ອົງການກວດສອບຖືກຕໍານິ

ສົມເນ
2015.07.15
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

ການ ປະກອບ ຄໍາເຫັນ ຂອງ ສະມາຊິກ ສະພາ ແຫ່ງຊາຕ ບາງເຂດ, ເມື່ອ ວັນທີ 8 ກໍຣະກະດາ ຜ່ານມາ ກ່ຽວກັບ ຣາຍງານ ຂອງ ປະທານ ອົງການ ກວດສອບ ແຫ່ງ ຣັດ ຕໍານິ ວ່າ, ເປັນ ຣາຍງານ ທິສດີ ຫຼາຍກວ່າ ຕົວຈິງ. ຍານາງ ວັນເພັງ ແກ້ວນະຄອນ ສະມາຊິກ ສະພາ ເຂດ ເລືອກຕັ້ງ 1 ນະຄອນ ຫຼວງວຽງຈັນ ກ່າວວ່າ, ຣາຍງານ ນັ້ນບໍ່ ແຈ້ງຂາວ, ຂາດ ຫລັກຖານ ຕົວຈິງ ແລະ ບໍ່ໄດ້ ຕີຣາຄາ ວ່າ ຜົນກວດສອບ ນີ້ ໄດ້ດີ ນ້ອຍຫຼາຍ ປານໃດ. ດັ່ງ ຍານາງ ໄດ້ກ່າວ ໃນ ຕອນນຶ່ງ ວ່າ:

"ຖ້າວ່າ ທຽບ ບົດຣາຍງານ ການ ກວດສອບ ໃນ ຄັ້ງນີ້ ກັບ ບົດ ຣາຍງານ ໃນ ຣະຍະ ຜ່ານມາ ເຫັນວ່າ, ມັນກ່າ ຂ້ອນຂ້າງ ມີອັນແປກໆ ນ້ອຍນຶ່ງ, ແປກ ຢູ່ບ່ອນໃດ ແປກຢູ່ ບ່ອນວ່າ ມັນເປັນ ບົດຣາຍງານ ທາງດ້ານ ທິສດີ ຫຼາຍ, ສ່ວນວ່າ ຕົວເລກ ຕົວຜາ ຫຼາຍທ່ານ ກໍໄດ້ເວົ້າ ມາແລ້ວ, ມັນບໍໄດ້ ປາກົດ ໃຫ້ເຮົາ ເຫັນວ່າ ມັນດີ ອັນໃດ ມັນອ່ອນ ບ່ອນໃດ ໃຜ ມີໜີ້ ມີສິນ ຫຼາຍ ປານໃດ ເນາະ".

ຍານາງ ວ່າ ບົດຣາຍງານ ໃນ ຣະຍະ ຜ່ານມາ ໄດ້ ບອກແຈ້ງ ວ່າ ແຂວງໃດ ເມືອງໃດ ຜແນກໃດ ເປັນໜີ້ ເປັນສິນ, ແລະ ມີພັນທະ ຕ້ອງ ສົ່ງໜີ້ສິນ ຄືນ, ແຕ່ ຣາຍງານ ຊຸດນີ້ ມີແຕ່ ເວົ້າເຖິງ ເປົ້າໝາຍ ແລະ ແຜນການ ທີ່ ຈະ ປະຕິບັດ ໃນ ຕໍ່ໜ້າ.

ບັນຫາ ນຶ່ງອີກ ທີ່ ໜ້າ ຕົກໃຈ ແມ່ນເຣື້ອງ ການ ຍົກເວັ້ນ ພາສີ ອາກອນ ນໍ້າມັນ ເຊື້ອເພີງ ແລະ ພາຫານະ ຊຶ່ງ ເປັນ ບັນຫາ ທີ່ ສັງຄົມ ຕໍານິ ຫຼາຍທີ່ສຸດ ເພາະມັນ ເປັນ ຊ່ອງວ່າງ ໃຫ້ເກີດ ການ ສໍ້ຣາສ ບັງຫຼວງ:

"ການຍົກເວັ້ນ ພາສີ ອາກອນ ນໍາເຂົ້າ, ປະເພດ ນໍ້າມັນ ເຊື້ອໄຟ ແລະ ພາຫານະ ມີ ທ່າອ່ຽງ ເພີ້ມຂຶ້ນ ໃນ ແຕ່ລະປີ.. ໂອ້ນີ້ ໜ້າຕົກໃ ຈເນາະ. ກ່າດີ ທີ່ ອົງການ ກວດສອບ ເຫັນ, ແຕ່ວ່າ ເວົ້າເປັນ ທິສດີ ຄືເກົ່າ, ກ່າຍັງ ບໍ່ເຫັນວ່າ ນໍ້າມັນ ນີ້ ໃຜກິນໄປ ເທົ່າໃດ, ໃຜກິນໄປ ຈັກລິຕ, ໃຜເຮັດ ແນວໃດ ກໍຍັງ ບໍ່ອອກມາ ຄືເກົ່າ".

ຕໍ່ການ ຕໍານິ ຕິຕຽນ ຂອງ ສະມາຊິກ ສະພາ ເທື່ອນີ້ ປະຊາຊົນ ໃນ ນະຄອນ ຫຼວງ ທີ່ ຕິດຕາມ ຂ່າວ ເວົ້າວ່າ ສະມາຊິກ ສະພາ ກໍເວົ້າພໍ ແກ້ໜ້າ ປະຊາຊົນ ເທົ່ານັ້ນ:

"ເຂົາ ກ່າເວົ້າ ຊື່ໆ ຫັ້ນແລ້ວ, ຍ້ອນ ແນວນັ້ນ ແລ້ວ ປະຊາຊົນ ເຂົາ ຈັ່ງ ຫລາບຈັ່ງຈື່, ເຂົາຈຶ່ງ ບໍ່ມີ ຄໍາຄິດ ຄໍາເຫັນ ສົ່ງຂ່າວ ໄປຫາ ຍ້ອນແນວນັ້ນ ຫັ້ນແຫລະ, ເວົ້າໄປ ແລ້ວ ກ່າເຮັດຄື ຊື່ໆ ອື້ໆໆ, ແລ້ວກ່າ ບໍ່ ປະຕິບັດ ເດ ມັນເປັນ ແນວນັ້ນ ເຣື້ອງມັນ ມັນ ຮ່ວມຫົວກັນ ໝົດນະ".

ໃນຂນະ ດຽວກັນ ສະມາຊິກ ສະພາ ບາງຄົນ ພັດ ຊື່ນຊົມ ຜົນງານ ການ ກວດສອບ ຂອງ ອົງການ ກວດສອບ ແຫ່ງຣັຖ ວ່າ ມີເວລາ ນ້ອຍ ກວດໄດ້ ຊໍ່ານີ້ ກໍຖືວ່າ ຮັບ ໄດ້, ແຕ່ ເຖິງຢ່າງໃດ ກໍດີ ສະມາຊິກ ສະພາ ຫຼາຍຄົນ ກໍຢາກໃຫ້ ອົງການ ກວດສອບ ແຫ່ງຣັຖ ກວດສອບ ໃຫ້ ລະອຽດ ຂຶ້ນຕື່ມ, ເມື່ອ ຮູ້ຈັກ ຈຸດດີ, ຈຸດ ຄົງຄ້າງ ແລ້ວ ໃຫ້ ແກ້ໄຂ ແລະ ເອົາມາຕການ ລົງໂທດ ຜູ້ ກະທໍາ ຜິດ, ສ່ວນ ປະຊາຊົນ ທັມມະດາ ສາມັນ ນັ້ນ ປາກົດວ່າ ໝົດ ສັດທາ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.