ທາງການລາວສິ້ງຊອມຊາວມົ້ງ

ຈໍາປາທອງ
2014.02.25
f-xiengkhuang ຊາວບ້ານ ຫາເຊົ້າກິນຄໍ່າ ໃນແຂວງ ພາກເໜືອ ຂອງລາວ
RFA/VS

 

ທາງການລາວເພິ່ມການຮັກສາຄວາມປອດພັຍຢູ່ແຂວງຊຽງຂວາງຂຶ້ນອີກຍ້ອນຢ້ານຊາວເຜົ່າມົ້ງມີການເຄື່ອນໄຫວເພາະຜູ້ນໍາເຂົາເຈົ້າ ສາມຄົນທີ່ຖືກຄຸກນັ້ນມີສຸຂພາບຊຸດໂຊມປ່ວຍໜັກຂາດການເບິ່ງແຍງ.ເມື່ອບໍ່ດົນມານີ້ຜູ້ນໍາຊາວມົ້ງ 3 ຄົນໃນຈໍານວນ 14 ຄົນທີ່ຖືກ ສານແຂວງຊຽງຂວາງຕັດສິນໃຫ້ຈໍາຄຸກໃນຂໍ້ຫາມີອາວຸດສົງຄາມໄວ້ໃນຄອບຄອງເມື່ອປີ 2013 ແລະດຽວນີ້ມີສຸຂພາບຊຸດໂຊມຫລາຍ ເຮັດໃຫ້ທາງການລາວຕ້ອງໄດ້ຄິດເຖິງຜົລກະທົບທີ່ອາຈຕາມມາ.

ດັ່ງນັ້ນຈຶ່ງໄດ້ຕິດຕາມສິ້ງຊອມເບິ່ງການເຄື່ອນໄຫວທີ່ອາຈຕ້ານຣັຖບາລຂອງຊາວເຜົ່າມົ້ງຢູ່ ຢ່າງໃກ້ຊິດຍ້ອນອໍານາດການປົກຄອງແຂວງ ຢ້ານວ່າພວກເຂົາເຈົ້າຈະບໍ່ພໍໃຈນໍາທາງການທີ່ຜູ້ນຳຂອງພວກເຂົາເຈັບປ່ວຍໜັກຢູ່ໃນຄຸກຄຸມຂັງແລະເມື່ອກ່ອນນັ້ນຕາມ ຂ່າວພວກເຂົາ ເຈົ້າກໍເວົ້າວ່າທາງການຕັດສິນລົງໂທດໜັກເກີນໄປແລະຢູ່ໃນຄຸກກໍບໍ່ເອົາໃຈໃສ່ນໍາເຣື່ອງສຸຂພາບ ປ່ອຍປະລະເລີຍ.

ທັງສາມຄົນທີ່ກຳລັງປ່ວຍໜັກຢູ່ນັ້ນມີທ່ານປາເຊັ່ງຈັ່ງອາຍຸ 82 ປີ ແລະທ່ານປາເຢີລໍ່ອາຍຸ 61 ປີ ທັງສອງຖືກສານຕັດສິນລົງໂທດຈຳ ຄຸກເປັນເວລາ 17 ປີແລະປັບໃໝອີກຄົນລະ 70 ລ້ານກີບ;ຜູ້ທີ່ 3 ແມ່ນທ່ານເຈີ້ຫວາລໍ່ຊຶ່ງເປັນຊາວມົ້ງວຽດນາມ ອາຍຸ 62 ປີ, ຖືກ ຕັດສິນລົງໂທດຈໍາຄຸກ 18 ປີ ແລະປັບໃໝອີກ 80 ລ້ານກີບ.

