ຫຼາຍພາກສ່ວນບໍ່ເຫັນດີ ການຕັດງົບປະມານ ປະຈຳປີ

ຈຳປາທອງ
2018.07.06
F-BOLIKHAMXAI ເມືອງປາກຊັນ ແຂວງບໍຣິຄໍາໄຊ
fotopedia

ອໍານາດການປົກຄອງ ຫຼາຍແຂວງ ບໍ່ເຫັນດີນໍາ ຣັຖບາລ ສປປລາວ ທີ່ຈະຕັດ ງົບປະມານ ປະຈໍາປີ ລົງຕື່ມອີກ ຍ້ອນວ່າ ບໍ່ມີງົບປະມານ ພຽງພໍຢູ່ແລ້ວ ໂດຍສະເພາະ ງົບປະມານ ສໍາລັບ ການພັທນາໂຄງຮ່າງພື້ນຖານ ທີ່ຈໍາເປັນ, ດັ່ງເຈົ້າໜ້າທີ່ ຫ້ອງວ່າການ ປົກຄອງແຂວງ ບໍລິຄໍາໄຊ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ກໍຣະກະດາ ນີ້ວ່າ:

"ກ່ຽວກັບເຣື່ອງ ເພິ່ນຈະຕັດງົບປະມານແລ້ວນີ້ ຄັນເວົ້າຕາມຕົວຈິງແລ້ວ ກໍບໍ່ເຫັນດີ ຫັ້ນແຫຼະ ເພາະວ່າ ຜ່ານມານີ້ ງົບປະມານ ເພິ່ນອະນຸມັດ ໃຫ້ແຕ່ລະແຂວງ ມັນກໍບໍ່ພໍ ຢູ່ແລ້ວ ກ່ຽວກັບ ການພັທນາ ສ້າງສາ ແຕ່ລະແຂວງ.”

ທ່ານເວົ້າວ່າ ຫາກຣັຖບາລ ເພີ່ນມີຄວາມຈໍາເປັນ ທີ່ຈະຕັດງົບປະມານ ລົງອີກນັ້ນ ກໍຄວນຈະພິຈາຣະນາ ເຖິງຜົລກະທົບ, ໜ່ວຍງານໃດ ຄວນຕັດ ໜ່ວຍງານໃດ ບໍ່ຄວນຕັດ ເພື່ອບໍ່ໃຫ້ເກີດຂຶ້ນ ໃນພາຍຫລັງ.

ກ່ຽວກັບ ເຣື້ອງດຽວກັນນີ້ ນັກວິຊາການ ຜແນກສຶກສາທິການ ແລະ ກິລາ ແຂວງ ຈໍາປາສັກ ກໍກ່າວວ່າ ຜແນກຂອງທ່ານ ແລະ ຜແນກ ສາທາຣະນະສຸຂ ແຂວງຈໍາປາສັກ ກໍບໍ່ເຫັນດີນໍາ ການທີ່ຈະຕັດ ງົບປະມານລົງ ເນື່ອງຈາກວ່າ ງົບປະມານ ປະຈໍາປີ ທີ່ໄດ້ຮັບນັ້ນ ກໍບໍ່ ພຽງພໍ ຢູ່ແລ້ວ ເພາະວ່າ ປັດຈຸບັນ ພະນັກງານ-ຣັຖກອນ ບາງຄົນໃນ 2 ຜແນກນີ້ ຍັງບໍ່ທັນໄດ້ຮັບ ເງິນເດືອນ, ບາງຄົນໄດ້ຮັບລ້າຊ້າ ໄປເປັນ 2-3 ເດືອນກໍມີ. ກົງກັນຂ້າມ ຣັຖບາລ ສປປລາວ ຄວນເພີ່ມງົບປະມານ ໃຫ້ 2 ຜແນກນີ້ ຕື່ມອີກ ດັ່ງທີ່ທ່ານກ່າວວ່າ:

"ອັນນີ້ຂແນງທີ່ວ່າ ທີ່ວ່າ ບໍ່ສົມຄວນຕັດ ນີ້ກໍເປັນ ສຶກສາ ສາທາຣະນະສຸຂ ອັນນີ້ ບໍ່ຄວນຕັດ ສູ່ມື້ນີ້ ກໍຂາດແຄນ ຢູ່ແລ້ວ ຄູສອນອາສາມັນ ທັມດານີ້ 3 ປີຄວນໃຫ້ເຂົ້າຊັ້ນ ອັນນີ້ ຊັ້ນກໍບໍ່ໄດ້ເຂົ້າ ເງິນເດືອນກໍບໍ່ໄດ້.”

ສໍາລັບຜແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ ເວົ້າວ່າ ຫາກຣັຖບາລ ຕັດງົບປະມານ ດ້ານບໍຣິຫານ ປະຈໍາປີລົງ ກໍບໍ່ມີ ຜົລກະທົບຫຍັງ ສໍາລັບແຂວງນີ້ ດັ່ງທີ່ ທ່ານກ່າວ ໃນມື້ດຽວກັນນັ້ນວ່າ:

"ມັນບໍ່ກ່ຽວ ເງິນບໍຣິຫານ ຕັດຊໍ່າໃດກໍໄດ້ ບໍ່ເປັນຫຍັງ ແຂວງເຮົາ ບໍ່ເປັນຫຍັງ ບໍ່ມີຜົລກະທົບ.”

ເມື່ອອາທິດ ຜ່ານມາ ກອງປະຊຸມ ຣັຖບາລ ໄດ້ຕົກລົງ ທີ່ຈະຕັດງົບປະມານ ອັນທີ່ ຣັຖບາລເອີ້ນວ່າ “ບໍ່ຈໍາເປັນ” ໃນທົ່ວປະເທສລົງ ເພື່ອຮັກສາ ສະພາບຄ່ອງຕົວ ທາງການເງິນ ເນຶ່ອງຈາກ ການເກັບ ຣາຍຮັບ 4 ເດືອນທໍາອິດ ຂອງປີນີ້ ຄື ແຕ່ເດືອນມົກກະຣາ ຫາເດືອນເມສາ ບໍ່ໄດ້ຕາມ ເປົ້າໝາຍ ຄື ເກັບໄດ້ພຽງ 28.6% ຂອງເປົ້າໝາຍປີ ຊຶ່ງໃນໄລຍະດຽວກັນ ຂອງປີກາຍ ເກັບໄດ້ 32.8%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.