ງົບປະມານການເງິນ ຂອງ ສປປລາວ
2017.05.03

ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ຂອງ ສປປລາວ ທີ່ເປີດຂຶ້ນ ໃນວັນທີ 24 ເມສາ 2017 ແລະ ກໍາລັງດໍາເນີນໄປ ຢູ່ໃນຂນະນີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ແລະ ທ່ານ ສົມດີ ດວງດີ ຮອງນາຍົກ ຣັຖມົນຕຣີ, ຣັຖມົນຕຣີ ກະຊວງການເງິນ ໄດ້ຣາຍງາຍ ຫລາຍບັນຫາ ທາງດ້ານ ເສຖກິດ ຮວມທັງ ງົບປະມານ, ການເງິນ ຂອງສປປລາວ ຊຶ່ງທ່ານ ທອງລຸນ ເວົ້າວ່າ ເສຖກິດ ສປປລາວ ຜະເຊີນກັບ ຄວາມຫຍຸ້ງຍາກ ຫຼາຍຢ່າງ ຮວມທັງ ບັນຫາເສຖກິດ ມະຫາພາກ ທີ່ບອບບາງ, ງົບປະມານ ຂາດດຸນ, ປະຕິບັດບໍ່ໄດ້ ຕາມຣະບຽບ ກົດໝາຍ ຮວມທັງ ການຄຸ້ມຄອງ ການນໍາສິນຄ້າ ອອກໄປ ຕ່າງປະເທສ ແລະການນໍາສິນຄ້າເຂົ້າ ມາໃນປະເທສ, ການຄຸ້ມຄອງ ຣາຄາສິນຄ້າ ໃນທ້ອງຕລາດ ຍັງປະຕິບັດ ບໍ່ໄດ້ດີ. ດັ່ງທີ່ທ່ານກ່າວ ບາງຕອນວ່າ: ສຽງ...
ເວົ້າເຖິງສາເຫດງົບປະມານຂາດດຸນ, ການເກັບພາສີອາກອນ ເຂົ້າຄັງຣັຖ ບໍ່ໄດ້ຕາມ ແຜນການນັ້ນ ທ່ານ ວົງສະຫວັນ ບຸດສະຫວັດ ທີ່ ສະຫະຣັຖ ອະເມຣິກາ ຊຶ່ງຕິດຕາມ ສະພາບການ ໃນລາວມາ ໂດຍຕລອດ ເວົ້າຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 1 ພຶສພາ ນີ້ວ່າຍ້ອນ ພວກມີສິດມີອໍານາດ ບໍ່ປະຕິບັດ ຕາມຣະບຽບ ກົດໝາຍ ສວຍໂອກາດ ແບ່ງກັນສໍ້ໂກງ: ສຽງ...
ເວົ້າເຖິງງົບປະມານ ການເງິນ ທ່ານ ສົມດີ ດວງດີ ກໍຣາຍງານ ກ່ຽວກັບຣາຍຮັບ ຣາຍຈ່າຍທີ່ວ່າ ການເກັບ ຣາຍຮັບບໍ່ໄດ້ ຕາມແຜນການ ເຊັ່ນວ່າຣາຍຮັບ ຊຶ່ງຈະ ໄດ້ຮັບຈາກ ຊັພກອນທັມຊາດ ອາກອນກໍາໄລ ຈາກຄໍາ ທີ່ຂຸດຄົ້ນ ຢູ່ສອງບໍ່ໃຫຍ່ 200 ຕື້ກີບນັ້ນ ທ່ານກໍວ່າ ຈະບໍ່ ໄດ້ຈັກກີບ ແລະເງິນທີ່ຈະໄດ້ຮັບ ຈາກການບໍຣິການ ທາງດ້ານໂທຣະຄົມ ກໍຫຼຸດລົງຫຼາຍ ເຣຶ່ອງການເບີກຈ່າຍ ເງິນເດືອນ ໃຫ້ ພະນັກງານ ແລະຣັຖກອນ ກໍຍັງຊັກຊ້າ, ປະຕິບັດບໍ່ໄດ້ ຢ່າງທົ່ວເຖິງ.
ຊຶ່ງບໍ່ຄືກັບຄຳເວົ້າຂອງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ໄວ້ ໃນຣະຫວ່າງໄປ ເຄື່ອນໄຫວ ໂຄສະນາ ນະໂຍບາຍ ຂອງຣັຖບາລ ຢູ່ຕາມ ແຂວງຕ່າງໆ ພາຍຫຼັງ ທ່ານໄດ້ຂຶ້ນເປັນ ນາຍົກ ຣັຖມົນຕຣີ ເມື່ອປີກາຍ. ກ່ຽວກັບບັນຫາ ທີ່ວ່ານັ້ນ ທ່ານ ສົມດີ ກ່າວບາງຕອນວ່າ: ສຽງ...