ເຈົ້າໜ້າທີ່ຫ້ອງວ່າການແຂວງຊຽງຂວາງທ່ານນຶ່ງ ເປີດເຜີຍເມື່ອອາທິດ ຜ່ານມາວ່າ ປັດຈຸບັນ ຜູ້ນຳຊາວເຜົ່າມົ້ງ 3 ຄົນນັ້ນມີອາຍຸສູງ, ສຸຂພາບກໍຊຸດໂຊມແລະຊາວເຜົ່າມົ້ງຢູ່ແຂວງນີ້ຫຼາຍຄົນກໍບໍ່ດີໃຈ ເພາະຄິດວ່າ ທາງການ ປະຕິບັດຕໍ່ຜູ້ນຳຂອງພວກເຂົາເຈົ້າ ແບບບໍ່ ຖືກຕ້ອງເປັນທັມເຊັ່ນໄດ້ຖືກຕັດສິນລົງໂທດຈຳຄຸກໜັກເກີນໄປແລະຢູ່ໃນຄຸກ ກໍບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງເທົ່າທີ່ຄວນ. ດັ່ງນັ້ນ ທາງການລາວເປັນຕົ້ນເຈົ້າໜ້າທີ່ແຂວງຊຽງຂວາງຈຶ່ງຄິດວ່າຊາວມົ້ງຫຼາຍຄົນອາດບໍ່ພໍໃຈແລະເຄື່ອນໄຫວຕ້ານຣັຖບາລ ຂຶ້ນຕື່ມອີກ.

ເມື່ອທາງການລາວຕີຣາຄາຄືແນວນັ້ນ ເຈົ້າໜ້າທີ່ຫລາຍພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ກໍໄດ້ເພິ້ມການຕິດຕາມກວດກາການ ເຄື່ອນໄຫວຂອງຊາວເຜົ່າມົ້ງໃນແຂວງນີ້ເຄັ່ງຄັດຂື້ນ. ກ່ຽວກັບເຣື່ອງນີ້ຜູ້ນຳຊາວມົ້ງທ່ານນຶ່ງຢືນຢັນໂດຍເວົ້າເຖິງການເຄື່ອນໄຫວຂອງ ເຈົ້າໜ້າທີ່ນັ້ນຕອນນຶ່ງວ່າ ຫລາຍພາກສ່ວນທາງການ ຮ່ວມມືກັນສຶກສາອົບຮົມປະຊາຊົນ ໃຫ້ເປັນຫູເປັນຕາຊ່ວຍ “ແຕ່ລະບ້ານເຂົາ ກໍສ້າງປ.ກ.ສ ປະຈຳບ້ານຫລືວ່າຕຳຣວດປະຈຳບ້ານ ແລະກໍມີກອງຫລອນປະຈຳບ້ານ ເວົ້າຮວມແລ້ວໂຕນີ້ ກໍໄດ້ມາສຶກສາອົບຮົມ ພໍ່ແມ່ປະຊາຊົນໃຫ້ເປັນເຈົ້າການຊ່ວຍທາງ ປ.ກ.ສ ສິ່ງດັ່ງກ່າວສະທ້ອນໃຫ້ເຫັນເຖິງວ່າຢູ່ແຂວງຊຽງຂວາງມີຄວາມບໍ່ສງົບ ເກີດຂຶ້ນ.

ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງຫ້ອງວ່າການແຂວງໃນວັນທີ 19 ກຸມພາ 2014 ແລະໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ວ່າສະພາບ ການຢູ່ແຂວງຊຽງຂວາງມີຄວາມສງົບດີແລະການທໍາມາຫາກິນຂອງປະຊາຊົນກໍປົກກະຕິແຕ່ເຖິງຢ່າງໃດກໍມີຂ່າວວ່າຢູ່ແຂວງນີ້ມີ ການເພີ່ມການຮັກສາຄວາມປອດ ພັຍຫລາຍຂຶ້ນ.

