ຊາວລາວ-ອອສເຕຣລຽນ ທັກທ້ວງ ທີ 2 ທັນວາ
2018.12.03

ໂດຍການນຳພາຂອງ ສະມາຄົມ ສົ່ງເສີມຊຸມຊົນລາວ ແຫ່ງຣັຖ New South Wales ຊື່ຫຍໍ້ວ່າ (ສສຊລ) ຊາວລາວອົພຍົບ ໃນນະຄອນ Sydney ປະເທດ ອອສເຕຣເລັຽ ແລະ ຈາກຫົວເມືອງໃນເຂດອ້ອມແອ້ມ ໄດ້ຈັດພິທີເຄົາຣົບທຸງຊາດລາວ ‘ຊ້າງສາມຫົວ’ ຂຶ້ນໃນວັນອາທິດ ທີ 2 ທັນວາ ປີ 2018, ຢູ່ຕໍ່ໜ້າ ສູນວັທນະທັມ ແລະຫ້ອງການຂອງ (ສສຊລ).
ຊຸມຊົນຊາວລາວອົພຍົບ ເຊື່ອວ່າ ການເຄົາຣົບທຸງຊາດລາວ ‘ຊ້າງສາມຫົວ’ ເປັນອີກວິທີນຶ່ງ ທີ່ີພວກຂະເຈົ້າ ຈະສາມາດ ປູກຝັງຈິດສຳນຶກ ແລະ ເຮັດໃຫ້ຫລາຍຄົນ ທັງອາວຸໂສ ແລະເຍົາວັຍ ຊຶມຊາບເຖິງພູມກຳເນີດຂອງຕົນເອງ ຫລັງຈາກທີ່ໄດ້ອົພຍົບ ມາຕັ້ງຖິ່ນຖານໃນ ປະເທດນີ້ ໄດ້ຫຼາຍປີແລ້ວ. ດັ່ງ ປະທານ ສະມາຄົມ ສົ່ງເສີມຊຸມຊົນລາວ ທ່ານ ເດດ ສີແສງຣັດ ໄດ້ອະທິບາຍ ກ່ຽວກັບເຣື່ອງນີ້ວ່າ:
"ການມາເຕົ້າໂຮມກັນມື້ນີ້ ເພື່ອປະນາມ ວັນທີ 2 ທັນວາ ຊຶ່ງເປັນວັນກຳເນີດວັນອຸບາດ ໃນການທຳລາຍຊາດ ແລະ ປະຊາຊົນລາວ ເຄື່ອງໝາຍຊອງ ອິສຣະພາບ ພວກເຮົາກໍຄື ທຸງຊ້າງສາມຫົວ ທີ່ເຮົາຮູ້ວ່າ Freedom Flag. ການປະນາມມື້ວັນທີ 2 ທັນວາ ມື້ນີ້ ກໍເພື່ອໃຫ້ຊາວລາວອົພຍົບ ມີຄວາມຊົງຈຳວ່າ ວັນທີ 2 ທັນວາ ນັ້ນ ເປັນວັນພາໃຫ້ປະເທດຊາດ ພິນາດຈິບຫາຍ ແລະ ສໍາຄັນທີ່ສຸດ ເປັນການເຕືອນຈິດໃຈ ຊາວລາວອົພຍົບເຮົາ."
ສ່ວນຜູ້ອາວຸໂສຜູ້ນຶ່ງ ມະຫາ ບຸນແລວ ຄຸດດາວົງ ກໍໄດ້ໃຫ້ຄວາມເຫັນ ກ່ຽວກັບ ການຈັດພິທີ ເຄົາຣົບທຸງຊາດລາວ ໃນວັນທີ 2 ທັນວາ ນີ້ວ່າ:
"ທຸງຊາດລາວ ເປັນທຸງສຳຄັນມາແຕ່ດຶກດຳບັນ ແລະ ວັນທີ 2 ທັນວາ ເປັນວັນອຸບາດ ຂອງຄົນປະເທດລາວ ຢູ່ປະເທດລາວ. ພວກເຮົາ ມາຢູ່ນີ້ສລອງ ທຸງຊ້າງສາມຫົວ ເພື່ອໃຫ້ມີໄຊຊນະ. ພວກເຮົາອົພຍົບ ມາຈາກປະເທດລາວ ແມ່ນຍ້ອນ ວັນທີ 2 ທັນວາ ວັນມະຫາອຸບາດ ອັນນີ້. ເປັນຫຍັງຈຶ່ງພາກັນມາເຮັດໃສ່ ວັນມະຫາອຸບາດນີ້ ເພາະວ່າ ຢາກດ່າມັນ ປະນາມມັນ ປະທ້ວງມັນ ວັນຊົ່ວ ວັນມະຫາອຸບາດ."
ຄົນລາວທີ່ມາຮ່ວມ ພິທີ ເຄົາຣົບທຸງຊາດລາວ ‘ຊ້າງສາມຫົວ’ ໂດຍທົ່ວໄປ ເວົ້າວ່າ ບໍ່ເຄີຍລືມ ຊາດກຳເນີດ ຂອງຕົນເອງ, ເຖິງວ່າ ອອສເຕຣເລັຽ ໄດ້ໃຫ້ການຊ່ວຍເຫລືອອູ້ມຊູ ໃຫ້ບ່ອນຢູ່ອາສັຍ ໃຫ້ຊີວິດໃໝ່ ແກ່ພວກຕົນ ກໍຕາມ.