ລາວ-ອອສເຕຣລຽນຈະປະທ້ວງ ເພື່ອ ສິທທິ ມະນຸສ

ປະທານ ຂບວນການ ເພື່ອ ສິທທິມະນຸສ ແລະ ປະຊາທິປະໄຕ ລາວ-ອອສເຕຣລຽນ ທ່ານ ປຣາກຽນ ວິຣະວົງສ໌
ປະທານ ຂບວນການ ເພື່ອ ສິທທິມະນຸສ ແລະ ປະຊາທິປະໄຕ ລາວ-ອອສເຕຣລຽນ ທ່ານ ປຣາກຽນ ວິຣະວົງສ໌ (RFA)

0:00 / 0:00

ຂບວນການ ເພື່ອ ສິທທິ ມະນຸສ ແລະ ປະຊາທິປະໄຕ ລາວ ອອສເຕຣລຽນ ມີ ໂຄງການ ຈະ ໄປປະທ້ວງ ໃກ້ເຂດ ກອງປະ ຊຸມ ສຸດຍອດ G20 ຢູ່ ນະຄອນ Brisbane, Australia ທີ່ມີ ກຳນົດ ຈັດຂຶ້ນ ຣະຫວ່າງ ວັນທີ 15 ແລະ 16 ເດືອນ ພຶສຈິກາ ນີ້.

ກຸ່ມ G20 ປະກອບ ດ້ວຍ 19 ປະເທດ ທີ່ ມີເສຖກິຈ ອັນດັບ ນຳໜ້າ ຂອງໂລກ ແລະ ສະຫະພາບ ຢູໂຣບ. ຜ່ານມາ ກອງ ປະຊຸມ ສຸດຍອດ G20 ມີ ເຈົ້າໜ້າທີ່ ຣະດັບສູງ ຕາງໜ້າ ຫຼາຍ ປະເທດ ປະມານ 4,000 ຄົນ ແລະ ບັນດາ ສື່ມວນຊົນ ທັງພາຍ ໃນ ແລະ ຕ່າງ ປະເທດ ຮອດ 3,000 ຄົນ ເຂົ້າຮ່ວມ.

ປະທານ ຂບວນການ ທ່ານ ປຣາກຽນ ວິຣະວົງສ໌ ພ້ອມດ້ວຍ ຄນະ ກັມມະການ ເຫັນວ່າ ສິທທິ ເສຣີພາບ ຂອງ ປວງຊົນ ຕ້ອງ ມາ ກ່ອນ ສິທທິ ໃນການ ຄ້າຂາຍ ດຳເນີນ ທຸຣະກິຈ ຈຶ່ງ ສເນີເຮັດ ປ້າຍ ຄຳຂວັນ ເປັນ ພາສາ ອັງກິດ ວ່າ “Freedom Before Free Trade”. ທ່ານ ປຣາກຽນ ວິຣະວົງສ໌ ໄດ້ກ່າວ ກ່ຽວກັບ ແຜນການ ທີ່ ຈະໄປ ຊູປ້າຍ ປະທ້ວງ ຄັ້ງນີ້ ວ່າ:

"ພວກເຮົາ ຂບວນການ ເພື່ອ ສິທິ ມະນຸສ ມີໂຄງການ ວ່າຈະໄປ ປະທ້ວງ ແຮ່ປ້າຍ ຢູ່ Brisbane ປະທ້ວງ ກອງປະຊຸມ G20. ທັມມະດາ ກອງປະຊຸມ G20 ນີ້ ເພິ່ນ ເນັ້ນໜັກ ໃສ່ ການຄ້າ ເສຣີ ກັບ ທຸກໆ ປະເທດ ໃນໂລກ ຮວມທັງ ລາວນຳ ສນັ້ນ ແລ້ວ ພວກເຮົາ ເຫັນວ່າ ລາວ ຫັ້ນ ຍັງບໍ່ ປະຕິບັດ ສິທທິ ມະນຸສ ເພິ່ນຊິ ໃຫ້ລາວ ເຂົ້າມາຮ່ວມ ການຄ້າ ເສຣີ ນຳ ໂລກຫັ້ນ ບໍ່ເຫັນ ສົມຄວນ ດັ່ງນັ້ນ ແລ້ວ ເຮົາຈຶ່ງ ມີ ໂຄງການ ຍົກປ້າຍ ປະທ້ວງ ວ່າ “Freedom Before Free Trade”. ໝາຍຄວາມ ວ່າ ສິທ ເສຣີພາບ ຂອງຄົນ ນັ້ນ ມາກ່ອນ ເຣື່ອງ ການຄ້າ ເສຣີ ຂໍ ຂອບໃຈ".

ຣັຖບານ ອອສເຕຣເລັຽ ມີກົດໝາຍ ພິເສດ ທີ່ ມີຊື່ວ່າ Special G20 legislation ໄດ້ ຖືກນຳ ເອົາມາ ບັງຄັບໃຊ້ ເປັນ ເວລາ 2 ອາທິດ ພາຍໃນ ເຂດ ນະຄອນ Brisbane ພາກໃຕ້ ໂດຍ ໄດ້ ອະນຸມັດ ເພີ້ມ ອຳນາດ ໃຫ້ ເຈົ້າໜ້າທີ່ ຕຳຣວດ ຄວບຄຸມ ຝູງຊົນ, ການ ຈະຣາຈົນ ແລະ ເຈົ້າໜ້າທີ່ ຮັກສາ ຄວາມສງົບ ທົ່ວໄປ ເພື່ອ ຮັກສາ ຄວາມສງົບ ຮຽບຮ້ອຍ ໃນເຂດ ພື້ນທີ່ ການ ປະຊຸມ, ນອກຈາກ ນັ້ນ ຫລາຍ ພື້ນທີ່ ພາຍໃນ ເຂດ ນະຄອນ Brisbane ເອງ ກໍຈະຖືກ ອັດ ເປັນເຂດ ຕ້ອງຫ້າມ ແລະ ຖືກປະກາດ ໃຫ້ເປັນ ພື້ນທີ່ ເພື່ອ ຄວາມ ປອດພັຍ ອີກດ້ວຍ.