ຊາວລາວຄຣິສຕຽນບໍ່ໄດ້ສລອງ ຄຣິສມາສ

ຈໍາປາທອງ
2014.12.28
F-default2 ຊາວລາວຄຣິສຕຽນບໍ່ໄດ້ສລອງ ຄຣິສມາສ
RFA

 

ໃນ ວັນບຸນ ຄຣິສມາສ ປີ 2014 ນີ້ ສູນວິໃຈ ນະໂຍບາຍ ສາທາ ຣະນະ ທີ່ຕັ້ງຢູ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ໄດ້ກັງວົນ ນໍາການ ປະຫັດ ປະຫານ ທີ່ ເພິ່ມທະວີ ຂຶ້ນຕໍ່ຊາວ ຄຣິສຕຽນ ຊົນກຸ່ມນ້ອຍ ຜູ້ ເຊື່ອຖືຜີ ແລະ ເຊື່ອຖື ສາສນາ ພຸດ ແບບເປັນ ເອກກະຣາດ ໃນ ປະເທສ ລາວ ຊຶ່ງ ຢູ່ໃນກໍາມື ຂອງ ທະຫານ ແລະ ກໍາລັງ ຮັກສາ ຄວາມສງົບ ຂອງລາວ ແລະ ວຽດນາມ. ຕາມຣາຍງານ ຂອງ CrossMap.

ພວກເຂົາເຈົ້າ ເວົ້າວ່າ ພັກ ຄອມມຸຍນິສ ພັກດຽວ ຢູ່ລາວ ທີ່ ວຽດນາມ ໃຫ້ການ ສນັບສນູນ ນັ້ນ ໄດ້ຣະເມີດ ສິດ ເສຣີພາບ ທາງ ສາສນາ ແລະ ສິດທິມະນຸດ ເພີ່ມຂຶ້ນ ຢ່າງ ຫຼວງຫຼາຍ ໂດຍສະເພາະ ແມ່ນ ຕໍ່ຊາວລາວ ແລະ ຊາວມົ້ງ ທີ່ ເປັນຊົນເຜົ່າ ສ່ວນນ້ອຍ ຮວມທັງ ຜູ້ທີ່ນັບຖື ສາສນາ ແລະ ຜູ້ທີ່ບໍ່ ເຫັນພ້ອມນໍາ ນະໂຍບາຍ ຂອງ ພັກ ແລະ ຣັຖ.

ທ່ານ ຟີລິບ ສະໝິດ ຜູ້ ອໍານວຍການ ຝ່າຍ ບໍຣິຫານ ສູນ ດັ່ງກ່າວ ເວົ້າວ່າ: “ການຣະເມີດ ສິດ ເສຣີພາບ ທາງ ສາສນາ ຢ່າງ ຮຸນແຮງ ຕໍ່ ຊາວລາວ ແລະ ຊາວມົ້ງ ຊຶ່ງເຊື່ອຖື ສາສນາ ຄຣິສຕຽນ ທີ່ ທໍາພິທີ ທາງ ສາສນາ ແລະ ຫ້າມ ສລອງ ວັນ ຄຣິສມາສ ນັ້ນ ແມ່ນ ເພີ່ມຂຶ້ນ ພາຍໃຕ້ ການກົດດັນ ຂອງ ພວກ ທະຫານ ແລະ ກໍາລັງ ປ້ອງກັນ ຄວາມ ສງົບ ຂອງລາວ”.

ທ່ານກ່າວ ວ່າ: “ໃນການ ປາບປາມ ຄັ້ງຫລ້າສຸດ ນີ້ ຊາວຄຣິສຕຽນ ລາວ ແລະ ມົ້ງ ແລະ ຜູ້ນັບຖືຜີ ຫລາຍຄົນ ໄດ້ຖືກຈັບ, ຖືກ ທໍຣະມານ ແລະ ຖືກຂ້າ ຫລື ຫາຍສາບສູນ ຢ່າງ ເປັນຣະບົບ ແລະ ຫລາຍຂຶ້ນ ຂນະທີ່ ຣັຖບາລ ຄອມມຸຍນິສ ລາວ ເຮັດວຽກ ແບບ ປະສານງານ ກັບ ກອງທັບ ປະຊາຊົນ ວຽດນາມ ແລະ ໜ່ວຍງານ ທີ່ ກ່ຽວຂ້ອງ ຢູ່ ກຸງ ຮ່າໂນ້ຍ; ສືບຕໍ່ ປະຕິບັດ ນະໂຍບາຍ ປາບປາມ ຜູ້ເຊື່ອຖື ສາສນາ ແບບ ເອກກະຣາດ ທີ່ ຕ້ອງການ ປະຕິບັດ ພິທີ ທາງ ສາສນາ ຢ່າງ ມີອິສຣະ ບໍ່ໃຫ້ ຣັຖບາລ ຄວບຄຸມ ແລະ ກວດສອບ ສະຖາບັນ ສາສນາ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.