ການເພີ່ມການຕິດຕາມກວດກາ ການເຄື່ອນໄຫວຂອງຊາວມົ້ງ ຢູ່ແຂວງ ຊຽງຂວາງ ໃນປັດຈຸບັນນີ້ ມີຂຶ້ນພາຍຫລັງທີ່ທາງການລາວ ໄດ້ປະກາດສ້າງ ຕັ້ງແຂວງໃໝ່ ແຂວງ ໄຊສົມບູນ ຊຶ່ງສ່ວນໃຫຍ່ແມ່ນແຍກອອກມາຈາກແຂວງ ຊຽງຂວາງນັ້ນ ບໍ່ນານພໍເທົ່າໃດ ເພື່ອຄວາມສະດວກໃນການປົກຄອງ ແລະງ່າຍສໍາລັບຄຸ້ມຄອງ ແລະຕິດຕາມການເຄື່ອນໄຫວຂອງປະຊາຊົນຮວມທັງຢູ່ແຂວງຊຽງ ຂວາງທີ່ບໍ່ເຫັນພ້ອມນໍາແນວທາງນະໂຍບາຍແລະການນໍາພາຂອງພັກປະຊາຊົນປະຕິວັດລາວດັ່ງທີ່ມີການວິພາກວິຈານກັນຍ້ອນການ ທໍາມາຫາກິນ ແລະຊີວິດການເປັນຢູ່ ຂອງພວກເຂົາເຈົ້າຫຍຸ້ງຍາກຫລາຍ ຊຶ່ງບໍ່ພຽງແຕ່ບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນພໍເທົ່າໃດເທົ່ານັ້ນ ແຕ່ພວກເຂົາເຈົ້າຍັງໄດ້ຮັບຜົລກະທົບຈາກການຂຸດຄົ້ນແຮ່ທາດເປັນຕົ້ນກໍແມ່ນຄໍາ ທີ່ເປັນມູນມໍຣະດົກອັນລໍ້າຄ່າ ຂອງບັນພະບູຣຸດສືບ ຕໍ່ກັນມາທີ່ໄດ້ເສັຍສລະທັງຊີວິດເລືອດເນື້ອ ແລະເຮື່ອແຮງບໍ່ຈັກວ່າເທົ່າໃດ ໃນການຕໍ່ສູ້ເພື່ອປົກປັກຮັກ ແລະຖະນຸຖນອມເອົາໄວ້ໃຫ້ ລູກຫລານພາຍຊ້ອຍ. ແຕ່ປັດຈຸບັນຖືກທາງການລາວອະນຸມັດໃຫ້ນັກທຸຣະກິດຕ່າງປະເທສເຂົ້າມາຂຸດຄົ້ນ ກອບໂກຍເອົາໄປໂດຍທີ່ ພວກຜູ້ນໍາພັກ, ຜູ້ນໍາຣັຖຈໍານວນນຶ່ງ ໄດ້ຮັບຜົລປະໂຫຍດເປັນຈໍານວນຫລວງຫລາຍ ແລະຍູຖ່າງສເວີຍຄວາມສຸກບົນຄວາມທຸກຍາກ ຂາດເຂີນຂອງປະຊາຊົນ, ເຮັດໃຫ້ປະຊາຊົນ ເປັນຕົ້ນຜູ້ທີ່ຢູ່ໃນຂົງເຂດນີ້ບໍ່ມີຄວາມພໍໃຈນໍາຫຼາຍ  ແລະໄດ້ພາກັນເຄື່ອນໄຫວຕໍ່ສູ້ ເພື່ອຄວາມເປັນທໍາ, ເພື່ອຄວາມເປັນເຈົ້າຂອງຊັບໃນດິນສິນໃນນໍ້າ ທີ່ມີຢູ່ໃນປະເທສ ເຖິງຈະຖືກປາບປາມດ້ວຍຄວາມຮຸນແຮງ ໃນຮູບແບບແລະວິທີການຕ່າງໆນາໆແນວໃດກໍຕາມ.

ນັກວິຈັຍການທະຫານລາວ ໃຫ້ທັສນະວ່າຄວາມຮຸນແຮງມັກເກີດຂຶ້ນເລື້ອຽໆຢູ່ແຂວງຊຽງຂວາງນີ້ຍ້ອນມີປັດຈັຍຫລາຍຢ່າງຮວມທັງວ່າ ແຂວງຊຽງຂວາງ ບໍ່ພຽງແຕ່ເປັນແຂວງ ທີ່ມີຊັພຍາກອນທັມຊາດ,ມີແຮ່ທາດອັນຫາຍາກຢູ່ໃນໂລກແລະມີຄຸນຄ່າສູງເທົ່ານັ້ນ ແຕ່ຫາກ ຍັງເປັນຈຸດຍຸທສາດສໍາຄັນທີ່ສຸດຂອງລາວ ຖ້າເວົ້າເຖິງການເຮັດສົງຄາມເປັນຕົ້ນເຂດທົ່ງໄຫຫີນ ທີ່ມີຄວາມສໍາຄັນທາງຍຸທສາດການ ທະຫານໄປເຖິງພາກໃຕ້ຂອງປະເທສຈີນ ຄ້າຍຄືກັນ ກັບເຂດປາກຊ່ອງ ທີ່ມີຄວາມສໍາຄັນ ໄປເຖິງປະເທສໄທ. ຍ້ອນມີຄວາມໝາຍ ສໍາຄັນທາງຍຸທສາດຄືແນວນັ້ນ ທາງການລາວ ແລະວຽດນາມ ຈຶ່ງເອົາໃຈໃສ່ ເປັນພິເສດໃນການຮັກສາແຂວງນີ້ເອົາໄວ້, ໃຫ້ມີ ຄວາມສງົບ,ປອດພັຍເຖິງຈະໃຊ້ທຶນຮອນຫລາຍກໍຕ້ອງຮັກສາໄວ້ຮວມທັງໃຊ້ກໍາລັງປາບປາມ ຕິດຕາມການເຄື່ອນຂອງປະຊາຊົນ ເປັນຕົ້ນຊາວມົ້ງຢ່າງໃກ້ຊິດ ຊຶ່ງທີ່ຜ່ານມາ ກໍມີຣາຍງານຈາກຫລາຍແຫລ່ງຂ່າວ ຮວມທັງອົງການນີຣິໂທດກໍາສາກົນກໍວ່າກໍາລັງ ທະຫານຂອງຣັຖບາລລາວ ໄດ້ເພີ່ມການບຸກໂຈມຕີ ປາບປາມຊົນເຜົ່າມົ້ງແຮງຂຶ້ນ.

