ສິດເສຣີພາບຂອງພົລເມືອງລາວ

ຈໍາປາທອງ
2015.01.22
F-Thatluang ພື້ນທີ່ດິນ ໃນເຂດບ້ານທາດຫລວງ ບຶງທາດຫລວງ ຊາວລາວທ້ອງຖິ່ນ ແຕ່ດຶກດໍາບັນ ຕ້ອງຍ້າຍອອກ
RFA

 

ເຖິງແມ່ນວ່າ ຫຼາຍປີ ມານີ້ ທາງການ ລາວ ຈະ ໂຄສະນາ ເຣື່ອງ ການສົ່ງເສີມ ສິດທິ ມະນຸດ ມາໂດຍ ຕລອດ ແຕ່ ກໍປະກົດ ວ່າ ພົລເມືອງ ລາວ ກໍຍັງ ບໍ່ກ້າ ສະແດງ ຄວາມຄິດເຫັນ ຫລື ຮຽກຮ້ອງ ສິດທິ ຂອງຕົນ ທາງດ້ານ ການປາກເວົ້າ ຂີດຂຽນ, ສິດ ກ່ຽວກັບ ທີ່ຢູ່ ອາສັຍ ຍ້ອນຢ້ານ ຖືກ ທາງການ ລົງໂທດ. ດັ່ງ ຊາວ ແຂວງ ໄຊຍະບູລີ ແລະ ອຸດົມໄຊ ເວົ້າວ່າ:

"ເຜົ່າມົ້ງ ຕ້ອງ ຍົກຍ້າຍ ໝົດ ຄັນຜູ້ໃດ ບໍ່ຍົກຍ້າຍ ໄປຢູ່ບ່ອນ ເພິ່ນ ຈັດຕັ້ງໃໝ່ ຫັ້ນ ຄັນບໍ່ຍ້າຍ ເວົ້າສັ້ນໆ ຫັ້ນແຫລະ ອັນນີ້ ຂໍໂທດນະ ເປັນ ຄວາມ ຫຍາບຊ້າ ໜ້ອຍນຶ່ງ ວ່າ ບໍ່ໃດ ບໍ່ຍ້າຍ ໄດ້ຖືກໄປ ເຂົ້າຄຸກ ວ່າຊັ້ນສະ ເພິ່ນວ່າ ສະນະ ຄັນ ຜູ້ໃດ ຖືກຍ້າຍ ຈາກພັຍ ທັມຊາດ ນີ້ ໃຜບໍ່ຖືກ ກະທົບ ແຕ່ຢາກ ຍົກຍ້າຍ ຢາກຍ້າຍໄປ ຢູ່ຈະໄດ້ ຕິດຄຸກ (ປະຊາຊົນ ອີກ ຜູ້ນຶ່ງ ກໍເວົ້າວ່າ) ຍັງຢາກຢູ່ ຄັນວ່າ ກໍຄືວ່າ ຫັ້ນແຫລະ ທາງ ໂຄງການ ເຂົາກໍເອົາ ໃຈໃສ່ຢູ່ ເຂົາເວົ້າຊື່ໆ ແຕ່ສຸດທ້າຍ ກໍຍັງ ບໍ່ສນອງ ໄດ້ຕາມ ຄວາມ ຕ້ອງການ".

