ໃບຕາດິນຂອບຄໍາກໍໄຮ້ ຄວາມໝາຍ
2018.12.28

ເຫດການເຈົ້າໜ້າທີ່ບຸກຍຶດມ້າງເຮືອນປະຊາຊົນທີ່ ບ້ານດ່ານຊ້າງ ເປັນເຫດການທີ່ເຮັດໃຫ້ປະຊາຊົນແຕກຕື່ນ ຍ້ອນສາເຫດການຂັດແຍ່ງ ທີ່ດິນ ໂດຍຝ່າຍເຈົ້າໜ້າທີ່ອ້າງວ່າປະຕິບັດຄຳສັ່ງສານສູງສຸດ ແຕ່ຜູ້ເສັຍຫາຍກໍ່ມີເຫດຜົນພຽງພໍ ທີ່ຈະຮຽກຮ້ອງ ທີ່ດິນກັບຄືນ.
ເມື່ອທ້າຍເດືອນທັນວາ ທີ່ຜ່ານມາ ເກິດເຫດການ ເຈົ້າໜ້າທີ່ທັງສານ, ອັຍການ ແລະຕຳຣວດກຸ່ມບ້ານ ໄດ້ບຸກເຂົ້າໄປມ້າງເຮືອນປະຊາຊົນ ເຮັດໃຫ້ຜູ້ຄົນແຕກຕື່ນ ໂດຍເຈົ້າໜ້າທີ່ໄດ້ອ້າງວ່າ ລົງໄປປະຕິບັດຄຳຕັດສີນຂອງສານສູງສຸດ ທີ່ພິພາກສາໃຫ້ ໂຈດ ຊນະຄະດີ ຈຶ່ງເປັນທີ່ມາ ຂອງເຫດການ ດັ່ງກ່າວ:
ທັງນີ້ການກະທຳດັ່ງກ່າວ ທາງຕຳຣວດກຸ່ມບ້ານກໍ່ໄດ້ອອກມາຊີ້ແຈງຕໍ່ຊື່ມວນຊົນວ່າ ເຈົ້າໜ້າທີ່ຖືກເຊີນເຂົ້າຮ່ວມຕາມຂັ້ນຕອນ ແລະປະຕິເສດ ວ່າບໍ່ໄດ້ບຸກລຸກແຕ່ຢ່າງໃດ ດັ່ງທ່ານກ່າວວ່າ:
"ເຈົ້າໜ້າທີ່ເຮົາໄປບຸກລຸກອັນນີ້ອັນນັ້ນຫັ້ນມັນບໍ່ແມ່ນ ນີ້ແມ່ນການປະຕິບັດຄຳຕັດສິນຂອງສານ ນີ້ລະແມ່ນເຈົ້າໜ້າທີ່ ຂອງພວກເຮົາຖືກເຊີນ ເຂົ້າຮ່ວມເນາະ ປະຕິບັດຄຳສັ່ງຄຳຕັດສີນຂອງສານ ໄປໂຍກຍ້າຍຄອບຄົວ ທ່ານ ກຸມພັນ ອອກຈາກສະຖານທີ່ ດັ່ງກ່າວເນາະ."
ໃນຂນະດຽວຜູ້ເສັຍຫາຍ ຫລືຈຳເລີຍຜູ້ທີ່ເປັນເຈົ້າຂອງເຮືອນນັ້ນ ກໍໄດ້ຊີ້ແຈງເຖິງທີ່ມາຂອງການຄອບຄອງຕອນດິນ ທີ່ຂັດແຍ່ງກັນນັ້ນວ່າ ຜູ້ຊື່ ນາງຮຽງ ຫລວງພິນີດ ເມື່ອກ່ອນ ໃຫ້ທ້າວ ກຸມພັນ ແລ່ນທວງດິນໃຫ້ຈົນໄດ້ 40 ຕອນ ຕໍ່ມາ ນາງຮຽງ ໄດ້ເອົາ ທ້າວ ກຸມພັນ ເປັນລູກຮັກ ແລະໄດ້ມອບທີ່ດິນຕອນຂັດແຍ່ງໃຫ້ ໂດຍມີເອກກະສານຄົບຖ້ວນ ແຕ່ພໍເວລາຜ່ານຜູ້ເປັນລູກສາວ ຂອງນາງຮຽງ ກັບມາແຕ່ໄທ ແຕ່ຈະໃຫ້ ທ້າວ ກຸມພັນ ແລ່ນ ທວງເອົາທີ່ດິນ ຕອນຍັງເຫລືອ ແຕ່ເນື່ອງຈາກລູກສາວ ເປັນຄົນໄທ ທ້າວ ກຸມພັນ ປະຕິເສດ ຈຶ່ງເປັນທີ່ມາຂອງການ ຟ້ອງຮ້ອງທີ່ິດິນ ຕອນດັ່ງກ່າວ ຈົນເກີດເຫດວຸ້ນວາຍ.
