ເຈົ້າໜ້າທີ່ຍຶດດິນຊາວບ້ານ

ສິດນີ
2016.06.24
F-Luangprabang ສາຍນໍ້າຄານ ແລະ ທິວທັດ ແຂວງຫລວງພຣະບາງ
Marcel

ນາງ ອຸໄທວັນ ຢູ່ບ້ານອາໄພ ເມືອງ ຫຼວງພຣະບາງ ແຂວງ ຫຼວງພຣະບາງ ເວົ້າຕໍ່ ເອເຊັຽເສຣີ ວ່າ ນາງ ກໍາລັງ ເດືອດຮ້ອນ ຍ້ອນມີ ເຈົ້າຫນ້າທີ່ ທະຫານ ແລະ ຕຳຣວດ ຂັ້ນນາຍພັນ 4 ຄົນ ມາຍຶດເອົາ ດິນ ຂອງນາງ ຂນາດ 3 ເຮັກຕາກວ່າ ທີ່ນາງ ເປັນເຈົ້າຂອງ ແລະ ມີໃບຕາດິນ ຢ່າງຖືກຕ້ອງ.

ນາຍທະຫານ ແລະ ຕຳຣວດ ດັ່ງກ່າວນັ້ນ ໄດ້ປຸກເຮືອນ ແລະ ສິ່ງປຸກສ້າງ ໃນດິນຜືນນັ້ນ ພ້ອມທັງຂາຍດິນ ຂອງນາງ ໄປແລ້ວ ບາງສ່ວນ. ບັນຫານີ້ ເກີດຂຶ້ນ ມາໄດ້ 5 ປີ ແລ້ວ, ມາຮອດປັດຈຸບັນ ຍັງບໍ່ຖືກ ແກ້ໄຂ. ດັ່ງ ນາງໄດ້ເວົ້າຕໍ່ ເອເຊັຽ ເສຣີ ໃນວັນທີ 23 ມິຖຸນາ ນີ້ວ່າ:

"ແມ່ນດິນເຮົາເນາະ ມີພວກ ທະຫານ ຫັ້ນນະ ຈະອວນກັນ ມາຢູ່ ເຮົາເຮັດຫຍັງ ບໍ່ໄດ້ ເຂົາຢູ່ເຕັມນະ ກະມີເຮືອນ ໃຫຍ່ຂຶ້ນມາ ກະມີ ເອົາໄປຂາຍຕໍ່ ກະມີຊີ້ນະ ເປັນເຣື້ອງມາ ຂັດແຍ່ງ ເປັນເຣື້ອງ ຂັດແຍ່ງກັນ ນີ້ມາໄດ້ ສີ່ຫ້າ ປີແລ້ວ ຂະເຈົ້າກະ ບໍ່ຍອມອອກ".

ນາງເວົ້າ ຕໍ່ໄປວ່າ ໃນວັນທີ 5 ເດືອນ ມິນາ ຜ່ານມາ ໃນຂນະທີ່ຕົນ ເຂົ້າໄປສະສາງ ທີ່ດິນ ດັ່ງກ່າວ ກໍຖືກນຶ່ງ ໃນຈຳນວນ ນາຍທະຫານ ກຸ່ມນັ້ນ ຍິງປືນຂູ່ ຫລັງຈາກນັ້ນ ນາງກໍໄປ ແຈ້ງຄວາມຕໍ່ ເຈົ້າຫນ້າທີ່ ຕຳຣວດ ເມືອງ ຫຼວງພຣະບາງ ແຕ່ບໍ່ມີ ເຈົ້າຫນ້າທີ່ ຄົນໃດ ຊ່ອຍແກ້ໄຂ ໃຫ້ໄດ້.

ນາງວ່າ ເຄີຍໄດ້ໄປ ຮ້ອງຮຽນ ຕໍ່ທາງການ ແຂວງ ແລະ ກອງບັນຊາການ ທະຫານ ແຂວງ ຫຼວງພຣະບາງ ແຕ່ໄດ້ຮັບ ຄຳຕອບ ຈາກກຸ່ມ ທະຫານວ່າ ດິນ ຕອນນັ້ນ ຢູ່ໃນ ຄວາມຮັບຜິດຊອບ ຂອງ ກອງບັນຊາການ ທະຫານ ແຂວງຫຼວງພຣະບາງ ສ່ວນເຣື້ອງ ການຂັດແຍ່ງນັ້ນ ໃຫ້ໄກ່ເກັ່ຽ ກັນເອງ ໃນສານ, ແຕ່ເມື່ອ ນາງ ກໍເຮັດຕາມ ຂັ້ນຕອນ ແລ້ວ ກໍຍັງບໍ່ມີ ຄວາມຄືບຫນ້າ ແລະ ຍັງບໍ່ຖືກ ແກ້ໄຂເລີຍ.

ເອເຊັຽ ເສຣີ ກໍໄດ້ຕິດຕໍ່ ໄປຍັງ ພັນໂທ ແປ້ນຄຳ ບຸດຈັນແພງ ຮອງ ຫົວຫນ້າ ກອງບັນຊາການ ທະຫານ ແຂວງ ຫຼວງພຣະບາງ ແຕ່ໄດ້ ຄຳຕອບວ່າ ທ່ານ ບໍ່ຮູ້ກ່ຽວກັບ ຂໍ້ຂັດແຍ່ງນັ້ນ ແຕ່ຢ່າງໃດ ແລະ ໄດ້ສອບຖາມ ໄປຍັງ ເຈົ້າຫນ້າທີ່ ຫ້ອງການ ຊັພຍາກອນ ເມືອງ ຫຼວງພຣະບາງ, ແຕ່ ເຈົ້າຫນ້າທີ່ ບໍ່ຮູ້ຂໍ້ມູນ ຄັກແນ່.

ຣາຍຊື່ ນາຍທະຫານ ແລະ ຕຳຣວດ 4 ຄົນ ທີ່ກ່ຽວຂ້ອງ ກໍມີ: ພັນໂທ ດວງຈັນ ທິດສົມປອງ (ທະຫານ), ພັນໂທ ອ່ອນສີ ສີໄຊສຸລີດ (ຕຳຣວດ), ພັນໂທ ອ່ອນແກ້ວ ໄຊຍະສີດ (ທະຫານ) ແລະ ພັນຕີ ບຸນສີ (ທະຫານ).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.