ຣາຍຮັບບໍ່ເຂົ້າ "ຫຼວງ" 400 ຕື້ກີບ

ອຸ່ນແກ້ວ ສຸກສະຫວັນ
2019.11.18
F-audit ອົງການກວດສອບ ແຫ່ງຣັດ ທີ່ຕັ້ງຂຶ້ນ ເພື່ອກວດກາ ຫາທາງປາບປາມ ການສໍ້ໂກງ ຂອງ ພະນັກງານຣັຖກອນ
RFA/LX

ອົງການກວດສອບແຫ່ງຣັຖ ຣາຍງານ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ວ່າກວດພົບຣາຍຮັບທີ່ບໍ່ ມອບເຂົ້າງົບປະມານ ຫຼາຍກວ່າ 400 ຕື້ກີບ. ໃນຈຳນວນເງິນທີ່ບໍ່ມອບເຂົ້າງົບປະມານນັ້ນ ລວມມີ, ຈາກສູນກາງ 280 ຕື້ກີບ ແລະ ທ້ອງຖິ່ນ 140 ຕື້ກີບ. ບັນດາສະມາຊິກສະພາແຫ່ງຊາດ ຫລື ສສຊ ກໍໄດ້ມີການຂຶ້ນອະພິປາຍ ນຳສະເໜີມາດຕະການແກ້ໄຂ ບັນຫາ ດັ່ງກ່າວ ແລະມີການ ສເນີໃຫ້ຣັຖບານເອົາໃຈໃສ່ໃຫ້ຕິດຕາມ ທວງເອົາເງິນຈຳນວນດັ່ງກ່າວກັບຄືນມາ.

ຍານາງ ສີໄຄ ສີປະເສີດ ສສຊ ເຂດ 11 ແຂວງບໍລິຄຳໄຊ ໄດ້ກ່າວ ຢູ່ໃນກອງປະຊຸມສະພາ ໃນວັນທີ 14 ພືສຈິກາ ວ່າ:

"ຢາກສະເໜີໃຫ້ຣັຖບານເອົາໃຈໃສ່ ຕິດຕາມຮ່ວງເງິນຕ່າງໆ ທີ່ຈ່າຍບໍ່ຖືກຕ້ອງຕາມກົດໝາຍ ງົບປະມານແຫ່ງຣັຖ ເຂົ້າຄືນງົບປະມານ ແຫ່ງຣັຖ ໃຫ້ຄົບຖ້ວນ ພ້ອມກັນນັ້ນ ກໍຢາກໃຫ້ມີການປະຕິບັດມາດຕະການ ວິນັຍຕໍ່ຫົວໜ່ວຍງົບປະມານ ທີ່ລະເມີດຫັ້ນ."

ຂະແໜງການ ຫລື ໜ່ວຍງານທີ່ບໍ່ມອບ ເງິນເຂົ້າງົບປະມານ ສ່ວນຫລາຍແມ່ນກະຊວງ ທີ່ຮັບຜິດຊອບເສຖກິດ ເປັນຕົ້ນແມ່ນ ກະຊວງ ການເງິນ, ການຊວງແຜນການ ແລະ ການລົງທຶນ, ດັ່ງ ຍານາງ ສີໄຄ ກ່າວຕື່ມອີກວ່າ:

"ເພາະວ່າ ຂ້າພະເຈົ້າສັງເກດເຫັນວ່າ ນັບແຕ່ປີ 2017, 2018 ມາ ຕາມການຣາຍງານ ຂອງຫົວໜ່ວຍທີ່ລະເມີດວິນັຍແຜນການເງິນຫັ້ນມີ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ສ່ວນຫລາຍກະແມ່ນຫົວໜ່ວຍງົບປະມານເກົ່າ ໂດຍສະເພາະ ສູນກາງ ລະແມ່ນຂົງເຂດ ກະຊວງ ເສຖກິດ ວ່າຊັ້ນຊະ ໂດຍ ສະເພາະ ກະຊວງການເງິນ, ກະຊວງແຜນການ ແລະ ກະຊວງອື່ນໆ ກະຍັງມີການລະເມີດຢູ່."

