ການໂຍກຍ້າຍເຜົ່າມົ້ງເຂດ ພູດອຍ

ຈຳປາທອງ
2016.12.12
F-Oudomxay ເມືອງໄຊ ແຂວງ ອຸດົມໄຊ
Wikipedia

ປະຈຸບັນ ທາງການລາວ ພຍາຍາມ ໂຍກຍ້າຍ ຊາວເຜົ່າມົ້ງ ໃນເຂດພູດອຍ ປະມານ 2 ຮ້ອຍຄົນ ໄປຢູ່ຮ່ວມກັບ ຊົນເຜົ່າ ລາວກໍ ແລະ ຊົນເຜົ່າອາຄ່າ ທີ່ ບ້ານນາມໍ່ ເມືອງນາມໍ່ ແຂວງ ອຸດົມໄຊ ເພື່ອ ຄວາມສະດວກ ໃນການຈັດຫາ ນ້ຳສະອາດ ແລະ ໄຟຟ້າ ນັ້ນຍັງບໍ່ສຳເຣັດ ເນື່ອງຈາກວ່າ ພວກເຂົາເຈົ້າ ຍັງບໍ່ຍອມຍ້າຍ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ເມືອງນາມໍ່ ຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 9 ທັນວາ ນີ້ວ່າ:.

"ກະຢາກໃຫ້ຍ້າຍນີ້ ຍ້ອນວ່າມັນເປັນບັນຫາ ອັນທີນຶ່ງ ນີ້ມັນ ພົລເມືອງໜ້ອຍ ຫຼັງຄາເຮືອນ ກໍມີແຕ່ພຽງ 30 ຫລັງຄາ ພົລເມືອງ ມີແຕ່ 2 ຮ້ອຍປາຍ ບັດນີ້ ທາງຂັ້ນເທິງ ທາງຣັຖບານ ເພິ່ນຢາກໃຫ້ ເຂົາເຈົ້າຫັ້ນຍ້າຍ ຍ້າຍບ້ານມາຕັ້ງຢູ່ ມໍ່ທາງ ມາຕັ້ງຢູ່ມໍ່ ຊົນເຜົ່າ ລາວກໍ ອາຄ່າ ແບບນີ້  ຍ້າຍໃຫ້ມາ ເຕົ້າໂຮມ ຢູ່ນໍາກັນຫຼາຍ ໃຫ້ມັນ ມີຈໍານວນ ຫລັງຄາຫຼາຍ ໃຫ້ມັນມີ ພົລເມືອງຫຼາຍ ມັນເຖິງຈະຄຸ້ມຄ່າ ການລົງທຶນ ຕໍ່ນໍ້າເຂົ້າມາ ຕໍ່ໄຟຟ້າ ກໍຄືກັນ ບັດນີ້ ຂະເຈົ້າ ກໍບໍ່ຢາກຍ້າຍ ມາເທື່ອ".

ທ່ານກ່າວວ່າ ບ້ານທີ່ຊາວເຜົ່າມົ້ງ ຈະຖືກໃຫ້ໂຍກຍ້າຍ ໄປຢູ່ນັ້ນ ເປັນບ້ານຂອງ ຊາວເຜົ່າລາວກໍ ແລະ ຊາວເຜົ່າອາຄ່າ ຊຶ່ງມີຢູ່ 63 ຫລັງ ຄາເຮືອນ, ປະມານ 4 ຮ້ອຍ ປາຍຄົນ. ທາງການ ແຂວງອຸດົມໄຊ ກຳນົດໃຫ້ ພວກເຂົາເຈົ້າ ໂຍກຍ້າຍ ໃຫ້ແລ້ວ ພາຍໃນ ເດືອນຕຸລາ 2016 ນີ້ ແຕ່ ມາຮອດດຽວນີ້ ກໍຍັງເຮັດ ບໍ່ທັນໄດ້. ສຳລັບສາເຫດ ທີ່ພາໃຫ້ ຊາວເຜົ່າມົ້ງ ບໍ່ຢາກຍ້າຍໄປນັ້ນ ທ່ານເວົ້າວ່າ ພວກເຂົາເຈົ້າ ຢ້ານຍັງມີ ຄວາມຫຍຸ້ງຍາກ ໃນເຣື່ອງນ້ຳ ແລະ ໄຟ ແລະທັງຈະຍາກ ໃນການ ທຳມາຫາກິນ ຄືເກົ່າ.

"ຍ້າຍມາມັນກໍເປັນ ຢູ່ພູສູງຄືເກົ່າຫັ້ນ ແລ້ວມັນຂາດນໍ້າ ປະຊາຊົນ ເຜົ່າມົ້ງຫັ້ນ ຢາກໃຫ້ຂັ້ນເທິງ ຕໍ່ນໍ້າຕໍ່ໄຟມາໃຫ້ກ່ອນ ແລ້ວຈຶ່ງຈະຍ້າຍມາ ແລ້ວຂະເຈົ້າວ່າ ຄັນມາກ່ອນແລ້ວ ຈະມາກິນຫຍັງ ບໍ່ມີນໍ້າ ບໍ່ມີໄຟຟ້ານີ້ ຈະມາຢູ່ ມາກິນແນວໃດ ຍ້ອນພົບ ຄວາມ ຫຍູ້ງຍາກ ແນວນີ້ແຫຼະ ເຂົາຈຶ່ງ ບໍ່ຢາກຍ້າຍ ມາຫັ້ນນະ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກ ບັນຫານ້ຳ, ບັນຫາໄຟ ແລະ ທີ່ດິນທຳກິນ ທີ່ ຊາວເຜົ່າມົ້ງ ຍັງໜັກໃຈ ນັ້ນແລ້ວ ກໍຍັງມີ ອີກເຣື່ອງອື່ນ ທີ່ ພາໃຫ້ ພວກເຂົາເຈົ້າ ບໍ່ຢາກຍ້າຍມາ ຢູ່ຮ່ວມກັບ ຊາວເຜົ່າລາວກໍ ແລະເຜົ່າອາຄ່າ ທີ່ບ້ານນາມໍ່ ເຊັ່ນ: ແນວຄິດຈິດໃຈ ແລະ ຄວາມເຊື່ອຖື ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.