ຂ.ຈໍາປາສັກຈັບຣົດຂົນໄມ້ ເຖື່ອນ


2014.01.08
F-default ຂ.ຈໍາປາສັກຈັບຣົດຂົນໄມ້ ເຖື່ອນ
RFA

 

ເຈົ້າໜ້າທີ່ ພາສີເຄື່ອນທີ່ ແຂວງຈາປາສັກ ຈັບຣົດບັນທຸກຂອງຊາວຈີນ 6 ຄັນ ທີ່ລັກລອບຂົນໄມ້ຜິດກົດໝາຍຈາກແຂວງເຊກອງຜ່ານແຂວງ ຈໍາປາສັກ ແລະຢຶດໄມ້ ປະດົງ ແລະໄມ້ດູ່ ໄດ້ທັງໝົດ 200 ປາຍ ແມັດກ້ອນ, ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ຄົນນຶ່ງ:

"ເຂົາຈັບແຕ່ວັນທີ່ 23 ເດືອນ 12 ແລະ 26 ຈໍານວນ 6 ຄັນ 200 ປາຍແມັດກ້ອນໄມ້ປະດົງກັບໄມ້ປະດູ່ ຄົນລົກລອບຂາຍນີ້ແມ່ນພວກຄົນ ຈີນ".

ທ່ານວ່າ ເມື່ອເຈົ້າໜ້າທີ່ພາສີກວດເອກກະສານໃບອະນຸຍາດ ແລ້ວພົບວ່າ ໄມ້ຈໍານວນດັ່ງກ່າວ ບໍ່ກົງກັນກັບເອກສານທີ່ອະນຸຍາດໃຫ້ ຈຶ່ງໄດ້ ກັກເອົາໄມ້ທັງໝົດນັ້ນໄວ້. ເມື່ອສອບຖາມຄົນຂັບຣົ ດທັງ 6 ຄັນນີ້ແລ້ວ ເຂົາກໍບອກວ່າ ຈະນໍາໄມ້ຈໍານວນນິ້ຂຶ້ນ ໄປນະຄອນຫລວງວຽງຈັນ.

ໄມ້ປະດົງແລະປະດູ່ທີ່ວ່ານີ້ ອາດຕັດມາຈາກປ່າເມືອງລະມາມ ແຂວງເຊກອງ. ສໍາລັບໄມ້ທີ່ຍຶດໄດ້ນີ້ ທ່ານວ່າ ຈະມອບໃຫ້ຄນະກັມການຈັດ ການປະມູນ ເພື່ອເອົາເງິນເຂົ້າຣັຖ.

ການລັກລອບຕັດໄມ້ ຢູ່ໃນແຂວງພາກໃຕ້ຂອງລາວ ຫລາຍປີມານີ້ ມີຂຶ້ນຢ່າງກວ້າງຂວາງ ໂດຍມີເຈົ້າໜ້າທີ່ ບາງຈໍານວນ ສົມຮູ້ຮ່ວມຄິດກັບ ພໍ່ຄ້າຊາວວຽດນາມ ຫລືພໍ່ຄ້າຊາວຈີນ. ຍິ່ງໄປກວ່ານັ້ນ ຣັຖບານເອງໄດ້ ອະນຸຍາດ ໃຫ້ບໍຣິສັດຄ້າໄມ້ ຈາກປະເທດວຽດນາມ ຫລາຍບໍຣິສັດ ເປັນຕົ້ນບໍຣິສັດ ຮ່ວງອານເຢັຽຫລາຍ ບໍຣິສັດປູກຢາງພາຣາ ແລະປູກຕົ້ນໄມ້ ອຸດສະຫະກັມອື່ນໆ ຮ່ວມກັບກອງທັບ ຕັດໄມ້ສົ່ງອອກໄປ ວຽດ ນາມ ຢ່າງເປັນຂະບວນ ໂດຍທີ່ເຈົ້່າໜ້າທີ່ ກະຊວງກະສິກັມແລະປ່າໄມ້ ບໍ່ມີສ່ວນກ່ຽວຂ້ອງນໍາ. ການຈັບໄມ້ 200 ແມັດກ້ອນກວ່ານີ້ ກໍພຽງ ປີດປາຍ ຂອງການຄ້າໄມ້ຜິດກົດໝາຍເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.