ສິດທິມະນຸດ ຢູ່ລາວ ຍັງຖືກ ເມີນເສີຍ
2021.03.31

ທ່ານ Antony Blinken ຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖ ອະເມຣິກາ ໄດ້ກ່າວໃນພິທີເຜີຍແຜ່ ບົດຣາຍງານ ກ່ຽວກັບສະພາບການ ນັບຖືສິດທິມະນຸດ ຢູ່ໃນເກືອບ ສອງຮ້ອຍປະເທດທົ່ວໂລກ ໃນວັນທີ່ 30 ມິນາ 2021 ນີ້ ທີ່ນະຄອນຫຼວງ ວໍຊິງຕັນ ດີ ຊີ ສະຫະຣັຖ ອະເມຣິກາ ຕອນນຶ່ງວ່າ:
“ບົດຣາຍງານໃນມື້ນີ້ ສະແດງໃຫ້ເຫັນວ່າ ການນັບຖືສິດທິມະນຸດ ຢູ່ໃນໂລກ ຍັງຫັນເຫໄປໃນທາງ ທີ່ບໍ່ຖືກຕ້ອງ ເຊັ່ນຍັງມີການ ເຂັນຂ້າປະຊາຊົນ ຢູ່ແຂວງຊິນຈຽງຂອງຈີນ ແລະ ຢູ່ພະມ້າ; ເມື່ອວັນເສົາ ທີ່ຜ່ານມາ ກຳລັງທະຫານພະມ້າ ກໍໄດ້ເຂັນຂ້າພວກ ປະທ້ວງ ແລະ ປະຊາຊົນທັມມະດາສາມັນ ກວ່າ 100 ຄົນ.”
ໃນຂນະທີ່ກ່ຽວກັບ ສະພາບການນັບຖືສິດທິມະນຸດ ໃນລາວ ໃນບົດຣາຍງານ ໄດ້ຣະບຸປະເດັນ ທີ່ສຳຄັນໂດຍສະເພາະປະເດັນ ກ່ຽວກັບນັກໂທດການເມືອງ ໃນລາວ.
ໃນບົດຣາຍງານໄດ້ ກ່າວເຖິງວ່າມີນັກໂທດ ການເມືອງ 12 ຄົນ ເຊິ່ງຮວມທັງຄົນງານລາວ ສາມຄົນ ແລະ ຊາວບ້ານຢຶບ ແຂວງ ເຊກອງ 9 ຄົນ ທີ່ໄດ້ຖືກທາງການລາວ ລົງໂທດຈຳຄຸກ ໂດຍບໍ່ໄດ້ຮັບຄວາມຍຸຕິທັມ. ທັງທີ່ເຣື່ອງດັ່ງກ່າວ ມັນເປັນພື້ນຖານ ຂອງ ສິດທິມະນຸດ ທີ່ສົມຄວນຈະຮຽກຮ້ອງໃຫ້ ທາງການແກ້ໄຂ.
ສ່ວນບັນຫາທີ່ຍັງຄົງຄ້າງ ຍັງບໍ່ໄດ້ຮັບການປັບປຸງ ນັ້ນກໍແມ່ນສິດໃນການປາກເວົ້າ, ການແກ້ໄຂຂໍ້ແຍ່ງ ຂອງປະຊາຊົນທີ່ບໍ່ເປັນທັມ ໂດຍສະເພາະເຣື່ອງທີ່ດິນແລະສະພາບແວດລ້ອມ ແລະ ທາງການຍັງຈຳກັດ ການຣາຍງານຂ່າວ ຂອງສື່ມວລຊົນລາວ.
ເຖິງວ່າ ລາວຈະມີກົດໝາຽຮັບຮອງສິດເສຣີພາບ ໃນການສະແດງອອກ ແລະ ການຂີດຂຽນມາດຕຣາ 22 ຂອງ ຣັຖທັມມະນູນ ລາວ ແຕ່ກໍຍັງມີກົດໝາຽ ອາຍາທີ່ເປັນອົງປະກອບ ຄວາມຜິດແບບນໍາ ໄປໃຊ້ຈຳກັດ ເສຣີພາບ ການສະແດງອອກ ຂອງປະຊາຊົນລາວ ໄດ້ເຊັນມາດຕຣາ 117 ຂອງ ປະມວນກົດໝາຽອາຍາ.
ດັ່ງກໍຣະນີຂອງ ຍານາງ ຮວາຍເຮືອງ ໄຊຍະບູລີ ໄດ້ຖືກສານຕັດສີນຈຳຄຸກ ເປັນເວລາ 5 ປີ ປັບໃໝເງິນ 20 ລ້ານກີບ ເມື່ອທ້າຍປີ 2019 ຜ່ານມາໂດຍທາງການລາວ ຕັ້ງຂໍ້ຫາໂຄສະນາໃສ່ຮ້າຍປ້າຍສີ ຣັຖບານ ສປປລາວ. ທັງທີ່ຄວາມຈິງ ຍານາງ ຮວາຍເຮືອງ ໄດ້ເວົ້າເຖີງການຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ ຂອງເຈົ້າໜ້າທີ່ຊັກຊ້າ ແລະ ກໍເປັນການ ເວົ້າຢ່າງເປີດເຜີຍ.
ໃນຂນະທີ່ລາວກຳລັງມີການພັທນາເສຖກິຈ ແຕ່ປະຊາຊົນຈຳນວນຫລາຍຕ້ອງໄດ້ເສັຽທີ່ດິນ ໂດຍບໍ່ໄດ້ຮັບຄວາມເປັນທັມ. ເຊິ່ງບັນຫາ ການຂັດແຍ່ງທີ່ດິນຣະຫວ່າງປະຊາຊົນ ກັບນາຍທຶນ ເປັນປະເດັນທີ່ເປັນຣັຖບານ ຍັງໃຫ້ຄວາມສຳຄັນໜ້ອຍຫຼາຍ ຖ້າເກິດມີການ ຂັດແຍ່ງປະຊາຊົນ ກໍຕ້ອງໄດ້ຈຳຍອມຮັບເອົາ ດັ່ງໂຄງການທາງຣົດໄຟ ລາວ-ຈີນ, ເຂື່ອນ, ທາງດ່ວນ, ເຂດ ເສຖກິຈພິເສດເປັນຕົ້ນ.
ທາງດ້ານສື່ມວນຊົນ ປະຊາຊົນລາວ ກໍຮູ້ຈັກກັນດີວ່າ ປັຈຈຸບັນປະຊາຊົນ ເພິ່ງໄດ້ແຕ່ສື່ສັງຄົມອອນລາຍ ສ່ວນສື່ຫຼັກນັ້ນແມ່ນຖືກ ຈຳກັດສິດເສຣີພາບໃນການຣາຍງານຂ່າວຂໍ້ຂັດແຍ່ງ ຂອງປະຊາຊົນ. ສື່ມວນຊົນລາວໄດ້ແຕ່ຣາຍງານ ດ້ານດີຂອງຣັຖບານ ແລະ ເປັນກະບອກສຽງໃຫ້ຣັຖບານ.
ປະເດັນທີ່ກ່າວໃນບົດຣາຍງານ ກ່ຽວກັບການນັບຖື ສິດທິມະນຸດໃນປີ 2020 ນັ້ນ ສ່ວນຫຼາຍ ຍັງເປັນປະເດັນເກົ່າ ທີ່ໃນລາວຍັງບໍ່ມີ ການປັບປຸງແກ້ໄຂ.