ອິນເດັຽຍິນດີຊ່ອຍເຫລືອລາວ


2013.09.10
F-Salman Khurshid ທ່ານ Salman Khurshid ຣັຖມົນຕຣີ ການຕ່າງປະເທສ ອິນເດັຍ ຈັບມືກັບ ທາ່ນທອງສິງ ທັມມະວົງ ທີ່ນະຄອນຫລວງວຽງຈັນ
The Embassy of India in Vientiane

 

ອິນເດັຽ ຕົກລົງໃນວັນທີ 9 ກັນຍາ 2013 ທີ່ຈະໃຫ້ການ ຊ່ວຍເຫລືອ ລາວ 66 ລ້ານ 1 ແສນ 5 ໝື່ນ ໂດລາສະຫະຣັຖ ເພື່ອໃຊ້ເຂົ້າໃນ ວຽກງານ ຊົລປະທານ, ໂຄງການໄຟຟ້າພລັງນໍ້າ ຮວມທັງ ການຂຍາຍສາຍສົ່ງໄຟຟ້າ ສໍາລັບການພັທນາເສຖກິດ-ສັງຄົມຢູ່ລາວ. ຕາມຣາຍ ງານ ຂອງໜັງສືພິມ Business Standard ໃນວັນທີ 9 ກັນຍາ ນີ້.

ການຕົກລົງດັ່ງກ່າວ ມີຂຶ້ນໃນຣະຫວ່າງ ການຢ້ຽມຢາມລາວ ຂອງທ່ານ Salman Khurshid ຣັຖມົນຕຣີ ການຕ່າງປະເທສອິນເດັຍ ເພື່ອ ເຂົ້າຮ່ວມ ກອງປະຊຸມ ຂອງກັມມາທິການ ຮ່ວມ ອິນເດັຍ-ລາວ ກ່ຽວກັບການຮ່ວມມື 2 ຝ່າຍ. ຖແລງການ ຢ່າງເປັນທາງການ ເວົ້້າວ່າ ຂໍ້ ຕົກລົງກ່ຽວກັບການຊ່ວຍເຫລືອທີ່ແບ່ງອອກເປັນ 2 ພາກສ່ວນຄື:ພາກສ່ວນນຶ່ງແມ່ນເພື່ອໂຄງການຊົລປະທານ 4 ແຫ່ງຢູ່ 3 ແຂວງຂອງລາວ ຈໍານວນ 30 ລ້ານ 9 ແສນ 4 ໝື່ນໂດລາ ແລະອີກສ່ວນນຶ່ງ ແມ່ນເພື່ອໃຊ້ເຂົ້າ ໃນໂຄງການເຂື່ອນນໍ້າບຸ່ນ2 ໂດຍຈະຂຍາຍ ສາຍສົ່ງໄຟຟ້າ ໄປຫາທ່າສາລາ ຫລັກຊາວ ຈໍານວນ 35 ລ້ານ 2 ແສນ 5 ໝື່ນໂດລານັ້ນ ໄດ້ຖືກຮັບຮອງ ຢູ່ໃນຣະຫວ່າງ ກອງປະຊຸມ ຂອງກັມມາທິການ ດັ່ງກ່າວ. ຖແລງການເວົ້າວ່າ ໂຄງການເຫຼົ່ານັ້ນ ຈະປະກອບສ່ວນ ເຂົ້າໃນ ການພັທນາ ເສຖກິດ -ສັງຄົມ ຂອງລາວ.

ເມື່ອກ່ອນໜ້ານີ້ ຈີນ ກໍຕົກລົງ ທີ່ຈະໃຫ້ ການຊ່ວຽເຫລືອ 81 ລ້ານ ໂດລາສະຫະຣັຖ. ໃນນັ້ນ 49 ລ້ານໂດລາ ເປັນການ ຊ່ວຍເຫລືອລ້າ ແລະ 32 ລ້ານ 6 ແສນໂດລາ ເປັນເງິນກູ້ ທີ່ບໍ່ມີດອກເບັ້ຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.