ໃນການອະພິປາຍການກວດສອບງົບປະມານ ທີ່ບໍ່ມອບເຂົ້າຣັຖ ໃນຄັ້ງນີ້ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນວ່າ ມີວ່າກົນໄກ ແລະ ນິຕິກັມ ຫລື ລະບຽບກົດໝາຍ ໃນການກວດສອບແລ້ວ ແຕ່ ບໍ່ມີການປະຕິບັດ. ຍານາງ ວາລີ ເວດສະພົງ ສສຊ ເຂດ 1 ນະຄອນຫລວງວຽງຈັນ ໄດ້ກ່າວໃນວັນດຽວກັນ ວ່າ:

"ແຕ່ດຽວນີ້ ສິ່ງທີ່ປະຊາຊົນຢາກເຫັນ ການແກ້ໄຂຜົນຂອງການກວດສອບນີ້ ຂ້າພະເຈົ້າຂໍສະໜັບສະໜູນຄຳເຫັນ ຂໍອະນຸຍາດອອກຊື່ ຄຳເຫັນຂອງ ສສ ສຸວັນເພັງ ເພາະວ່າ ນະຕິບັນຍັດ ໂດຍສະເພາະ ພວກເຮົາ ມີກົນໄກ ລະກະມີມະຕິ ນິຕິກັມໂຕນີ້ ເຮົາຍັງບໍ່ໄດ້ເຮັດເທື່ອ ຂໍໃຫ້ປະຕິບັດໂຕນີ້ ຂ້າພະເຈົ້າຄິດວ່າ ຈະໄດ້ຜົນເນາະ."

ທີ່ຜ່ານມາ ມີການລະເມີດລະບຽບ ການທາງດ້ານການເງິນ ບໍ່ວ່າຈະເປັນອົງການປົກຄອງ ແລະ ອົງການຕຸລາການ ແຕ່ການລົງໂທດ ກໍພຽງແຕ່ເຮັດແບບແບະໆ ບາງໆ, ຍານາງ ວາລີ ເວດສະພົງ ກ່າວຕື່ມອີກວ່າ:

"ລະຂໍມີຄຳເຫັນ ສະໜັບສະໜູນຂອງ ສສ ສາຍທອງ ທີ່ເພິ່ນບອກວ່າ ຕ້ອງມີມາດຕະການລົງໂທດ ເນື່ອງຈາກວ່າ ປັດຈຸບັດນີ້ ຖືວ່າ ຜູ້ເຮັດຜິດ ແຕ່ບໍ່ມີໂທດ ອົງການປົກຄອງ ລວມທັງອົງການຕຸລາການ ມີໝົດຜູ້ເຮັດຜິດ ແຕ່ພວກເຮົາບໍ່ມີມາດຕະການ ລົງໂທດ ແບບເດັດຂາດ ມີລົງໂທດແຕ່ແປະແປະ ບາງໆ ເນາະ ເພາະສະນັ້ນ ທຸກຄັ້ງທີ່ເຮັດຕາມກົດໝາຍ ຂ້າພະເຈົ້າພຍາຍາມສະເໜີວ່າ ຂໍໃຫ້ມີມາດຕານຶ່ງ ເພື່ອລົງໂທດ ເຈົ້າໜ້າທີ່ຜູ້ເຮັດຜິດ ໂດຍສະເພາະ ເຈົ້າໜ້າທີ່ຢູ່ໃນອົງການນັ້ນໆ."

ການລະເມີດລະບຽບກົດໝາຍສ່ວນຫລາຍ ແມ່ນພະນັກງານຂອງຣັຖ ເປັນຜູ້ລະເມີດ ທີ່ຜ່ານມາມີກະຊວງການເງິນ 5 ກົມ ຖືກກວດພົບວ່າ ຜິດລະບຽບທາງດ້ານການເງິນ ໃນຂນະທີ່ປະຊາຊົນສ່ວນຫລາຍ ແມ່ນມີການປະຕິບັດກົດໝາຍ. ທ່ານ ສາຍທອງ ແກ້ວດວງດີ ສະມາຊິກ ສະພາແຫ່ງຊາດ ເຂດ1 ນະຄອນຫລວງວຽງຈັນ ໄດ້ໃຫ້ຄຳເຫັນວ່າ:

