ສິດທິ ຂອງລາວຄຣິສຕຽນ ຢູ່ລາວ
2017.12.19

ມາຮອດປັດຈຸບັນ ຊາວລາວຜູ້ນັບຖືສາສນາຄຣິສ ຍັງຖືກຈໍາກັດສິດຫລາຍຢ່າງ ເປັນຕົ້ນຖືກຫ້າມ ບໍ່ໃຫ້ເຜີຍແຜ່ ສາສນາ ຫລື ຊັກຊວນໃຫ້ ປະຊາຊົນ ທົ່ວໄປມານັບຖື ສາສນາຄຣິສ ບໍ່ຄືກັນກັບສາສນາພຸທ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທ້ອງຖິ່ນ ທີ່ບໍ່ຂໍເປີດເຜີຍ ຊື່ແລະຕໍາແໜ່ງ ໃນມື້ວັນທີ 19 ທັນວາ 2017 ນີ້:
"ຈໍາກັດໂອ໊ ຍັງບໍ່ທັນກວ້າງ ເພິ່ນຈໍາກັດຢູ່ ບໍ່ໃຫ້ຂຍາຍ ບໍ່ໃຫ້ໂຄສະນາເກີນເຫດ ສາສນາໂຕນີ້ ມັນເປັນສາສນາ ຂອງຝ່າຍທາງອະເມຣິກາ ແນ່ຢູ່ປະເທດຝຣັ່ງບໍ່ ທາງຢູໂຣບນະເວົ້າແທ້ນະ."
ທ່ານເວົ້າວ່າ ຜ່ານມາ ຊາວລາວຜູ້ນັບຖືສາສນາຄຣິສ ບາງທ້ອງຖິ່ນ ທີ່ພຍາຍາມເຜີຍແຜ່ຄໍາສອນ ຂອງພຣະເຍຊູ ແລະ ຊັກຊວນຜູ້ອື່ນເຂົ້າ ສາສນາຄຣິສນັ້ນ ຖືກເຈົ້າໜ້າທີ່ຈັບກຸມ ເພາະຖືວ່າ ເຮັດຜິດກົດໝາຍ ຜິດຣັຖທັມນູນ ແຕ່ກໍບໍ່ໄດ້ຖືກລົງໂທດໜັກ ມີແຕ່ສຶກສາອົບຮົມແລ້ວ ປ່ອຍກັບບ້ານ. ສ່ວນປະຊາຊົນຄົນໃດ ຢາກນັບຖື ສາສນາຄຣິສ ກໍມີສິດນັບຖືໄດ້ ຕາມຄວາມເຊື່ອ ຂອງຕົນ ບໍ່ແມ່ນຖືກຄົນອື່ນຊັກຈູງໃຫ້ ນັບຖື.
ທ່ານກ່າວຕື່ມອີກວ່າ ສໍາລັບ ວັນຄຣິສມາສ ທີ່ຈະມາເຖິງນີ້ ທາງການ ແຕ່ລະທ້ອງຖິ່ນ ອະນຸຍາດໃຫ້ ຊາວຄຣິສຕຽນ ຈັດງານສລອງໄດ້ຕາມ ປົກກະຕິ ແຕ່ຕ້ອງເຮັດໄປຕາມກົດຣະບຽບ ທີ່ທາງການກໍານົດໄວ້ ຄືຫ້າມເຜີຍແຜ່ ສາສນາ ຊຶ່ງຈະມີ ເຈົ້າໜ້າທີ່ ທ້ອງຖິ່ນເບິ່ງແຍງ ຄວາມເປັນ ຣະບຽບ ຮຽບຮ້ອຍ ພາຍໃນງານນັ້ນໃຫ້.
ເຖິງຢ່າງໃດກໍຕາມ, ມີຣາຍງານວ່າ ເມື່ອວັນທີ 15 ທັນວາ ນີ້ຊາວຄຣິສ 4 ຄົນ ຢູ່ບ້ານໂນນສູງ ແລະ ອີກຄົນນຶ່ງ ເປັນ ອາຈານ ຢູ່ບ້ານເລົ່າໃໝ່ ເມືອງພີນ ແຂວງສວັນນະເຂດ ຖືກເຈົ້າໜ້າທີ່ ຄວບຄຸມຕົວ ຍ້ອນກຽມສລອງບຸນຄຣິສມາສ ໃນວັນທີ 25 ທັນວາ 2017. ກ່ຽວກັບຂ່າວ ທີ່ວ່ານີ້ ທາງ RFA ກໍໄດ້ພຍາຍາມ ຖາມໄປຍັງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງພີນ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ໃຫ້ສັມພາດ.
ເມື່ອປີ 2016 ຊາວລາວຄຣິສຕຽນ ຫລາຍຄົນ ຕົກເປັນເປົ້າໝາຍ, ເປັນຕົ້ນ ອາຈານຄຣິສຕຽນຄົນນຶ່ງ ຢູ່ແຂວງຫລວງພຣະບາງ ຖືກເຈົ້າໜ້າທີ່ ຈັບ ຍ້ອນຊັກຊວນ ໃຫ້ຊາວບ້ານຄົນອື່ນ ມານັບຖືສາສນາຄຣິສຕຽນ ເພາະເຊື່ອວ່າ ຈະຊ່ອຍໃຫ້ເຊົາ ເຈັບເປັນ. ແລະເມື່ອ ເດືອນກັນຍາ ປີກາຍນີ້ ຊາວຄຣິສຕຽນ ປະມານ 50 ຄົນ ຢູ່ແຂວງບໍຣິຄໍາໄຊ ກໍຖືກພີ່ນ້ອງ ຮຽກຮ້ອງໃຫ້ເຊົານັບຖື ສາສນາຄຣິສຕຽນ. ຫລັງຈາກນັ້ນພຽງ 2 ມື້ ກໍມີນຶ່ງໃນຈໍານວນຊາວຄຣິສຕຽນ ທີ່ວ່ານັ້ນ ຖືກຍິງເຖິງແກ່ຊີວິດ. ສ່ວນທີ່ເຫລືອກໍພາກັນ ຍ້າຍໜີອອກຈາກບ້ານ ນັ້ນໄປ.