ອາຈານສອນສາສນາ ຈໍາຄຸກ 1 ປີ ຄຳຕັດສິນບໍ່ມີ

ຈໍາປາທອງ
2021.03.15
ອາຈານສອນສາສນາ ຈໍາຄຸກ 1 ປີ ຄຳຕັດສິນບໍ່ມີ ບັດອະນຸຍາດ ຄຣູສອນສາສນາຄຣິສຕຽນ ຂອງອາຈານ ສີທົນ ທິບພະວົງ ທີ່ອອກໃຫ້ໂດຍ ສູນລວມຄຣິສຕະຈັກຂ່າວປະເສີດ ສປປລາວ. ຖ່າຍຮູບ ເດືອນເມສາ 2020 ໂດຍ: ສະມາຊິກໂບດ ບ້ານກະລຶມວັງແຂ້
ສະມາຊິກໂບດ ບ້ານກະລຶມວັງແຂ້

ໃນວັນທີ 15 ມິນາ 2021 ນີ້, ຖືເປັນເວລາ 1 ປີເຕັມ ພາຍຫຼັງທີ່ ອາຈານ ສີທົນ ທິບພະວົງ, ຄຣູສອນສາສນາຄຣິສຕຽນ ທີ່ບ້ານ ກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ຖືກເຈົ້າໜ້າທີ່ຕຳຣວດ ເຂົ້າສະແດງໂຕ ເພື່ອຈັບອາຈານ ໃນວັນທີ 15 ມິນາ 2020 ຂນະທີ່ພວມກະຕຽມ ພິທີນະມັສການພຣະເຈົ້າ ປະຈຳສັປດາ ທີ່ເຂດບ້ານຂອງທ່ານ.

ອີງຕາມແຫຼ່ງຂ່າວ ຈາກຜູ້ເປັນລູກສິດ ຂອງ ອາຈານ ສີທົນ ທີ່ເປັນຊາວລາວຄຣິສຕຽນ ທີ່ບ້ານກະລຶມວັງແຂ້ ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມິນາ ນີ້ວ່າມາເຖິງ ປັດຈຸບັນ, ອາຈານ ສີທົນ ກໍຍັງຖືກຂັງຄຸກ ທີ່ຄ້າຍຄຸມຂັງດັດສ້າງຫຼັກ 6 ຫຼື ຄຸກຫຼັກ 6 ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ນັ້ນຢູ່, ໂດຍທີ່ຍັງບໍ່ມີການອ່ານຄຳຕັດສິນ ຈາກສານ ແລ້ວແຈ້ງເປັນ ລາຍລັກອັກສອນ ຈາກພາກສ່ວນທີ່ກ່ຽວຂ້ອງ ສູ່ຄອບຄົວແຕ່ຢ່າງໃດເທື່ອ.

ຕໍ່ກັບສະຖານະພາບຫຼ້າສຸດນີ້, ສະມາຊິກຄອບຄົວ ແລະ ຍາດຕິພີ່ນ້ອງ, ໝູ່ເພື່ອນ ແລະ ລູກສິດອາຈານ ກໍຍັງມີຜັດປ່ຽນກັນໄປ ສົ່ງເຂົ້າສົ່ງນ້ຳ ໃຫ້ ອາຈານ ສີທົນ ຕາມປົກກະຕິ, ແຕ່ກໍຂາດໆເຂີນໆ ເນື່ອງຈາກຢູ່ຫ່າງໄກ ແລະຕ້ອງຂີ່ຣົດໂດຍສານເຂົ້າມາ ໃນເມືອງ, ເຊິ່ງຕ້ອງໃຊ້ເວລາໄປ-ກັບ ເສັຽເວລາ 1 ມື້ເຕັມ. ບາງເທື່ອ, ຜູ້ເປັນພັລຍາ ຂອງ ອາຈານ ສີທົນ ຕ້ອງໄດ້ເດີນທາງຈາກ ບ້ານກະລຶມວັງແຂ້ ເຂົ້າມາໃນໂຕເມືອງ ເພື່ອມາສົ່ງເຂົ້າສົ່ງນ້ຳ, ໂດຍທີ່ປະລູກນ້ອຍໄວ້ເຮືອນ ຈົນຕ້ອງໄດ້ພາກັນຂາດການຮ່ຳຮຽນ ຫຼືບໍ່ໄດ້ໄປໂຮງຮຽນ ຫຼາຍເທື່ອ.

ເຖິງຢ່າງໃດກໍຕາມ, ເມື່ອ 2 ສັປດາ ທີ່ຜ່ານມານີ້, ສະມາຊິກຄອບຄົວ ແລະ ຍາດຕິພີ່ນ້ອງ ຂອງອາຈານ ສີທົນ ກໍໄດ້ພາກັນຍື່ນ ຄຳຮ້ອງ ຂໍຄວາມເປັນທັມ ໃຫ້ພາກສ່ວນທີ່ ກ່ຽວຂ້ອງ ນັ້ນແລ້ວ ເພື່ອໃຫ້ມີການປ່ອຍ ອາຈານ ສີທົນ ໃນເງື່ອນໄຂການປ່ອຍພາງ ເພາະອາຈານ ສີທົນ ບໍ່ໄດ້ກະທຳຜິດຮ້າຍແຮງໃດໆ ທີ່ເປັນພັຍຕໍ່ສວັດດີພາບ ຂອງຄົນຮອບຂ້າງ ແລະ ບໍ່ມີພຶດຕິກັມ ທີ່ຈະຫຼົບໜີ.