"ບັນຫາທີ່ສອງ ຂ້າພະເຈົ້າຂັດຂ້ອງ ຢູ່ບ່ອນວ່າ ການລະເມີດກົດໝາຍ ຂອງສູນກາງ ຕາມການກວດສອບມານີ້ ຢູ່ກະຊວງການເງິນ 5 ກົມ ເຮັດລະເມີດກົດໝາຍດຽວນີ້ ຊິແກ້ຈັ່ງໃດ ບໍ່ແມ່ນວ່າ ຄວນເປັນໃດ໊ ອັນນີ້ຄວາມເປັນຈິງໃດ໊ ລອງຍົກຄວາມເປັນຈິງ ມາວ່າ ເປັນຫຍັງຈຶ່ງ ລະເມີດກົດໝາຍ ຂອງບັນດາກົມ ຊິແກ້ແນວໃດ ອັນນີ້ມັນຜິດກົດໝາຍ ຕ້ອງໃສ່ໃຈ ຕ້ອງໃສ່ວິໃນ."

ນອກຈາກນີ້ ມີການປຽບທຽບວ່າ ປະຊາຊົນນີ້ ປະຕິບັດກົດໝາຍ ຫລາຍກວ່າພະນັກງານຂອງຣັຖ, ດັ່ງ ທ່ານ ສາຍທອງ ແກ້ວດວງດີ ກ່າວຕື່ມອີກວ່າ:

"ຂ້າພະເຈົ້າໄປແຕ່ເໜືອຮອດໃຕ້ ຍັງແຕ່ຜົ້ງສາລື ເຮົາຊົມເຊີຍ ປະຊາຊົນໃດ ເຂົາເຈົ້າເປັນຜູ້ຮັກສາກົດໝາຍທີ່ສຸດ ແທ້ໆ ອັນນີ້ ຂ້າພະເຈົ້າຍ້ອງຍໍໝົດ ຫລາຍແຂວງ ຍັງແຕ່ຜົ້ງສາລີ ຍັງບໍ່ໄດ້ໄປ ແລ້ວນີ້ ຊິໄປເບິ່ງ ຖາມນຳປະຊາຊົນແທ້ໆ ຂ້າພະເຈົ້າຖາມ ຮອດນາຍບ້ານ ລົງກວດກາຢູ່ແຂວງວຽງຈັນ ຖາມຮອດນາຍບ້ານ ຖາມຮອດປະຊາຊົນ ລົງອັດຕະປືຄືກັນ ຂະເຈົ້ານັບຖືຫລາຍ ແຕ່ພະນັກງານເຮົານີ້ ຢາກລະເມີດກົດໝາຍ ຈຳນວນນຶ່ງເດີ ແຕ່ພະນັກງານເຮົານີ້ ກະດີຂຶ້ນຫລາຍ ດີຂຶ້ນຫລາຍ ຊົມເຊີຍໃດ."

ບັນຫາການບໍ່ມອບເງິນເຂົ້າງົບປະມານຂອງຣັຖ ເກີດຄວາມຜິດພາດ ແບບຊ້ຳຊ້ອນກັນ, ຜິດແລ້ວຜິດອີກ ຜິດຊ້ຳແລ້ວຊ້ຳອີກ. ຍານາງ ບົວຄຳ ທິບພະວົງ ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫລວງວຽງຈັນ ກ່າວວ່າ:

"ມາຮອດຈຸດນີ້ ຜິດແລ້ວຜິດອີກ ຊ້ຳແລ້ວຊ້ຳອີກ ອັນຄວາມຜິດພາດອັນນັ້ນ ກວດລະກະເຫັນໄປຢູ່ ສະພາບເສຖກິດ ການພັທນາຂອງ ພວກເຮົາກະ ມີຄວາມຫຍຸ້ງຍາກ ກະນັບມື້ຄືວ່າ ມີອັນເພີ້ມຂຶ້ນເນາະ ຊິແກ້ແນວໃດ ອັນບັນຫານີ້ ເປັນບັນຫານຶ່ງ ທີ່ເປັນໂຈດ."

