ອະນຸສາວະຣີໂຮຈິມິນ ຢູ່ລາວ
2015.08.07

ຊາວລາວ ຜູ້ ທີ່ ບໍ່ປະສົງ ອອກຊື່ ໃຫ້ ຄໍາເຫັນ ວ່າ, ອະນຸສາວະຣີ ຂອງ ມື້ລາງ ປະທານ ໂຮຈິມິນ ຫລື ວ່າ ຫໍ ພິພິຕພັນ ຂອງ ເພິ່ນ ທີ່ ສ້າງ ຂຶ້ນ ໃນລາວ, ແລະ ວ່າຈະ ສ້າງ ຂຶ້ນໃໝ່ ນັ້ນ ຄົງເປັນ ສັນຍາລັກ ຂອງ ການ ຮ່ວມມື ໃນ ສະໄໝ ສົງຄາມ ປົດປ່ອຍ ຊາຕ ເທົ່ານັ້ນ.
ທ່ານວ່າ ອະນຸສາວະຣີ ນີ້ ຈະ ຍືນຍົງ ໄປຮອດ ມື້ໃດ ນັ້ນ, ມັນກໍຍັງ ເປັນ ບັນຫາຢູ່, ເນື່ອງຈາກ ວ່າ ແນວຄິດ ຂອງຄົນ ລາວ ລຸ້ນໃໝ່ ມັນບໍ່ ຫັນຄືນ ກັບຫຼັງ ຈັກເທື່ອ ແມ້ແຕ່ ວຽດນາມ ເອງ, ຊຶ່ງເປັນ ເຈົ້າກົກ ເຈົ້າເລົ່າ ການ ປະຕິວັດ ໃນ ອິນໂດຈີນ, ກໍຍັງ ຫັນ ປ່ຽນໄປ ຈັບມື ກັບ ມະຫາ ອໍານາດ ທີ່ ເຄີຍເປັນ ສັຕຣູ ເບີ ນຶ່ງ ຂອງຕົນ.
ທ່ານ ຂໍໃຫ້ ທັສນະ ສ່ວນຕົວ ຂອງທ່ານ ໃນ ເວລາ ເອເຊັຽ ເສຣີ ຖາມວ່າ, ໂຄງການ ຮ່ວມມື ດ້ານ ວັທນະທັມ ຫລາຍ ໂຄງການ ຣະຫ່ວາງ ລາວ ກັບ ວຽດນາມ ຈະມີຜົນ ດີຕໍ່ ປະຊາຊົນ ແລະ ປະເທດຊາຕ ແນວໃດ, ແລະ ມັນ ເປັນການ ຂຽນ ປວັດສາຕ ໃໝ່ ຫຼືບໍ, ເນື່ອງຈາກ ວ່າ ຊາວລາວ ຢູ່ໃນ ຕ່າງ ປະເທດ ບາງ ຈໍາພວກ ເຂົ້າໃຈ ວ່າ ມັນແມ່ນ ການ ປະຕິວັດ ດ້ານ ວັທນະທັມ ຂອງ ວຽດນາມ ຢູ່ລາວ?:
"ກ່າດີ ດີ ຢູ່ບ່ອນໃດ ດີ ຢູ່ບ່ອນວ່າ ເພື່ອລະລຶກ ເຖິງຜູ້ທີ່ ເສັຽສລະ ເພື່ອ ປະເທດ ຊາຕ ອັນແທ້ຈິງ, ແຕ່ເຮົາ ຖາມຄືນວ່າ ອານຸສອນ ໂຕນີ້ ຈະຍືນຍົງ ໄປຮອດ ມື້ໃດ ເພາະ ວ່າ ທຸກມື້ນີ້ ພວກເຮົາ ກ່າເຫັນ ແລ້ວວ່າ ການເມືອງ ຂອງ ວຽດນາມ ນີ້ ມັນບໍ່ໄດ້ ຢູ່ແບບເກົ່າ ແລ້ວ ທ່ານເອີຍ. ທຸງຊາຕ ວຽດນາມ ກັບ ທູງຊາຕ ອະເມຣິກັນ ເອີ້ນວ່າ ຄູ່ ສັຕຣູ ທີ່ ຍິ່ງໃຫຽ່ ເຂົາເຈົ້າ ກ່າຕິດກັນ ແລ້ວ ຫັ້ນນະ".