ແຕ່ສໍາລັບແຂວງຫຼວງພະບາງ ເຈົ້າໜ້າທີ່ ການເງິນແຂວງເວົ້າຕໍ່ RFA ໃນມື້ວັນທີ 2 ພຶສພາ ນີ້ວ່າບໍ່ມີບັນຫາໃນເຣຶ່ອງເບີກຈ່າຍ ເງິນເດືອນ ໃຫ້ພະນັກງານ ຣັຖກອນ: ສຽງ...
ແຕ່ຢູ່ແຂວງສະຫວັນນະເຂດ ເວົ້າທົ່ວແຂວງ ເຈົ້າໜ້າທີ່ ແຂວງເວົ້າ ໃນມື້ວັນທີ 2 ພຶສພາ ນີ້ວ່າຣາຍຣັບໜ້ອຍ ກວ່າຣາຍຈ່າຍ ເຮັດໃຫ້ການ ເບີກຈ່າຍ ເງິນເດືອນ ຫລ້າຊ້າ: ສຽງ
ໃນຂນະທີ່ຢູ່ເມືອງໄກສອນ ພົມວິຫານ ເຈົ້າໜ້າທີ່ ການເງິນເມືອງ ເວົ້າວ່າ ການເກັບ ຣາຍຮັບເຂົ້າ ງົບປະມານ ປົກກະຕິ ຢູ່: ສຽງ ...
ແລະຢູ່ເມືອງປາກເຊ ແຂວງຈໍາປາສັກ ເຈົ້າໜ້າທີ່ການເງິນເມືອງ ກໍເວົ້າວ່າ ການເກັບຣາຍຮັບ ເຂົ້າງົບປະມານ ແມ່ນໄດ້ຕາມແຜນ: ສຽງ...
ເຣຶ່ອງຮ່ວງເງິນ 400 ຕື້ກີບ ເພື່ອແກ້ໄຂໜີ້ສິນ ໂຄງການລົງທຶນຂອງຣັດ ແລະ 300 ຕື້ກີບ ເພື່ອແກ້ໄຂໜີ້ ພັນທະບັດ ເພື່ອຮັບປະກັນ ໃຫ້ແກ່ການນຳ ໃຊ້ຮ່ວງເງິນ ດັ່ງກ່າວຖືກ ເປົ້າໝາຍ ແລະມີປະສິດທິຜົນ ແລະ ການຊຳລະໜີ້ສິນ ຂອງຣັຖບາລ ສຳລັບໂຄງການ ທີ່ໄດ້ ຖືກຈັດຕັ້ງ ປະຕິບັດສຳເຣັດ ເຫັນວ່າມີຄວາມຊັກຊ້າ ແລະບໍ່ທັນໄດ້ ຈັດຕັ້ງ ປະຕິບັດ ເພື່ອເຮັດໃຫ້ ການຄຸ້ມຄອງ ການຊຳລະ ໜີ້ສິນ ມີ ຄວາມປອດໃສ ຫັນເຂົ້າສູ່ ລະບຽບກົດໝາຍ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ ບຸນຕົ້ນ ຈັນທະພອນ ຮອງເລຂາພັກແຂວງ, ສະມາຊິກ ສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ ແມ່ນຢາກໃຫ້ຣັຖບາລ ມີການ ກວດກາຄືນ: ສຽງ...
ຢ່າງໃດກໍຕາມ ຕໍ່ບົດຣາຍງານຂອງຣັຖບານ ທີ່ວ່ານັ້ນ ທ່ານ ວິໄລວົງ ບຸດດາຄໍາ ກັມການຄນະປະຈໍາ ສະພາແຫ່ງຊາດ, ປະທານ ກັມມາທິການ ແຜນການ, ການເງິນ ແລະການກວດສອບ ກໍມີຄໍາເຫັນ ຊຶ່ງໃນນັ້ນ ທ່ານໄດ້ເວົ້າ ຮວມທັງຜົລຂອງການ ປະຕິບັດແຜນ ງົບປະມານ ແຫ່ງຣັຖ ຂອງຣັຖບາລ ແລະສເນີໃຫ້ ຣັຖບາລ ກວດສອບ ຣາຍຮັບ ຄືນໃໝ່ ເພື່ອລົບລ້າງ ຫົວໜ່ວຍທຸຣະກິດ ທີ່ບໍ່ມີຕົວຕົນ. ແລະທັງເວົ້າເຖິງ ມາຕການ ໃຫ້ຣັຖບາລປະຕິບັດ ໃນການເກັບ ຣາຍຮັບເຂົ້າ ງົບປະມານ ແຫ່ງຣັຖ. ດັ່ງທີ່ ທ່ານໄດ້ກ່າວ ໃນຕອນນຶ່ງວ່າ: ສຽງ...
