ຂ.ຄໍາມ່ວນ ຄຣິສຕຽນລາວຍັງ ຖືກບີບ

ສິດນີ
2016.03.18
F-Church ໂບດຂອງ ຊາວ ລາວ-ຄຣິສຕຽນ ບ້ານບົວຄໍາ ຂ.ສວັນນະເຂດ
pic2fly

ປັດຈຸບັນ ຊາວຄຣີສຕຽນ ທີ່ບ້ານຍາງ ແລະ ບ້ານດອນແກ້ວ ເມືອງ ນາກາຍ ແຂວງ ຄຳມ່ວນ ຍັງຖືກ ກົດດັນ ທາງສາສນາ ຫຼາຍຢູ່ ແຕ່ບໍ່ຫນັກ ເທົ່າປີກາຍ, ທາງການ ຍັງ ກີດກັ້ນບໍ່ໃຫ້ ຊາວຄຣິສຕຽນ ຮ່ວມກັນ ທຳພິທີ ທາງສາສນາ ແລະ ຍຶດເອົາປື້ມ ຄຳພີ ຂອງພວກ ຂະເຈົ້າໄປ. ບາງຄັ້ງ ເຈົ້າຫນ້າທີ່ ຕຳຣວດ ເມືອງ ກໍເອົາປື້ມ ຄຳພີຕີຫົວ ຂະເຈົ້າ. ຕາມຄຳເວົ້າ ຂອງ ຊາວຄຣີສຕຽນ ທີ່ແຂວງ ສວັນນະເຂດ ຕໍ່ ເອເຊັຽເສຣີ ໃນວັນທີ 7 ມິນາ ຜ່ານມາ.

ທ່ານວ່າ ຊາວຄຣິສຕຽນ ຈາກສອງບ້ານ ດັ່ງກ່າວນີ້ ໄດ້ໄປຮ້ອງຂໍ ນຳທາງການ ໃຫ້ຊ່ອຍ ແກ້ໄຂ ບັນຫາ ທີ່ເກີດຂຶ້ນ ແຕ່ໄດ້ ຄຳຕອບວ່າ "ພວກເຈົ້າ ຖື ສາສນານີ້ ບໍ່ມີໃຜ ຈະຄຸ້ມຄອງ ພວກເຈົ້າ ໃຜຢາກ ເຮັດຫຍັງ ໃຫ້ພວກເຈົ້າ ກໍໄດ້".

ກ່ຽວກັບ ເຣື້ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຖາມ ໄປຍັງ ເຈົ້າຫນ້າທີ່ ເມືອງນາກາຍ ໃນວັນທີ 16 ມິນາ ແລະກໍໄດ້ ຄຳຕອບວ່າ ນັ້ນເປັນເຣື້ອງ ທີ່ເກີດຂຶ້ນ ຫຼາຍປີ ມາແລ້ວ. ໃນ ປັດຈຸບັນ ບໍ່ມີບັນຫາ ຫຍັງ ຊາວຄຣິສຕຽນ ກໍພາກັນ ປະຕິບັດ ສອດຄ່ອງ ຕາມກົດຫມາຍ ທຸກຢ່າງ. ດັ່ງ ທ່ານ ກ່າວວ່າ:

"ບໍ່ ບໍ່ມີ ບໍ່ມີ ມີແຕ່ຖືກ ສອດຄ່ອງ ກັບຣະບຽບ ກົດຫມາຍຫມົດ ມັນເອກພາບ ອັນດຽວ ຫມົດແລ້ວ ມັນບໍ່ມີ ບັນຫາ ຫຍັງແລ້ວ ເຫິງແລ້ວ ແຕ່ປີ 2010 ພຸ້ນ ແບບເລັກໆ ນ້ອຍໆ ແບບວິພາກ ວິຈານ ກັນຊື່ໆດອກ ອັນນັ້ນຫັ້ນ".

ຊາວຄຣິສຕຽນ ທ່ານນັ້ນ ກ່າວຕື່ມວ່າ ໃນ ປັດຈຸບັນ ຊາວຄຣິສຕຽນ ຈາກສອງບ້ານ ນີ້ຍັງມີ ບັນຫາ ທີ່ກ່າວມາ ນັ້ນຢູ່ ແຕ່ ບໍ່ຮຸນແຮງ ປານໃດ ບໍ່ແມ່ນ ຖືກນາບຂູ່ ແລະ ໃຫ້ປະລະ ສາສນາ ຫລື ຖືກຈຳຄຸກ ຄືແຕ່ກອ່ນ.

ທ່ານວ່າ ຜ່ານມາ ອຳນາດ ການປົກຄອງ ທ້ອງຖິ່ນ ບໍ່ໃຫ້ລູກ ຊາວຄຣິສຕຽນ ໄປເຂົ້າ ໂຮງຮຽນ ຊາວຄຣິສຕຽນ ໄດ້ຂໍຮ້ອງ ໃຫ້ ເພິ່ນຊ່ອຍ ໃນທີ່ສຸດ ເພິ່ນກໍ ອະນຸຍາດ ໃຫ້ກັບໄປ ເຂົ້າໂຮງຮຽນ ໄດ້ຕາມ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.