ກອງປະຊຸມຂ່າວສານເທັກໂນ ໂລຈີ

ສົມເນ
2014.09.26
f-default ກອງປະຊຸມຂ່າວສານ ເທັກໂນ ໂລຈີ ຄົມມະນາຄົມ
RFA

 

ກອງປະຊຸມ ສຸດຍອດ ປີ 2014 ເຣື້ອງ ຂ່າວສານ ແລະ ການ ຄົມມະນາຄົມ (ICT) ຖືກຈັດຂຶ້ນ ທີ່ ນະຄອນ ຫລວງ ວຽງຈັນ ໃນວັນທີ 25 ກັນຍາ ນີ້ ໂດຍມີ ຜູ້ປະກອບ ທຸຣະກິຈ ການ ຄົມມະນາຄົມ ແລະ ຜູ້ຕາງໜ້າ ຈາກ ກະຊວງ ໄປສະນີ ແລະ ໂທຣະຄະມະນາຄົມ ເຂົ້າຮ່ວມ. ຕາມຣາຍງານ  ໜັງສືພິມ ທາງການ ລາວ.

ກອງປະຊຸມ ໄດ້ຖືກ ຈັດຂຶ້ນ ໂດຍ ບໍຣິສັດ ເຄືອຂ່າຍ ໂທຣະຄະມະນາຄົມ ຮົວເວ ຂອງຈີນ ໂດຍມີ ຈຸດປະສົງ ແລກປ່ຽນ ຄວາມຄິດ ຄວາມເຫັນ ແລະ ປະສົພການ ກັບ ຜູ້ຖືຫຸ້ນ ຝ່າຍລາວ ດ້ານ ຂ່າວສານ ແລະ ການຄົມມະນາຄົມ.

ຜູ້ເຂົ້າຮ່ວມ ກອງປະຊຸມ ໄດ້ ມີໂອກາດ ຮູ້ຈັກ ທ່າອ່ຽງ ຂອງ ເທັກໂນໂລຈີ ແຖບຄວາມຖີ່ ກວ້າງ (mobile broadband) ຂອງ ໂທຣະ ສັບ ມືຖື ການ ປະຕິບັດ ງານຂອງ ຄອມພຸຍເຕີ້ ທີ່ ໃຊ້ຣະບົບ ຮັບໃຊ້ ຜ່ານເຄືອຂ່າຍ ອິນເທີເນັດ (Cloud computing) ເທັກໂນໂລຈີ ວິເຄາະ ຂໍ້ມູນ ແລະ ເຄືອຂ່າຍ ສື່ສັງຄົມ ເປັນຕົ້ນ.

ບໍຣິສັດ ຮົວເວ ເປັນ ບໍຣິສັດ ທີ່ ລົງທຶນ ດ້ານ ໂທຣະຄະມະນາຄົມ ໃນລາວ ຣາຍໃຫຽ່ ນັບແຕ່ ປີ 1999 ເປັນຕົ້ນມາ. ບໍຣິສັດ ນີ້ ໄດ້ ປະກອບ ແລະ ຕິດຕັ້ງ ຣະບົບ ເຄື່ອຂ່າຍ ໂທຣະຄະມະນາຄົມ 3G ຣະບົບ ທໍາອິດ ໃນ ນະຄອນ ຫລວງ ວຽງຈັນ ເມື່ອປີ 2008 ແລະ ຕໍ່ມາ ໄດ້ຕິດຕັ້ງ ລະບົບ 4G ໃນປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.