ຊາວ ແຂວງ ອຸດົມໄຊ ເວົ້າວ່າ ຫລັງຈາກ ຖືກ ນໍ້າຖ້ວມ ໃນປີ 2013 ທາງການ ມີຄໍາສັ່ງໃຫ້ ບາງບ້ານ ໃນ ແຂວງນີ້ ໂຍກຍ້າຍ ໄປຢູ່ ບ່ອນໃໝ່ ແຕ່ ທາງການ ບໍ່ໃຫ້ ຄ່າຊົດເຊີຍ, ປະຊາຊົນ ສ່ວນຫລາຍ ຈຶ່ງ ບໍ່ຢາກ ຍ້າຍໜີ. ພໍແຕ່ ພວກເຂົາເຈົ້າ ສະແດງ ຄວາມ ບໍ່ພໍໃຈ ກັບ ຄໍາສັ່ງນັ້ນ ກໍຖືກ ເຈົ້າໜ້າທີ່ ທາງການ ຂົ່ມຂູ່ວ່າ ຈະຈັບ ເຂົ້າຄຸກ ຂນະທີ່ ປະຊາຊົນ ຈາກ ແຂວງ ໄຊຍະບູຣີ ຊຶ່ງໄດ້ຮັບ ຜົລກະທົບ ຈາກ ໂຄງການ ໂຮງໄຟຟ້າ ຖ່ານຫີນ ຫົງສາ ເວົ້າວ່າ ຕົນເຄີຍ ຂໍຮ້ອງ ທາງ ໂຄງການ ຊ່ວຍຝຶກ ອົບຮົມ ວິຊາຊີພ ໃຫ້ ແຕ່ບໍ່ໄດ້ ຮັບການ ເອົາໃຈໃສ່, ຈະຮຽກຮ້ອງ ຫາ ທາງການ ຊ່ວຍ ກໍບໍ່ກ້າ.

ເວົ້າເຖິງການ ຮຽກຮ້ອງ ສິດທິ ຢູ່ ສປປລາວ ແມ່ນແຕ່ ພະນັກງານ ຣັຖກອນ ກໍບໍ່ກ້າ ທີ່ ຈະສະແດງ ຄວາມຄິດເຫັນ ຫລື ຮຽກຮ້ອງ ສິດທິ ຕ່າງໆ ຂອງຕົນ. ດັ່ງ ພະນັກງານ ແຂວງ ສວັນນະເຂດ ເປີດເຜີຍ ວ່າ ຕົນເອງ ແລະ ເພື່ອນ ຮ່ວມງານ ຫລາຍຄົນ ໄດ້ຮັບເງິນ ເດືອນ ຊ້າຮອດ 3 ເດືອນ ແຕ່ບໍ່ກ້າ ເວົ້າ ກັບ ຫົວໜ້າ:

"ກໍບໍ່ຮູ້ວ່າ ສາເຫດ ຢູ່ໃສ ທຸກມື້ນີ້ ຍັງບໍ່ໄດ້ ຫຍັງ ເງິນສິໄດ້ ເມື່ອໃດ ກໍບໍ່ຈັກ ເພີ່ນ ມີແຕ່ວ່າ ໄດ້ໆ ບໍ່ໄດ້ສູ້ ເວົ້າຈັ່ງໃດ ບໍ່ໄດ້ລົມ ຈັ່ງໃດ ມີແຕ່ໂອ ເມື່ອໃດ ນໍສິໄດ້ເງິນ ມັນຍາກຢູ່ ຈັກສິໄປ ປຶກສາ ນໍາໃຜ ບໍໄດ້ສູ້ເວົ້າ ໄປແນວນັ້ນ ແນວນີ້ ມັນບໍ່ໄດ້ ກໍຈໍາເປັນ ບໍ່ໍ່ໄດ້ ຂຶ້ນແນວນັ້ນ ແຫລະ ຢ້ານເຂົາວ່າ".

ທ່ານເວົ້າ ອີກວ່າ ບໍ່ແມ່ນແຕ່ ເຣຶ່ອງ ເງິນເດືອນ ເທົ່ານັ້ນ ທີ່ບໍ່ກ້າເວົ້າ ແມ່ນແຕ່ ຈະ ຮຽກຮ້ອງ ຕໍ່ໜ່ວຍງານ ທີ່ ກ່ຽວຂ້ອງ ຂອງ ທາງການ ກໍຢ້ານວ່າ ຈະເປັນການ ສ້າງຄວາມ ຫຍຸ້ງຍາກ ໃຫ້ກັບ ຕົນເອງ ແລະ ເຖິງແມ່ນ ຈະຮຽກຮ້ອງ ໄປ ກໍຄົງ ບໍ່ໄດ້ຮັບ ການ ພິຈາຣະນາ ແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.