4 ປີ ທ.ສົມບັດຫາຍສາບສູນ

ຈໍາປາທອງ
2016.12.11
F-Sombat ງານເສວະນາລໍາລຶກ ທີ່ຂອນແກ່ນ ປະເທດໄທ ໃນວັນຄົບຮອບ 4 ປີ ທີ່ ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປ
RFA/PN

ໃນວັນຄົບຮອບ 4 ປີ ທີ່ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົມ ດີເດັ່ນ ຂອງລາວ ຖືກລັກພາຕົວໄປ ແຕ່ວັນທີ 15 ທັນວາ 2012 ເຄືອຂ່າຍ ຄົນລຸ້ນໃໝ່ ກຸ່ມລຸ່ມ ແມ່ນ້ຳຂອງ ແລະ ກຸ່ມພົລເມືອງ ຄົນລຸ້ນໃໝ່ ຂອງໄທ ຮ່ວມກັນ ຈັດງານ ເສວະນາ ຫລື ກອງປະຊຸມ ສຳມະນາ ພາຍໃຕ້ຫົວຂໍ້ “ເມື່ອຄົນ ຄົນນຶ່ງຫາຍໄປ” ຂຶ້ນທີ່ຫ້ອງປະຊຸມ ດິໂອໂຣຣາ ມະຫາວິທຍາລັຍ ຂອນແກ່ນ ປະເທສໄທ ເມື່ອວັນທີ 10 ທັນວາ.

ໃນການເສວະນານັ້ນ ໄດ້ເວົ້າເຖິງ ກໍຣະນີ ຂອງທ່ານ ສົມບັດ ສົມພອນ ຜູ້ມີຜົລງານ ດີເດັ່ນ ໃນການພັທນາ ຊຸມຊົນ ຊາວລາວ ຈົນໄດ້ຮັບ ຣາງວັນ ແມັກໄຊໄຊ ແລະ ທັງມີການ ສາຍວິດີໂດ ທີ່ເລົ່າເຖິງຊີວິດ, ວິສັຍທັສ ແລະ ຜົນງານຂອງທ່ານ ທີ່ໄດ້ອອກເຮື່ອ ເທແຮງ ທັງສະຕິ ປັນຍາ ແລະ ອຸທິດຕົນ ສົ່ງເສີມການ ມີສ່ວນຮ່ວມ ຂອງພາກ ປະຊາສັງຄົມ ໃນການພັທນາ ເສຖກິດ-ສັງຄົມ ຂອງ ປະເທດ.

ຍານາງ ວະຣຸນີ ວັນມະໂນ ນັກສຶກສາ ມະຫາວິທຍາລັຍ ຂອນແກ່ນ ໄດ້ກ່າວ ໃນເວທີເສວະນາ ນັ້ນວ່າ:

"ລຸງສົມບັດ ສົມພອນ ເປັນຄົນລິເລີ່ມ ພັທນາ ຜູ້ນໍາ ຄົນລຸ້ນໃໝ່ ໃນລາວ ທ່ານຈະເນັ້ນ ບ່ອນນີ້ ພັທນາ ຊັພຍາກອນມະນຸດ ໃນຊົນນະບົດ ໃຫ້ມີ ຄຸນນະພາບ ຊີວິດ ທີ່ດີຂຶ້ນ ສິ່ງທີ່ ລຸງສົມບັດ ທໍາ ເປັນສິ່ງທີ່ ບໍ່ໄດ້ເກີດ ຄວາມຂັດແຍ້ງ ກັບ ອີ່ຫຍັງເລີຍ ທ່ານໄດ້ຮັບ ຄວາມຮ່ວມມື ກັບໜ່ວຍງານ ຕ່າງໆ ຈາກທ້ອງຖິ່ນ ແລະ ຣະດັບ ປະເທດ ໃນການສນັບສນູນ ກິຈກັມ".

ຍານາງ ກ່າວຕື່ມວ່າການບັງຄັບ ໃຫ້ຄົນຫາຍສາບສູນໄປ ເປັນເຣຶ່ອງຣະເມີດ ສິດທິມະນຸດ ຂັ້ນພື້ນຖານ ຫາກເບິ່ງໃນເຣຶ່ອງ ສິດທິມະນຸດ, “ມະນຸດ ບໍ່ຄວນເຮັດ ກັບມະນຸດ” ເຊັ່ນດຽວກັນກັບ ທີ່ເຮັດກັບ ທ່ານ ສົມບັດ ສົມພອນ. ຕໍ່ບັນຫາ ການຫາຍສາຍສູນ ຂອງທ່ານ ສົມບັດ ສົມພອນ ແລະ ບຸກຄົນ ອື່ນໆນັ້ນ ທ່ານ ນັດທະວຸດ ກົມພັກດີ ປະທານ ເຄືອຂ່າຍ ກຸ່ມພົລເມືອງ ຄົນລຸ້ນໃໝ່ ກ່າວຕໍ່ ວິທຍຸ ເອເຊັຽເສຣີວ່າ:

"ພໍສລຸບໄດ້ວ່າ ບັນຫາ ທີ່ເຮັດໃຫ້ເກີດ ການຣະເມີດ ສິດທິມະນຸດ ແລະ ການບັງຄັບ ໃຫ້ຄົນ ຫາຍສາບສູນ ມັນເປັນ ວັທນະທັມ ຂອງ ໜ່ວຍງານ ປະຕິບັດ ກົດໝາຍ ແລະ ຜູ້ມີອໍານາດ ທີ່ເຮັດໃຫ້ ສັງຄົມເຫັນວ່າ ການຖືກບັງຄັບ ໃຫ້ ຫາຍສາບສູນ ແມ່ນຍ້ອນ ການກະທໍາຜິດ ຂອງ ຄົນຜູ້ນັ້ນເອງ".

ນອກຈາກ ກິຈກັມ ທີ່ວ່ານັ້ນແລ້ວ ກຸ່ມ ເຄືອຂ່າຍ ເຍົາວະຊົນ ໃນປະເທສໄທ ກໍຈະໄດ້ ຈັດເວທີລຳລຶກ ເຖິງ ທ່ານ ສົມບັດ ສົມພອນ ຂຶ້ນທີ່ ແຂວງອຸດອນ ໃນວັນທີ 14 ທັນວາ ນີ້ ແລະ ທັງຕຣຽມ ເດີນທາງໄປຮ່ວມ ກິຈກັມ ກັບອົງການ ປາແດກ ໃນວັນຄົບຮອບ 4 ປີ ຂອງການ ຖືກລັກພາຕົວ ຢູ່ ນະຄອນຫຼວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.