ເມື່ອເປັນຄືແນວນັ້ນຊາວມົ້ງ 14 ຄົນ ທີ່ໄດ້ຖືກທາງການລາວຈັບຢູ່ເຮືອນຫລັງນຶ່ງທີ່ບ້ານໂພນສວັນໄຊເມືອງແປກແຂວງຊຽງຂວາງ ເມື່ອເດືອນກໍຣະກະດາປີ 2012 ນັ້ນກໍອາດເປັນຄືຄໍາວິພາກວິຈານກັນວ່າ ເປັນພາກສ່ວນນຶ່ງຂອງການປາບປາມຊຶ່ງໃຊ້ທັງຕໍາຫຣວດ ແລະທະຫານ, ທັງສານແລະຄຸກ. ດັ່ງເຈົ້າໜ້າທີ່ຫ້ອງການອັຍການປະຊາຊົນແຂວງຊຽງຂວາງ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງເປີດເຜີຍ ຕໍ່ເອເຊັຍເສຣີ ເມື່ອກ່ອນນັ້ນວ່າສານປະຊາຊົນແຂວງຊຽງຂວາງ ໄດ້ຕັດສິນລົງໂທດຈໍາຄຸກຊາວມົ້ງ 14 ຄົນ ແຕ່ 1 ປີເຖິງ 18 ປີພ້ອມທັງປັບໃໝອີກແຕ່ 1 ລ້ານກີບ ເຖິງ 80 ລ້ານກີບຖານມີຄວາມຜິດຕາມມາຕຣາ 67 ແລະມາຕຣາ 165 ຂອງກົດຫມາຍ ອາຍາສປປລາວ ໂດຍທີ່ບໍ່ອະນຸຍາດໃຫ້ຜູ້ຕ້ອງຫາມີທະນາຍຄວາມ ສູ້ຄະດີ ດັ່ງທີ່ກະແສຂ່າວທ້ອງຖີ່ນ ຣາຍງານວ່າສານອາຍາ ຕັດສິນລົງໂທດຈໍາຄຸກຊາວມົ້ງ 14 ຄົນເປັນໄປແບບທີ່ພວກເຂົາເຈົ້າ ຊຶ່ງຖືກເປັນຈໍາເລີຍນັ້ນບໍ່ມີໂອກາດຫາທະນາຍຄວາມສູ້ຄະດີ ໃຫ້ໄດ້.ເຖິງແມ່ນທາງການລາວເຊຶ່ອວ່າອາວຸດສົງຄາມຊຶ່ງມີທັງປືນ AK ແລະ CKC ຈໍານວນ 11 ກະບອກ ແລະລູກປືນ 1000 ລູກ, ຣະເບີດ M-79 – 6 ລູກ, ລູກປືນຄົກ 60 ມມ ແລະ 82 ມມ- 4 ລູກ ແລະວັດຖຸຣະເບີດອີກ 35 ກໍໂລກຣາມ ທີ່ຍຶດໄດ້ນັ້ນເປັນ ອາວຸດທີ່ເຈີ້ຫວາລໍ່ ທີ່ເປັນຕົວແທນຂອງກຸ່ມຊາວມົ້ງວຽດນາມ ຕິດຕໍ່ເອົາມາໃຫ້ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.