ຊາວມົ້ງລາວບໍ່ຮ່ວມຮັກສາຄວາມ ສງົບ

ຊາວລາວເຜົ່າມົ້ງ ຕາມເຂດ ຊາຍແດນ ບໍ່ທັນ ມີການ ປະກອບສ່ວນ ໃນການ ຮັກສາ ຄວາມສງົບ ເທື່ອ.

ຊາວມົ້ງ ໃນພາກເໜືອ ຊາຍແດນ ລາວແລະວຽດນາມ asianatravelmate

 

ເຈົ້າໜ້າທີ່ ໃນ ສູນກາງ ພັກ ປະຕິວັດ ປະຊາຊົນ ລາວ ທີ່ບໍ່ແຈ້ງຊື່ ກ່າວໃນ ທ້າຍອາທິດ ຜ່ານມາ ວ່າ ຊົນເຜົ່າ ລາວມົ້ງ ທີ່ຢູ່ຕາມ ເຂດ ຊາຍແດນ ລາວ ວຽດນາມ ບາງແຫ່ງ ບໍ່ທັນ ປະກອບສ່ວນ ເຂົ້າໃນການ ຮັກສາ ຄວາມສງົບ ຊ່ວຍ ພັກ ແລະຣັຖ ເທື່ອ, ບາງຈໍານວນ ໄປຮ່ວມ ເຄື່ອນໄຫວ ແນວບໍ່ດີ ກັບຊາວ ເຜົ່າມົ້ງ ວຽດນາມ ທີ່ອາໄສ ຢູ່ຕາມ ຊາຍແດນ. ດັ່ງທ່ານ ໄດ້ກ່າວວ່າ:

"ໃນຣະຍະ ຜ່ານມາ ການ ປະກອບສ່ວນ ຂອງ ປະຊາຊົນ ລາວ ບັນດາ ຊົນເຜົ່າ ຈໍານວນນຶ່ງ ຕໍ່ວຽກງານ ປ້ອງກັນ ຄວາມສງົບ ຍັງບໍ່ທັນ ສູງ ເທົ່າທີ່ຄວນ ທັງບໍ່ຮູ້ ເທົ່າເຖິງການ ຕົກຢູ່ໃນ ກົນອຸບາຍ ຂອງກຸ່ມຄົນ ບໍ່ດີ ແລະ ພົບພັນ ກັບ ປາກົດການ ຫຍໍ້ທໍ້ ຕ່າງໆ ເຊັ່ນ ຢາເສບຕິດ ການ ຄ້າມະນຸດ ປຸ້ນຈີ້ ຊິງຊັພ ກຸ່ມແກັງ ຄ້າຂາຍ ຂອງເຖື່ອນ ກຸ່ມແກັງ ນັກເລງ ອັນຕະພານ ໂສເພນີ ແລະ ບັນຫາ ອື່ນໆ".

ບັນຫາ ການເຄື່ອນໄຫວ ຂອງ ຊາວມົ້ງລາວ ແລະ ຊາວມົ້ງ ວຽດນາມ ທີ່ອາໄສ ຢູ່ຕາມ ຊາຍແດນນີ້ ກໍາລັງ ຮັກສາ ຄວາມສງົບ ຂອງລາວ ແລະ ວຽດນາມ ໄດ້ ຮ່ວມມືກັນ ຢ່າງໃກ້ຊິດ ໃນການ ຕິດຕາມ ເບິ່ງ ພຶຕຕິກັມ, ພ້ອມທັງ ສໍາຣວດ ສະພາບ ຊີວິດ ການເປັນຢູ່ ຂອງເຂົາເຈົ້າ ມາຕລອດ.

ເມື່ອເດືອນ ກໍຣະກະດາ ປີ 2013 ຜ່ານມາ ສານ ປະຊາຊົນ ແຂວງ ຊຽງຂວາງ ໄດ້ຕັດສີນ ລົງໂທດ ຈໍາຄຸກ ຊາວລາວ ເຜົ່າມົ້ງ ຈໍານວນ 14 ຄົນ ໃນຂໍ້ຫາ ມີອາວຸດ ສົງຄາມ ຢູ່ໃນ ຄອບຄອງ.

ການຮ່ວມມື ຣະຫ່ວາງ ກໍາລັງ ຮັກສາ ຄວາມສງົບ ລາວ ກັບ ວຽດນາມ ມີຢູ່ທຸກໆ ແຂວງທີ່ມີ ຊາຍແດນ ຕິດກັນ. ຣາຍງານ ອົງການ ຂ່າວ ວຽດນາມ ວັນທີ່ 8 ກຸມພາ ຜ່ານມາວ່າ ຄະນະ ບັນຊາການ ກໍາລັງ ທະຫານ ແຂວງ ກວາງບິນ ແລະ ຄະນະ ບັນຊາການ ທະຫານ ແຂວງ ຄໍາມ່ວນ ຕົກລົງ ເພີ້ມການ ຮ່ວມມື ໃນການ ກໍາຈັດ ກິຈກັມ ທີ່ເປັນ ອາຊຍາກັມ ທີ່ ປາກົດຂຶ້ນ ຕາມແນວ ຊາຍແດນ ຂອງ ສອງແຂວງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org