ພ້ອມກັນນັ້ນ ໃນກອງປະຊຸມສະພາແຫ່ງຊາດ ທ່ານ ສຸວັນນີ ໄຊຊະນະ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງ 11 ແຂວງບໍລິຄຳໄຊ ກໍໄດ້ປະກອບ ຄຳເຫັນ ໂດຍສະເໜີ ໃຫ້ຣັຖບາລ ມີແຜນການ ດັດແກ້ ນິຕິກັມ ແລະມີມາຕການ ໃນການຫຼຸດຜ່ອນ ຣາຍຈ່າຍ ເພື່ອເຮັດໃຫ້ ການຂາດດຸນ ງົບປະມານ ຊຶ່ງສະພາ ແຫ່ງຊາດ ໄດ້ຮັບຮອງ ເອົາແລ້ວ ສຳລັບປີ 2017 ບໍ່ໃຫ້ເກີນ 6,52% ຂນະທີ່ ຕາມແຜນ ພັທນາ ເສຖກິດ-ສັງຄົມ ແຫ່ງຊາດ ທີ່ຖືກຮັບຮອງເອົາ ຢູ່ໃນກອງປະຊຸມ ໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ ທີ່ເປັນຜູ້ຈັດຕັ້ງ ຊີ້ນໍາ ນໍາພາທຸກວຽກງານ ຂອງຣັຖບາລ ແລະ ສະພາແຫ່ງຊາດ ເມື່ອຕົ້ນປີກາຍ ນັ້ນແລ້ວແມ່ນວ່າ ແຕ່ປີ 2016 ເຖິງປີ 2020 ຣາຍຮັບ ງົບປະມານ ລວມໃນ ແຕ່ລະປີໃຫ້ໄດ້ ຣະຫວ່າງ 23 ຫາ 25% ຂອງລວມຍອດ ມູນຄ່າຜລິຕພັນ ພາຍໃນ ຫຼື GDP. ໃນນັ້ນຣາຍຮັບ ພາຍໃນ ໃຫ້ໄດ້ປະມານ 20-22% ຂອງ GDP ແລະ ຣາຍຈ່າຍ ບໍ່ໃຫ້ເກີນ 28% ຂອງ GDP ແລະທັງວ່າ ຈະເຮັດໃຫ້ ລວມຍອດ ມູນຄ່າຜລິຕພັນ ພາຍໃນ ຂຍາຍຕົວ ສະເລັ່ຍບໍ່ໃຫ້ຫລຸດ 7.5% ຕໍ່ປີ ຂນະທີ່ ສະພາ ແຫ່ງຊາດ ກໍານົດໃຫ້ ຣັຖບາລ ຂຶ້ນແຜນເຮັດໃຫ້ GDP ໃນປີ 2017 ຂຍາຍຕົວ 7.02%.
ບັນຫາທີ່ຜູ້ແທນເປັນຫ່ວງ ແມ່ນການຄຸ້ມຄອງ ເງິນຕຣາ ແລະຄ່າຂອງເງິນກີບ ທຽບໃສ່ເງິນ ໂດລາສະຫະຣັຖ ຫຼື ເງິນບາດ ແມ່ນອ່ອນຕົວ ລົງ ທັງໄລຍະ 3 ເດືອນ ທ້າຍປີ 2016 ແລະ 3 ເດືອນຕົ້ນປີ 2017 ແລະທຶນສຳຮອງ ທີ່ເປັນເງິນຕຣາ ຕ່າງປະເທສ ຫຼຸດລົງຍ້ອນຖືກນໍາ ໄປດັດສົມອັດຕຣາ ແລກປ່ຽນ.
ນັ້ນຄືສິ່ງທີ່ຫຼາຍຄົນເວົ້າວ່າ ເປັນບັນຫາທ້າທາຍ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ທີ່ຈັດຕັ້ງ ຣັຖບາລຊຸດໃໝ່ ໂດຍໃຫ້ ທ່ານ ທອງລຸນ ສີສຸລິດ ເປັນນາຍົກຣັຖມົນຕຣີ ບໍຣິຫານ ປະເທສ ໃນຂນະທີ່ ການພັທນາເສຖກິດ ຍັງອາສັຍ ການຂຸດຄົ້ນ ແລະຂາຍ ຊັພຍາກອນ ທັມຊາດ ຮວມທັງໄມ້, ແຮ່ທາດ: ຄໍາ, ເງິນ, ທອງແດງ ແລະ ຊັພຍາກອນ ຊຶ່ງມີຄຸນຄ່າ ອື່ນໆເປັນຕົ້ນຕໍ ເພື່ອເຮັດໃຫ້ ສປປລາວ ຫລຸດພົ້ນ ອອກຈາກການເປັນ ປະເທສ ດ້ອຍພັທນາ ໃນປີ 2020 ໂດຍຫວັງທີ່ ເຮັດໃຫ້ລວມ ຍອດມູນຄ່າຜລິຕພັນ ພາຍໃນ ສະເລັ່ຍ ຕໍ່ຫົວຄົນ ໄດ້ປະມານ 3,190 ໂດລາ ສະຫະຣັຖ ຊຶ່ງຫລາຍຄົນ ເວົ້າວ່າ ໃນຄວາມເປັນຈິງ ອາຈເປັນໄປບໍ່ໄດ້.