ປັດຈຸບັນນີ້, ທາງຄອບຄົວ ກໍຍັງພາກັນລໍຖ້າຟັງວ່າ ເພິ່ນຈະໃຫ້ມີການປ່ອຍໂຕ ຫຼືບໍ່ ເພາະຍັງບໍ່ໄດ້ຮັບຄຳຕອບໃດໆ ພາຍຫຼັງທີ່ຍື່ນ ຄຳຮ້ອງຂໍຄວາມເປັນທັມນັ້ນໄປ ເມື່ອ 2 ສັປດາ ທີ່ຜ່ານມານັ້ນ, ແຕ່ຄອບຄົວ ແລະ ຍາດຕິພີ່ນ້ອງ ກໍຍັງເຊື່ອໝັ້ນໃນຂະບວນການ ຍຸຕິທັມ ຂອງທາງການທ້ອງຖິ່ນ ແລະ ຫວັງວ່າ ຈະມີການປ່ອຍ ອາຈານ ສີທົນ ໃນມໍ່ໆນີ້ດ້ວຍ.

ຕໍ່ບັນຫາດັ່ງກ່າວ, ໃນຕອນບ່າຍຂອງວັນທີ 15 ມິນາ ນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ຫ້ອງການສັນຕິບານ ຜແນກປ້ອງກັນຄວາມສງົບ ແຂວງສວັນນະເຂດ ວ່າຈະມີການແກ້ໄຂບັນຫາຂອງ ອາຈານ ສີທົນ ແນວໃດ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄວາມເຫັນໄດ້ ແລະ ໃຫ້ເຂົ້າໄປພົວພັນ ຢູ່ຫ້ອງການ.

ກ່ຽວກັບສາເຫດການຈັບ ອາຈານ ສີທົນ ທິບພະວົງ ນັ້ນໃນຕອນເຊົ້າເວລາ 7 ໂມງ 30 ຂອງມື້ວັນທີ 15 ມີນາ 2020 ຫຼື ເມື່ອປີ ກາຍ, ອາຈານ ສີທົນ ທິບພະວົງ ໄດ້ຖືກເຈົ້າໜ້າທີ່ ຕຳຣວດ ກຸ່ມກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ຈຳນວນ 7 ຄົນ ລົງມາຕິດຕາມ ແລະ ບັງຄັບໃຫ້ ອາຈານ ສີທົນ ເຊັນຮັບຮູ້ ເພື່ອໃຫ້ປະລະການເຊື່ອຖື ແລະ ຍຸຕິພິທີ ນະມັສການພຣະເຈົ້າ ປະຈຳສັປດາ ໂດຍປາສຈາກ ການແຈ້ງເຕືອນໃດໆ, ແຕ່ອາຈານ ສີທົນ ບໍ່ຍອມເຊັນ ຈຶ່ງຖືກເຈົ້າໜ້າທີ່ ຈັບໄປຂັງຄຸກ ໃນເວລາ 12 ໂມງ ຂອງມື້ດັ່ງກ່າວ ແລະ ຍັງຖືກຂັງຄຸກ ຈົນມາເຖິງທຸກມື້ນີ້, ໂດຍທີ່ບໍ່ເຄີຍແຈ້ງໃຫ້ທາງຄອບຄົວ, ຍາດຕິພີ່ນ້ອງ ແລະສະມາຊິກ ໂບດຂອງອາຈານ ສີທົນ ໃຫ້ຮັບຮູ້ ຢ່າງເປັນລາຍລັກອັກສອນວ່າ ອາຈານ ສີທົນ ຖືກຈັບໄປຂັງຄຸກ ໃນຂໍ້ຫາກະທຳຜິດຫຍັງ ແລະ ຈະຖືກສານຕັດສິນມື້ໃດ.

ອາຈານ ສີທົນ ທິບພະວົງ, ເປັນຊາວລາວ ສັນຊາຕລາວ ຊົນເຜົ່າບຣູ່ ຫຼືຊົນເຜົ່າກະຕ່າງ ອາຍຸ 34 ປີ, ເກີດ ແລະ ເຕີບໃຫຍ່ ທີ່ບ້ານກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ແລະ ໄດ້ເຣີ່ມເປັນຄຣູສອນ ສາສນາຄຣິສຕຽນ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ, ໂດຍໄດ້ຖືໄປອະນຸຍາດ ເລຂທີ 915/ຄຂລ ຈາກສູນລວມຄຣິສຕະຈັກ ຂ່າວປະເສີດ ສປປລາວ ເມື່ອປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