ເຫດຜົນຂອງການທີ່ເກີດຄວາມຜິດພາດຊ້ຳ ຢູ່ຕລອດເວລາ ແລະ ບໍ່ມີການແກ້ໄຂກັນ ເປັນຍ້ອນວ່າການກວດສອບ ມີການນະໂຍບາຍກັນ ຫລື ເຫັນອົກເຫັນໃຈກັນ, ດັ່ງຍານາງ ບົວຄຳກ່າວຕື່ມອີກວ່າ:

"ອັນຜິດແລ້ວຜິດອີກ ເຫດຜົນກະຊິແມ່ນການແກ້ໄຂບັນຫານີ້ແຫລະ ບໍ່ທັນໜັກແໜ້ນ ບັນດາທ່ານ ຍັງມີການໂນ້ມນ້າວ ມີການອ່ອນໂຍນ ມີການນະໂຍບາຍກັນ ເຫັນອົກເຫັນໃຈກັນ ຄືບັນດາທ່ານ ສສ ໄດ້ເວົ້າມານັ້ນ ຂ້າວ່າ ມາຮອດຈຸດນີ້ແລ້ວກະຢາກ ສະເໜີຫັ້ນແຫລ້ວ ບໍ່ຢາກໃຫ້ ບໍ່ຢາກໃຫ້ອ່ອນໂຍນລະໃດ ຕໍ່ໄປນີ້ ມັນເສັຍຫາຍຕໍ່ປະເທດຊາດມະຫາສານລະເດ້."

ການບໍ່ມອບເງິນເຂົ້າງົບປະມານຂອງຣັຖ ເປັນມາໄດ້ຫລາຍປີແລ້ວ ແຕ່ຣັຖບານ ຍັງບໍ່ສາມາດທວງເອົາເງິນມາໄດ້ຢ່າງເປັນຮູບປະທັມ. ຄ້າຍຄືກັນກັບ ໂຄງການບໍ່ມີຕົວຕົນ ທີ່ຣັຖບານຕ້ອງເສັຍເງິນຫລາຍຮ້ອຍຕື້ກີບໄປແລ້ວ ແຕ່ຍັງບໍ່ສາມາດທວງເງິນ ກັບຄືນໄດ້ໝົດ.

ກໍຣະນີຕົວຢ່າງ ໂຄງການບໍ່ມີຕົວຕົນ ເຮັດໃຫ້ອາດີດຣັຖມົນຕຼີ ກະຊວງການເງິນ ແລະ ພະນັກງານອີກຫລາຍຄົນ ຖືກກວດສອບ ແລະ ຖືກດຳເນີນຄະດີ. ທ່ານ ພູເພັດ ຄໍາພູນວົງ ອາດີດຣັຖມົນຕຼີກະຊວງການເງິນ ແລະ ພະນັກງານ ກະຊວງການເງິນ ຫຼາຍຄົນ ກໍຖືກກວດກາ ໃນກໍຣະນີ ໂຄງການ ບໍ່ມີຕົວ ຕົນຢູ່ແຂວງຫຼວງນໍ້າທາ, ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ການເງິນທ່ານນຶ່ງ.

ທ່ານເຈົ້າການເງິນທ່ານນີ້ ເຄີຍກ່າວຕໍ່ເອເສຣີ ວ່າ ເຈົ້າໜ້າທີ່ທາງການ ໄດ້ຈັບອະດີດເລຂາ ຂອງທ່ານ ພູເພັດ ຊື່ ອາລັດ, ແລະ ພະນັກງານ ກະຊວງການເງິນອີກຫລາຍຄົນ ໃນທ້າຍ ເດືອນ ທັນວາ ປີ 2015. ໃນປີ 2016, ກໍມີຣາຍງານວ່າ ທ່ານ ພູເພັດ ຄໍາພູນວົງ ປັດຈຸບັນ ແມ່ນຖືກ ເຈົ້າໜ້າທີ່ ກັກບໍຣິເວນ ເພື່ອສືບສວນສອບສວນ, ແຕ່ບໍ່ ເປີດເຜີຍວ່າ ທ່ານ ຖືກກັກຢູ່ໃສ.

ທ່ານ ພູເພັດ ຄໍາພູນວົງ ເຄີຍດຳຣົງຕໍາແໜ່ງ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ, ແລະ ຖືກຍ້າຍໄປຮັບຕໍາແໜ່ງ ຣັຖມົນຕຼີ ກະຊວງການເງິນ ໄດ້ປະມານ 2 ປີ ຫລັງຈາກນັ້ນ ກໍຖືກປົດຕໍາແໜ່ງ ໃນເດືອນ ມິນາ ປີ 2014 ແລະ ຖືກຍ້າຍໄປຮັບໜ້າທີ່ ຢູ່ຫ້ອງວ່າການ ຣັຖບານ ກ່ອນທີ່ ທ່ານຈະຖືກຈັບມາກວດສອບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.