ໂອໄດ້ຄວາມຮູ້ຫລາຍ ໄປແຕ່ລະບ່ອນ ກໍຂຶ້ນຢູ່ກັບ ຈຸດພິເສດ ຂອງແຕ່ລະບ່ອນ ແຕ່ວ່າ ທົ່ວໄປແລ້ວ ກໍເຫັນວ່າ ເປັນຜົນປະໂຫຍດ ສໍາລັບ ຄະນະຜູ້ແທນ ຊອງພວກເຮົາ ນີ້ຫລາຍ ແລະ ຈະໄປຄົ້ນຄວ້າ ແລະ ຈະໄປນໍາໃຊ້ ຢູ່ລາວ ຂອງ ພວກເຮົາ".

ສໍາລັບການ ສຶກສາ ສົນທະນາ ເທື່ອນີ້ ມີຜູ້ເຂົ້າຮ່ວມ ທັງໝົດ 70 ຄົນ ທັງເຈົ້າໜ້າທີ່ ທາງການລາວ ອະດີດນັກສຶກສາ ແຜນການ Colombo ໃນ Australia ແລະ ຄົນລາວ-ອອສເຕຣເລັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.