some chan lao soldier in Anouvong district
Mar 16, 2021 08:25 PM

Xaisomboun province Military News: 10-03-2021. Lao PDR top military Major General Khamlian Phuthakaisone in Anouvong district the Xaisomboun province military Base on 10-3-2021 has declared quietly that top General has order one battalion soldiers to surround the PhuBia mountain to hunt or chase the Hmong Resistant ( Chaofa ) group the remainding of Hmong CIA trained to fight the Lao PDR OR FORMERLY Pathet lao during the vietnam war Era in the Mountain of [PHUBIA). On 07-03-2021 lao PDR military reported that the Hmong resistant leader Vang Toua was killed and many of unarm were also killed. Mr Major General Khamlian also said to the military base that the Hmong CIA resistant would be ended at this time: The Hmong civilians and unarm in the Jungle Phubia Area were also be killed at all the General said to the military base. Hmong is also a target to the eye of Lao PDR military to kill because they were royalty to serve the U.S. CIA to fight the PATHET LAO. . Major general Khamlian said that the top Hmong Resistant vang toua has been reshot for about 46 bullets to the Head because he had fight the Lao PDR for 46 years.

Anonymous
Mar 17, 2021 12:58 AM

ໃນໂລກນີ້ ມີຫລາຍສາດສະໜາ ເຊິ່ງແຕ່ລະປະເທດແຕ່ລະຄົນ ກໍ່ນັບຖືສາດສະໜາທີ່ແຕກຕ່າງກັນ ສຸດແລ້ວແຕ່ຄວາມນິຍົມຊົມຊອບຂອງຕົນ. ທຸກໆສາດສະໜາແມ່ນສອນໃຫ້ຄົນເປັນຄົນດີ ປະຕິບັດດີຕໍ່ເພື່ອນມະນຸດດ້ວຍກັນ. ແຕ່ໃນໂລກນີ້ ມີແຕ່ລັດທິຄອມມິວນິດເທົ່ານັ້ນ ທີ່ບັງຄັບໃຫ້ຜູ້ຄົນ ນັບຖືລັດທິຄອມມິວນິດ ບັງຄັບໃຫ້ຜູ້ຄົນ ກຽດຊັງຄົນອື່ນ ສອນໃຫ້ຄົນ ມີແນວຄິດຄຽດແຄ້ນ ເຊັ່ນໃນປະເທດລາວ ພັກຄອມມິວນິດລາວ ບັງຄັບໃຫ້ຄົນ ຊັງລະບອບເກົ່າຊັງລະບອບນາຍທຶນ ຊັງພວກຕາເວັນຕົກ ແຕ່ໃຫ້ນິຍົມຊົມຊອບ ປະເທດຄອມມິວນິດດ້ວຍກັນ ເຊັ່ນ ຈີນ, ຫວຽດນາມ, ເກົາຫລີເໜືອ, ໂຊວຽດ ໃນສະໄໝກ່ອນ. ນອກຈາກນັ້ນ ກໍບັງຄັບໃຫ້ ເຄົາລົບພັກປະຊາຊົນປະຕິວັດລາວ ແລະຜູ້ນຳລາວ ທີ່ໂກງຊາດ ຄໍລັບເຊິ້ນ, ກົດຂີ່ປະຊາຊົນລາວດ້ວຍກັນ ແລະ ຂາຍຊາດຂາຍຊັບໃນດິນສິນໃນນ້ຳ ໃຫ້ຈີນແລະຫວຽດນາມ. ສຳລັບຄອມມິວນິດແລ້ວ ກໍ່ບໍ່ໄດ້ໃຫ້ຄວາມສຳຄັນສາດສະໜາແຕ່ຢ່າງໃດ ເພາະວ່າເວລາ ເຂົ້າຍຶດອຳນາດໃນປີ 1975ນັ້ນ ກໍໍ່ບັງຄັບໃຫ້ຄູບາອາຈານໄປອອກແຮງງານ ບັງຄັບໃຫ້ພຣະສົງທີ່ປະຊາຊົນເຊື່ອຖືແລະນັບຖືນັ້ນ ຊິກ ເພາະຢ້ານວ່າ ປະຊາຊົນຈະບໍ່ນັບຖືແລະເຄົາລົບຜູ້ນຳຄອມມິວນິດ. ນອກຈາກນັ້ນຍັງໂຄສະນາວ່າ ສາດສະໜາ ເປັນສິ່ງເບື່ອເມົາງົມງາຍ. ບໍ່ໃຫ້ປະຕິບັດແລະຈັດງານບຸນຕາມຮີດຄອງຕ່າງໆ. ແຕ່ເຮັດຈັ່ງໃດ ກໍບໍ່ສາມາດເອົາຊະນະສາດສະໜາພຸດ ແລະ ຮີດຄອງປະເພນີດັ່ງເດີມຂອງລາວໄດ້. ຕໍ່ມາຈິ່ງປ່ອຍໃຫ້ມີການປະຕິບັດ ແລະສືບຕໍ່ກັນມາ. ແຕ່ບັດນີ້ ພັດມາປາບປາມຊາວລາວ ທີ່ນັບຖືສາດສະໜາອື່ນໆ.