ສສຊ ສເນີໃຫ້ ແກ້ໄຂເຣື່ອງທີ່ດິນ
2016.11.21
ໃນກອງປະຊຸມ ສະພາ ແຫ່ງຊາດ ທີ່ ຫາກໍຜ່ານ ມານີ້ ສະມາຊິກ ສະພາ ແຫ່ງຊາດ ທ່ານນຶ່ງ ໄດ້ສເນີ ໃຫ້ ຣັຖບາລ ສປປລາວ ແກ້ໄຂ ຄໍາຮ້ອງທຸກ ໃນເຣື່ອງ ທີ່ດິນ ຂອງ ປະຊາຊົນ ທີ່ບໍ່ໄດ້ ຮັບຄວາມເປັນທັມ ນັ້ນ ໃຫ້ໄດ້ ມາຕຖານຂຶ້ນ ຍ້ອນວ່າ ໃນຣະຍະ ຜ່ານມາ ການ ແກ້ໄຂບັນຫາ ນີ້ ຍັງມີ ຄວາມຫຍຸ້ງຍາກ ແລະ ມີຊ່ອງຫວ່າງ ຢູ່ພໍສົມຄວນ,ເຮັດໃຫ້ ເຣື່ອງແກ່ຍາວ, ສົ່ງຜົລໃຫ້ ສັງຄົມ ວິພາກ ວິຈານ ກ່ຽວກັບ ການ ປະຕິບັດງານ ຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດັ່ງທີ່ ທ່ານກ່າວວ່າ.
"ໃນຣະຍະ ຜ່ານມາ ການແກ້ໄຂ ຄໍາຮ້ອງ ຂໍ ຄວາມເປັນທັມ ຍັງມີ ຄວາມສັບສົນ ຫຍຸ້ງຍາກ ບໍ່ຈະບໍ່ແຈ້ງ ເຮັດໃຫ້ ມີ ຊ່ອງຫວ່າງ ແກ່ຍາວເວລາ ເຮັດໃຫ້ ຄູ່ກໍຣະນີ ຮ້ອງທຸກ ໄປຫາ ຫຼາຍພາກສ່ວນ ພາໃຫ້ ມີຫາງສຽງ ຈົ່ມວ່າ ໃນ ສັງຄົມ ຕໍ່ກັບ ການປະຕິບັດ ໜ້າທີ່ ຂອງ ພະນັກງານ ທີ່ກ່ຽວຂ້ອງ".
ຕໍ່ຄໍາເຫັນ ຂອງ ສະມາຊິກ ສະພາ ທີ່ວ່ານັ້ນ ເຈົ້າໜ້າທີ່ ທ້ອງຖິ່ນ ແຂວງອຸດົມໄຊ ຮູ້ສຶກ ເຫັນດີນໍາຫລາຍ ຍ້ອນວ່າ ມັນຈະ ເປັນຜົລດີ ໃຫ້ປະຊາຊົນ ຜູ້ທຸກຍາກ ທີ່ມີບັນຫາ ໃນເຣື່ອງ ທີ່ດິນ ກັບ ຄົນຮັ່ງມີ ຫລື ກັບນາຍທຶນ ທີ່ເຂົ້າມາ ຍຶດດິນ ຂອງ ພວກເຂົາເຈົ້າ.
"ເປັນຜົລດີແທ້ ສໍາລັບ ປະຊາຊົນ ຜູ້ ມັນທຸກຍາກ ຄັນຖ້າ ເຂົາບໍ່ເຮັດ ແບບນີ້ ປະຊາຊົນ ກະຍັງທຸກ ຄືເກົ່າຊັ້ນນະ ບາງເທື່ອ ຈະຫລາຍເດ ຄັນວ່າ ບໍ່ເໝາະສົມ ເພາະວ່າ ມັນຈະ ມີຫຼາຍຄົນເນາະ ຖືກໃຈກະສິແລ້ວ ບໍ່ຖືກໃຈ ແນ່ນອນ ເຂົາກະ ຕ້ອງຂຽນ ເພາະວ່່າ ທາງການແກ້ ເພື່ອ ຄວາມຍຸຕິທັມ".
ບັນຫາ ຄໍາຮ້ອງທຸກ ຂອງ ປະຊາຊົນ ໃນເຣື່ອງ ທີ່ດິນ ຢູ່ ສປປລາວ ຍັງມີຫຼາຍ ຮວມທັງ ຢູ່ເມືອງ ຫລວງພະບາງ ທີ່ມີ ການກ່າວຫາວ່າ ກຸ່ມເຈົ້າໜ້າທີ່ ຂັ້ນສູງ ຂອງ ຣັຖບາລ ໄດ້ຍຶດ ທີ່ດິນ ຂອງ ປະຊາຊົນ ໃຫ້ ນັກທຸຣະກິດ ນັ້ນນໍາດ້ວຍ.