ນັກຣົບເກົ່າລາວແລະມົ້ງໃນ ສະຫະຣັດ

ສິດນີ
2014.02.26
f-kao ທ່ານອະດີດພັນເອກ ຂາວອິນສີຊຽງໃໝ່ (ຊ້າຍ) ປະທານອົງການ ສາມັກຄີ ນັກຣົບເກົ່າ ໃຫ້ສໍາພາດ ກັບວິທຍຸ ເອເຊັຍເສຣີ ກໍຣະນີ ຮຽກຮ້ອງໃຫ້ ສະພາສູງ ສະຫະຣັດ ພິຈາຣະນາ ສວັດດີການ ຂອງທະຫານ ຜ່ານເສິກ ແຫ່ງ ຣາຊອານາຈັກລາວ ໃນສະຫະຣັດ ອະເມຣິກາ
RFA

 

ສະພາສູງສະຫະຣັຖ ໄດ້ເສນີໃຫ້ມີການອອກສຽງກ່ຽວກັບກົດຫມາຍໃຫ້ຜົລປໂຍດແກ່ທະຫານຜ່ານເສິກຂອງສະຫະຣັຖ,ໃນມື້ນີ້ຊື່ງຮ່າງກົດ ຫມາຍດັ່ງກ່າວຈະຮວມດ້ວຍການພິຈາຣະນາໃນການໃຫ້ສີດທິການຝັງສົບຂອງອະດີດນັກລົບເກົ່າລາວແລະລາວມົ້ງທີີ່ຮ່ວມຣົບກັບສະຫະ ຣັຖໃນສມັຍສົງຄາມວຽດນາມໃນລາວ.ຜູ້ທີ່ໄດ້ຮຽກຮ້ອງກຽດຕິຍົດແລະສິດທິການຝັງສົບຂອງຕົນໃນສຸສານທະຫານແຫ່ງຊາດສະຫະຣັຖ ເທົ່າທຽບກັບທະຫານສະຫະຣັຖໂດຍທົ່ວໄປ.

ທ່ານ PHILIP SMITH  ຫົວຫນ້າສູນຄົ້ນຄວ້າວິຈັຍນະໂຍບາຍຊຸມຊົນ ທີ່ກຸງວໍຊີງຕັນສະຫະຣັຖອະເມຣີກາ ກ່າວວ່າກົດຫມາຍທົບທວນ ໃຫມ່ທີ່ຊື່ວ່າ S1982 ວ່າດ້ວຍການໃຫ້ຜົລປໂຍດທາງດ້ານສາທາຣະນະສຸຂແລະເງິນເບັ້ຽບຳນານແກ່ນັກຣົບເກົ່າທະຫານອະເມຣິກັນທີ່ສເນີໂດຍປະທານຄະ ນະກັມມະທິການກິຈການນັກລົບເກົ່າ ສະພາສູງສະຫະຣັຖ ທ່ານ BERNIE SANDERS ສັງກັດພັກເອກຣາຊຈາກຣັຖເວີມອນຖືກກຳ ນົດໃຫ້ອອກສຽງໃນມື້ນີ້ໂດຍສະພາສູງສະຫະຣັຖ ແລະອາດຈະມີການໂຕ້ຖຽງກັນກ່ຽວກັບກົດຫມາຍ ທີ່ປະກອບດ້ວຍປະວັດສາດແລະຂໍ້ ຄວາມເພີ້ມຕື່ມຈາກກົດຫມາຍສະບັບເກົ່າກ່ຽວກັບສິດທິແລະກຽດຕິຍົດ ໃນການຝັງສົບຂອງອະດີດນັກລົບເກົ່າລາວແລະລາວມົ້ງໃນນັ້ນ ຮ່ວມດ້ວຍກົດຫມາຍມາຕຣາS944 ແລະ S200.

ທ່ານວ່າຫນ້າເສັຽດາຍ ອະດີດນັກລົບເກົ່າລາວແລະລາວມົ້ງ ຜູ້ທີ່ຮ່ວມຣົບໃນສົງຄາມລັບຂອງສະຫະຣັຖໃນລາວເສັຽຊີວີດຫລາຍຄົນໃນ ສະຫະຣັຖປາສຈາກການຮັບຮູ້ຫລືກຽດຕິຍົດ ໃນການຮັບໃຊ້ ສະຫະຣັຖຂອງພວກຂະເຈົ້າ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.