ແຕ່ແນວໃດ ພວກເຮົາມາຕິດຕາມສຳພາດຄວາມຈິງ ຂອງ ຜູ້ເສັຍຫາຍເຖິງທີ່ມາຂອງການຄອບຄອງທີ່ດິນ.....
ກໍຣະນີດັ່ງກ່າວຜແນກຍຸຕິທັມ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງວ່າ ການທີ່ເຈົ້າໜ້າທີ່ໄດ້ລົງໄປແກ້ໄຂ ສິ່ງປຸກສ້າງຕາມຄຳສັ່ງຂອງສານ ປະຊາຊົນນະຄອນຫລວງວຽງຈັນ ເນື່ອງຈາກຄະດີດັ່ງກ່າວ ສານໄດ້ພິພາກສາໃຫ້ແບ່ງປັນທີ່ດິນ ບ່ອນຂັດແຍ່ງອອກ ເປັນ 5 ພູດ ສເມີກັນ ແລ້ວມອບໃຫ້ ນາງ ຮຽງ ຫລວງພິນິດ ໂຈດມີສິດຄຸ້ມຄອງ ແລະ ນຳໃຊ້ທີ້ດິນຕອນທີ່ມີຄວາມຂັດແຍ່ງນີ້ 4 ພູດ ສ່ວນອີກ 1 ພູດ ມອບໃຫ້ ທ້າວ ກຸມພັນ ສຸລິວົງ ຈຳເລີຍ ມີສິດຄຸ້ມຄອງແລະນໍາໃຊ້.
ພາຍຫລັງຄຳພິພາກສາຂອງສານໃຊ້ໄດ້ຢ່າງເດັດຂາດແລ້ວ ພະນັກງານຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ກໍໄດ້ດຳເນີນການລົງເກັບກຳ ຂໍ້ມູນ ກວດກາເບິ່ງທີ່ດິນຕົວຈິງ ເຫັນວ່າທີ່ິດິນທີ່ຂັດແຍ່ງ ມີເນື້ອທີ່ 38,776 ຕາແມັດ ແຕ່ໃນນັ້ນ ທ້າວ ກຸມພັນ ສຸລິວົງ ໄດ້ແບ່ງຂາຍແລ້ວ ຈຳນວນ 18,061 ຕາແມັດ ຍັງເຫລືອຕົວຈິງ 20,715 ຕາແມັດ ເຊິ່ງຖ້າແບ່ງເປັນ 5 ພູດ ຕາມຄຳພິພາກສາຂອງສານ ທ້າວ ກຸມພັນ ສຸລິວົງ ຈະໄດ້ຮັບ 7775 ຕາແມັດ ແຕ່ຜຸ້ກ່ຽວໄດ້ຂາຍທີ່ດິນເກີນພູດທີ່ ໄດ້ຮັບ 10,306 ຕາແມັດ.
ສະນັ້ນຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈຶ່ງນຳເອົາຄະດີດັ່ງກ່າວ ເຂົ້າຜ່ານກອງປະຊຸມ ແລະ ຂໍທິດຊີ້ນຳຈາກກະຊວງຍຸຕິທັມ ແລະນະຄອນຫລວງວຽງຈັນ ຈຶ່ງໄດ້ຕົກລົງ ໃຫ້ເອົາທີ່ິດິນທີ່ ທ້າວກຸມພັນ ສຸລິວົງ ຄຸ້ມຄອງຢູ່ນັ້ນມອບໃຫ້ນາງ ຮຽງ ຫລວງພິນີດ ເປັນຜູ້ ຄຸ້ມຄອງ ແລະນຳໃຊ້ ຖ້າບໍ່ພໍເທົ່າໃດ ໃຫ້ກວດກາຊັບຂອງຈຳເລີຍ ເພື່ອມາປະຕິບັດຄຳຕັດສີນຂອງສານ.