ຣັຖມົນຕຣີການຕ່າງປະເທດ ຮ່ວມປະຊຸມ ອາຊຽນ

ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຮວມທັງ ຈາກ ສະຫະຣັຖ ອະເມຣິກາ, ເກົາຫລີໃຕ້, ຍິປຸ່ນ ແລະ ຈີນ ເຂົ້າຮ່ວມ ກອງປະຊຸມ ຕ່າງໆ ຂອງ ອາຊຽນ ທີ່ ສປປລາວ.

ສະຖານທີ່ຫໍປະຊຸມແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ ສປປລາວ RFA

ບັນດາຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຮວມທັງ ຣັຖມົນຕຣີ ການຕ່າງປະເທດ ຈາກ ສະຫະຣັຖ ອະເມຣິກາ, ເກົາຫລີໃຕ້, ຍີ່ປຸ່ນ ແລະຈີນ ເຂົ້າຮ່ວມ ກອງປະຊຸມຕ່າງໆ ຂອງ ອາຊຽນ ທີ່ ສປປ ລາວ.

ທ່ານ John Kerry ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ເດີນທາງ ໄປຮ່ວມ ກອງປະຊຸມ ຄວາມໝັ້ນຄົງ ຂອງ ບັນດາ ປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ ຊຶ່ງ ຄາດກັນວ່າ ບັນຫາ ສໍາຄັນ ທີ່ ຈະນໍາມາ ຫາລືກັນ ຄື, ຂໍ້ຂັດແຍ່ງ ຣະຫວ່າງ ຈີນ ແລະ ປະເທດ ເພື່ອນບ້ານ ໃນເຂດ ທະເລຈີນໃຕ້ ແລະ ການທົດລອງ ຈະຣວດ ນໍາວິຖີ ຂອງ ເກົາຫລີ ເໜືອ.

ຣັຖມົນຕຣີ ການຕ່າງປະເທດ ເກົາຫລີໃຕ້ ທ່ານ Yun Byung-se ກໍ ຈະເດີນທາງ ໄປລາວ ເພື່ອ ເຂົ້າຮ່ວມ ກອງປະຊຸມ ອາຊຽນ ເປັນຕົ້ນ ເວທີ ຄວາມໝັ້ນຄົງ ຣະດັບ ພາກພື້ນ ຊຶ່ງ ຈະຫາລືກັນ ເຖິງບັນຫາ ການຮ່ວມມື ແລະ ບັນຫາຕ່າງໆ ທີ່ ຕ່າງຝ່າຍຕ່າງ ໃຫ້ຄວາມສົນໃຈ.

ຂ່າວຈາກ ເວັບໄຊ ຂອງ ບາງກອກໂພັສທ ໃນ ວັນທີ 21 ກໍຣະກະດາ ນີ້ ກໍເວົ້າວ່າ ຣັຖມົນຕຣີ ການຕ່າງປະເທດ ຍີ່ປຸ່ນ ທ່ານ Fumio Kishida ມີກໍານົດ ຢ້ຽມຢາມ ສປປລາວ ເພື່ອຮ່ວມ ກອງປະຊຸມ ຣັຖມົນຕຣີ ການຕ່າງ ປະເທດອາຊຽນ ຊຶ່ງ ທ່ານຈະຫາລື ເຣື່ອງການຮ່ວມມື ກັບ ອາຊຽນ ແລະ ແລກປ່ຽນ ຄວາມຄິດເຫັນ ໃນບັນຫາ ພາກພື້ນ ແລະ ສາກົນ ຮວມເຖິງ ບັນຫາ ການເສີມ ຂຍາຍ ທາງທະຫານ ຂອງຈີນ ໃນ ທະເລຈີນໃຕ້ ນໍາດ້ວຍ.

ຣັຖມົນຕຣີ ການຕ່າງປະເທດ ຈີນ ທ່ານ Wang Yi ກໍຈະໄປຮ່ວມ ກອງປະຊຸມ ຕ່າງໆ ດັ່ງກ່າວ ທີ່ ນະຄອນຫຼວງ ວຽງຈັນ ແຕ່ວັນທີ 24 ຫາ 27 ກໍຣະກະດາ ນີ້. ຕາມຄໍາເວົ້າ ຂອງໂຄສົກ ການຕ່າງປະເທດ ຈີນ ທ່ານ Lu Kang ຕໍ່ ກອງປະຊຸມ ຂ່າວ ປະຈໍາວັນ ໃນ ວັນພະຫັດ ນີ້. ທ່ານ Wang Yi ຈະພົບພໍ້ ກັບ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ, ຍີ່ປຸ່ນ ແລະ ເກົາຫລີໃຕ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org