ສູນສົມສະຫງ່າຍັງມີ ບັນຫາ
2015.09.27

ທ່ານ ຟິລ ໂຣເບິຕສັນ ຮອງ ຜູ້ ອຳນວຍການ ອົງການ ສິ້ງຊອມ ສິດທິ ມະນຸດ Human Rights Watch ປະຈຳ ເຂດ ເອເຊັຽ, ກ່າວເຖິງ ການ ຄົ້ນຄວ້າ ຂໍ້ມູນ ກ່ຽວກັບ ສູນ ບຳບັດ ຜູ້ຕິດ ຢາເສພຕິດ ສົມສະຫງ່າ, ໃນ ນະຄອນຫຼວງ ວຽງຈັນ ວ່າ ເມື່ອ 4 ປີ ກ່ອນ.
ທາງ ອົງການ ໄດ້ ອອກ ບົດຣາຍງານ ກ່ຽວກັບ ສູນ ນີ້ ພາຍຫລັງ ພົບວ່າ ຜູ້ຕິດ ຢາເສພຕິດ ທີ່ ຖືກ ກັກຂັງ ໄດ້ ຖືກ ທຳຮ້າຍ ຮ່າງກາຍ ແລະ ບໍ່ໄດ້ຮັບ ການ ປິ່ນປົວ ຢ່າງ ຖືກຕ້ອງ ເພື່ອ ໃຫ້ ພວກຂະເຈົ້າ ເຊົາໃຊ້ ຢາເສພຕິດ ຢ່າງ ປອດໄພ, ຊຶ່ງ ມາຮອດ ປັດຈຸບັນ ນີ້ ຣັຖບານ ລາວ ກໍບໍ່ໄດ້ ເປິດເຜີຍ ຂໍ້ມູນ ຄັກແນ່ ວ່າ ໄດ້ ປັບປຸງ ແກ້ໄຂ ບັນຫາ ນັ້ນ ແລ້ວ ຫລືບໍ່. ດັ່ງ ທ່ານ ກ່າວວ່າ:
"ຄື ຕຳຣວດ ຈະຈັບຄົນ ໂດຍ ບໍ່ສົ່ງ ໄປສານ ບໍ່ໄດ້ຜ່ານ ຂະບວນການ ຍຸຕິທັມ, ແຕ່ສົ່ງໄປ ຢູ່ສູນ ໂດຍອ້າງວ່າ ເຮົາ ຊິ ຮັກສາ ແຕ່ໄປເຖິງ ສົມສະຫງ່າ ມັນ ຄົນລະ ເຣື້ອງກັນ. ຫຼາຍເທື່ອ ກະຂັງເຂົາ ໄວ້ເກືອບ ທັ້ງວັນ ບັງຄັບເຂົາ ເຮັດວຽກ. ຄືວ່າ ການຕິດຢາ ແມ່ນ ຜູ້ປ່ວຍ ດີທີ່ສຸດ ຄື ຮັກສາ ຢູ່ໃນ ຊຸມຊົນ ມີຍາດ ພີ່ນ້ອງ ມາຊ່ວຍກັນ ບໍ່ແມ່ນ ໂຍນໄປ ຢູ່ຄຸກ ໂຍນໄປ ຢູ່ສູນ. ຄິດວ່າ ຢ່າງນ້ອຍ ກໍມີອີກ 7 ແຫ່ງ ແຕ່ບໍ່ຮູ້ ທັງຫມົດ ຊຶ່ງ ຣັຖບານ ລາວ ຕ້ອງ ໂປ່ງໄສ ກໍຕ້ອງ ເປີດເຜີຍ ຂໍ້ມູນ ທັງຫມົດ".
ກ່ຽວກັບ ເຣື່ອງນີ້ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ສູນ ສົມສະຫງ່າ, ແຕ່ ເຈົ້າໜ້າທີ່ ກຳກັບ ສູນ ບໍ່ໃຫ້ ສຳພາດ ແລະ ທາງ ຫ້ອງການ ຄນະ ຄວບຄຸມ ຢາເສພຕິດ ນະຄອນຫຼວງ ວຽງຈັນ ກໍບໍ່ໃຫ້ ສຳພາດ ເຊັ່ນກັນ. ຢ່າງໃດ ກໍຕາມ ກໍມີ ຊາວໜຸ່ມ ລາວ ຜູ້ນຶ່ງ ທີ່ ເຄີຍເຂົ້າໄປ ຢ້ຽມຢາມ ຜູ້ຖືກ ບຳບັດ ຢາເສພຕິດ ໃນສູນ ສົມສະຫງ່າ ນັ້ນ ໄດ້ ເປີດເຜີຍ ຕໍ່ ເອເຊັຽ ເສຣີ ວ່າ:
"ອາທິດ ກ່ອນ ກະໄປເນາະ ກໍຖາມ ຄົນ ທາງໃນ ຄົນ ຂ້າງບ້ານ ໄປບຳບັດ ຢູ່ຫັ້ນເນາະ ຂະເຈົ້າ ກະວ່າມີ ການບຳບັດ ດີຢູ່ ບໍ່ໄດ້ມີ ການ ທຸບຕີ ອິຫຍັງ ຫຼາຍດອກ ກໍ ສະບາຍດີ ຢູ່. ມັນມີ ໂຮງຫມໍ ຂອງ ມັນເນາະ ເອົາເຂົ້າໄປ ປິ່ນປົວ ມີ ຢາ ໃຫ້. ກໍມີ ເຕະບານ ອອກ ກຳລັງກາຍ ຜູ້ຍິງ ກະ ຕັດຫຍິບ ຜູ້ຊາຍ ກະ ຈັກສານ ຫັຖກັມ ເຂົາ ບໍ່ປ່ອຍໃຫ້ ຢູ່ລ້າ. ເຂົ້າໄປ ກະ ບໍ່ໄດ້ ຊໍ່າວ່າ ຕິດຄຸກ ດອກ, ຄື ເຂົ້າ ໂຮງຮຽນ ນີ້ລະ ເຂົ້າໄປ ຮຽນຮູ້ ອັນນັ້ນ ອັນນີ້ ຫັ້ນນ່າ".
ໃນ ເດືອນ ເມສາ ປີ 2016 ໃນ ກອງປະຊຸມ ໃຫຽ່ ຂອງ ອົງການ ສະຫະ ປະຊາຊາດ ຊຶ່ງ ເປັນ ກອງປະຊຸມ ພິເສດ ກ່ຽວກັບ ຢາເສພຕິດ ແລະ ເປັນ ກອງ ປະຊຸມ ເທື່ອ ທຳອິດ ໃນຮອບ 16 ປີ ນັ້ນ, ທ່ານ ຟິລ ໂຣເບິຕສັນ ຄາດວ່າ ຣັຖບານ ລາວ ຈະຖືກ ນາໆຊາດ ກົດດັນ ຫຼາຍ ເຣື່ອງ ການບຳບັດ ປິ່ນປົວ ຜູ້ຕິດ ຢາເສພຕິດ ແລະ ເປັນ ໂອກາດ ຂອງ ຣັຖບານ ລາວ ທີ່ ຈະໄດ້ ຊີ້ແຈງ ເພື່ອ ພິສູດ ຕົວເອງ ວ່າພ້ອມແລ້ວ ຫລືຍັງ ທີ່ ຈະເຂົ້າຮ່ວມ ຢູ່ໃນ ຄນະ ກັມມະການ ສິດທິ ມະນຸດ ສະຫະ ປະຊາຊາດ.