ທາງການຈະເຂັ້ມງວດຄົນງານ ຈີນ
2016.10.24
ເຈົ້າໜ້າທີ່ລາວ ໃນແຂວງ ພາກເໜືອ ທີ່ ທາງຣົດໄຟ ລາວ-ຈີນ ຈະຜ່ານນັ້ນ ຈະຄຸ້ມຄອງ ຄົນງານຈີນ ທີ່ເຂົ້າມາ ເຮັດວຽກ ໃນໂຄງການ ຢ່າງເຂັ້ມງວດ ເພື່ອ ສະກັດກັ້ນ ບໍ່ໃຫ້ ເກີດບັນຫາ ທາງສັງຄົມ ຕາມມາ ໂດຍຈະອອກ ຂໍ້ບັງຄັບ ໃຫ້ ຄົນງານຈີນ ປະຕິບັດ ຕາມຣະບຽບ ກົດໝາຍ ຂອງລາວ ຢ່າງເຄັ່ງຄັດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ຫລວງນໍ້າທາ ຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 21 ຕຸລານີ້:
"ສິ່ງທ້າທາຍທີ່ສຸດ ອັນໜັກ ແມ່ນເວົ້າເຣື່ອງ ສັງຄົມ ເຮົາສິ ພຍາຍາມ ລົງໃກ້ຊິດ ເນາະ, ແນະນໍາ ໃຫ້ຂະເຈົ້າ ເວົ້າເຣື່ອງ ການປະຕິບັດ ຣະບຽບ ກົດໝາຍ ເຮົານີ້ແຫຼະ ໃຫ້ຫັນເຂົ້າສູ່ ຣະບຽບ ກົດໝາຍ ສິໃຫ້ ປະຕິບັດ ຕາມຣະບຽບເຂົາ ນີ້ບໍ່ໄດ້ ເຮົາຕ້ອງ ເນັ້ນໜັກໃສ່ ຣະບຽບ ເຮົາ ຫັນແຫຼະ".
ທ່ານ ກ່າວຕື່ມວ່າ ຫາກປະປ່ອຍ ໃຫ້ເຂົາເຈົ້າ ເຮັດວຽກ ແບບຕາມໃຈ ອາດເຮັດໃຫ້ ແຕ່ລະທ້ອງຖິ່ນ ກາຍເປັນ ເມືອງຂຶ້ນ ຂອງຈີນ ແບບ ບໍ່ຮູ້ສຶກຕົວ ເປັນເຣື່ອງທີ່ ທາງການລາວ ຈະຖືເບົາ ບໍ່ໄດ້ ຢ່າງເດັດຂາດ. ສິ່ງທີ່ ທາງການລາວ ຈະຕ້ອງ ຄວບຄຸມໃຫ້ໄດ້ ຄື ເວລາເຮັດວຽກ ຂອງ ຄົນງານຈີນ ເພາະພວກເຮົາ ກໍຮູ້ກັນວ່າ ຄົນງານຈີນ ມັກຈະເຮັດວຽກ ກາຍໂມງເວລາ ຫຼື ເຮັດວຽກ ໄປຈົນຮອດ ຕອນກາງຄືນ.
ທ່ານເວົ້າເຖິງ ຂໍ້ປະຕິບັດ ທີ່ ຄົນງານຈີນ ຈະຕ້ອງ ຍຶດຖືນັ້ນ ປັດຈຸບັນ ຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ກໍາລັງ ຮ່າງກົດຣະບຽບ ນັ້ນຢູ່ ແລະ ຈະຖືກ ນໍາເຜີຍແຜ່ ຕາມສະຖານທີ່ ພັກເຊົາ ຂອງ ຄົນງານ ເມື່ອໂຄງການ ສ້າງທາງຣົດໄຟ ໄດ້ເລີ່ມຂຶ້ນ. ຜ່ານມາ ປະຊາຊົນ ແຂວງ ຫຼວງນໍ້າທາ ແລະ ແຂວງ ອຸດົມໄຊ ກໍກັງວົນ ຕໍ່ການທີ່ ຄົນງານຈີນ ຈໍານວນຫຼາຍ ຈະເຂົ້າມາ ເພາະຢ້ານວ່າ ຄົນງານຈີນ ບາງກຸ່ມອາຈ ເຮັດແນວບໍ່ດີ ຕໍ່ສັງຄົມລາວ ເຊັ່ນ ເສພ ຂອງມືນເມົາ, ລັກຊັບ ຫຼື ຕົວະຍົວະ ແມ່ຍິງລາວ ອັນອາດ ເຮັດໃຫ້ ເກີດບັນຫາ ທາງສັງຄົມ.