ໃນ ຕອນນຶ່ງ ອີກ ທ່ານວ່າ ຄົນລາວ ສ່ວນຫຼາຍ ກໍເຂົ້າໃຈ ວ່າການ ທີ່ ວຽດນາມ ສາມາດ ທ້ອນໂຮມ ປະເທດ ຂອງ ເຂົາເຈົ້າ ໄດ້, ສ່ວນນຶ່ງ ແມ່ນຍ້ອນ ລາວ ແລະ ວຽດນາມ ກໍຄວນ ຕອບ ບຸນຄຸນ ລາວ ຄືນ:
"ຄັນ ເປັນໄປໄດ້ ຄັນ ຜູ້ເພິ່ນ ຢາກ ຊ່ວຍເຫລືອ ລາວ ເອີ້ນວ່າ ຊ່ວຍເຫລືອ ກ່າວ່າ ແມ່ນ ຫລືວ່າ ຕອບແທນ ບຸນຄຸນ ທີ່ ເພິ່ນ ປົດປ່ອຍ ວຽດນາມ ໃຕ້ ນີ້ນ່າ ຈະສ້າງ ໂຮງຮຽນ ໃຫ້ ລູກຫຼານ ຄົນລາວ ໄດ້ ຮຽນ ກ່າດີ".
ໂຄງການ ຮ່ວມມື ທາງດ້ານ ວັທນະທັມ ຣະຫວ່າງ ລາວ ກັບ ວຽດນາມ ທີ່ ທາງການ ຫໍ ພິພິດຕະພັນ ໄກສອນ ພົມວິຫານ ກັບ ຫໍ ພິພິຕະພັນ ໂຮຈິມິນ ໄດ້ ລົງນາມ ຂຍາຍ ການ ຮ່ວມມື ໃນ ວັນເສົາ ວັນທີ 1 ສິງຫາ ມີໃຈຄວາມ ສໍາຄັນ ວ່າ, ຈະຈັດຕັ້ງ ສະຖານທີ່ ທ້ອນໂຮມ ສິ່ງຂອງ ເກົ່າແກ່ ຂອງ ການ ປະຕິວັດ ວຽດນາມ ແລະ ຜົນງານ ການ ເຄື່ອນໄຫວ ຂອງ ທ່ານ ປະທານ ໂຮຈິມິນ ຂຶ້ນ ຢູ່ລາວ, ພ້ອມທັງ ທ້ອນໂຮມ ເອກກະສານ ເກົ່າແກ່ ຂອງ ທ່ານ ປະທານ ສຸພານຸວົງ ແລະ ແລກປ່ຽນ ການ ຄົ້ນຄວ້າ ເອກກະສານ ຕ່າງໆ ຂອງ ທ່ານ ໄກສອນ ພົມວິຫານ ແລະ ທ່ານ ໂຮຈິມິນ.
ທ່ານ ອະທິບາຍ ຕໍ່ໄປວ່າ ແນວຄິດ ພື້ນຖານ ຂອງ ຄົນລາວ ລຸ້ນໃໝ່ ໃນ ທຸກມື້ນີ້ ແມ່ນເຣື້ອງ ຜົນປໂຍດ ທີ່ ປະເທດຊາດ ຈະໄດ້ຮັບ ແລະ ຈະຢູ່ລອດ ແບບໃດ ແລະ ທ່ານ ເຂົ້າໃຈວ່າ ຄົນ ລຸ້ນໃໝ່ ເຂົາເຈົ້າ ຈະພັທນາ ແນວຄິດ ຂອງ ເຂົາເຈົ້າ ຕາມ ສະພາບການ ລວມ ຂອງໂລກ ແມ່ນວ່າ ຈະມີຂໍ້ ຈໍາກັດ ທາງ ການເມືອງ ກໍດີ.