ຊາວບ້ານ ຢູ່ເມືອງນາຊາຍທອງ ທີ່ຖືກທະຫານຈັບ ຈະຖືກປ່ອຍໂຕມໍ່ໆນີ້

ຊາວບ້ານ ຢູ່ບ້ານສີສະຫວາດ ແລະບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ 5 ຄົນ ທີ່ຖືກເຈົ້າໜ້າທີ່ທະຫານກອງພັນ 513 ຈັບໄປ ເມື່ອວັນທີ່ 10 ເດືອນເມສາ ທີ່ຜ່ານມາ ຍ້ອນເກີດຂໍ້ຂັດແຍ່ງທີ່ດິນ ຢູ່ແຄມອ່າງນໍ້າຫູມນັ້ນ ຈະຖືກປ່ອຍໂຕ ປະມານວັນທີ່ 10 ມິຖຸນາ ທີ່ຈະມາເຖິງນີ້ ໂດຍຈະບໍ່ມີການສົ່ງຟ້ອງຮ້ອງເຖິງຂັ້ນສານ ແລະ ບໍ່ຖືກຕັ້ງຂໍ້ຫາຮ້າຍແຮງໃດໆທັ້ງສິ້ນ.

ເຈົ້າໜ້າທີ່ທະຫານ ແລະ ປະຊາຊົນ ຢູ່ບ່ອນເກີດເຫດການ ຂັດແຍ່ງທີ່ດິນ ລະຫວ່າງປະຊາຊົນແລະທະຫານ. ນັກຂ່າວ ພົລເມືອງ

ຊາວບ້ານ ຢູ່ບ້ານສີສະຫວາດ ແລະບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈໍານວນ 5 ຄົນ ທີ່ຖືກເຈົ້າໜ້າທີ່ທະຫານກອງພັນ 513 ຈັບໂຕໄປ ເມື່ອວັນທີ່ 10 ເດືອນເມສາ ທີ່ຜ່ານມາ ຍ້ອນເກີດຂໍ້ຂັດແຍ່ງທີ່ດິນ ຢູ່ແຄມອ່າງນໍ້າຫຸມນັ້ນ ຈະຖືກພາກສ່ວນທີ່ກ່ຽວຂ້ອງ ປ່ອຍໂຕອອກຈາກການຖືກຄຸມຂັງ ຢູ່ຄ້າຍຄຸມຂັງທະຫານ ບ້ານໜອງເຂັງ ເມືອງໄຊທານີ້ ນະຄອນຫຼວງວຽງຈັນ ປະມານວັນທີ່ 10 ມິຖຸນາ ທີ່ຈະມາເຖິງນີ້ ໂດຍຈະບໍ່ມີການສົ່ງຟ້ອງຮ້ອງເຖິງຂັ້ນສານ ແລະບໍ່ຖືກຕັ້ງຂໍ້ຫາຮ້າຍແຮງໃດໆທັ້ງສິ້ນ.

ດັ່ງຊາວບ້ານ ທີ່ຮູ້ເຫດການນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 1 ມິຖຸນາ ນີ້ວ່າ:

“ເຫັນເພິ່ນເວົ້າວ່າ ວັນທີ່ 10 ນີ້ແຫຼະ ຟັງ ໃຫ້ແຕ່ລູກຫຼານເພິ່ນແລ່ນ ສະບາຍຢູ່ ບໍ່ເປັນຫຍັງ ເພິ່ນກະວ່າ ໄດ້ຮັບປະກັນເອົາຕິເບາະ ເຮົາກະບໍ່ຮູ້ນ່າ.”

ໃນຂະນະທີ່ ຍາດພີ່ນ້ອງຂອງຊາວບ້ານ ທີ່ຖືກຄຸມຂັງຜູ້ນຶ່ງ ໃນຈໍານວນ 5 ຄົນດັ່ງກ່າວ ເຊິ່ງຂໍສງວນຊື່ແລະສຽງ ກ່າວວ່າ “ລາວເອງກໍໄດ້ຍິນຂ່າວວ່າ ຜູ້ກ່ຽວຈະໄດ້ຮັບການປ່ອຍໂຕ ໃນວັນທີ່ 10 ມິຖຸນາ ທີ່ຈະເຖິງນີ້ ແລະທາງຄອບຄົວ ກໍຕຣຽມໄປຮັບຜູ້ກ່ຽວກັບບ້ານ ສ່ວນຣາຍລະອຽດອື່ນໆ ຍັງບໍ່ສາມາດເວົ້າໄດ້ຫຼາຍໄປກວ່ານີ້.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະກະຊວງປ້ອງກັນໄປເທດ ເພື່ອສອບຖາມຄວາມຄືບໜ້າເພີ່ມຕື່ມ ກ່ຽວກັບຊາວບ້ານທັງ 5 ຄົນດັ່ງກ່າວນີ້ ແຕ່ກໍບໍ່ມີເຈົ້າໜ້າທີ່ຄົນໃດ ສາມາດເວົ້າເຖິງຣາຍລະອຽດຕື່ມໄດ້.

ມາຮອດປັດຈຸບັນ ສະຖານະການຂັດແຍ່ງ ລະຫວ່າງຊາວບ້ານເຈົ້າຂອງດິນ ແລະເຈົ້າໜ້າທີ່ທະຫານ ກອງພັນ 513  ຢູ່ເຂດດັ່ງກ່າວ ກໍໄດ້ສະຫງົບລົງແລ້ວ ໂດຍຕ່າງຝ່າຍຕ່າງບໍ່ໄດ້ມີການຫຍຸ້ງກ່ຽວ ຫຼືມີເຫດການອື່ນໆນໍາກັນອີກ ແຕ່ກໍມີຊາວບ້ານທີ່ເປັນເຈົ້າຂອງດິນຫຼາຍຄົນ ຍັງໄປເຝົ້າທີ່ດິນບ່ອນດັ່ງກ່າວຢູ່ທຸກມື້ ຕາມປົກກະຕິ.

ດັ່ງຊາວບ້ານທ່ານນຶ່ງ ກ່າວວ່າ:

“ເອີ່ຢູ່ພີ້ແຫຼະປະຈໍາ ມັນບໍ່ເປັນແນວນັ້ນຕິ ເຮົານີ້ມັນຄົນລະພາກສ່ວນຕິ ທະຫານເພິ່ນກະ ພາກສ່ວນນຶ່ງຕ່າງຫາກຫັ້ນນ່າ.”

ສ່ວນຊາວບ້ານອີກນາງນຶ່ງ ທີ່ເປັນເຈົ້າຂອງດິນ ຢູ່ເຂດຂັດແຍ້ງດັ່ງກ່າວ ແລະຖືກເຈົ້າໜ້າທີ່ຕົວະຍຶດເອົາເອກກະສານກ່ຽວກັບທີ່ດິນໄປນັ້ນ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສົ່ງເອກກະສານດັ່ງກ່າວນັ້ນ ຄືນໃຫ້ແກ່ລາວ ແລະຊາວບ້ານອີກຫຼາຍຄົນນໍາດ້ວຍ ເພື່ອໃຫ້ຄວາມເປັນທັມ ແລະເປັນການຮັບປະກັນວ່າ ຈະບໍ່ຖືກເຈົ້າໜ້າທີ່ທະຫານ ມາບຸກລຸກທີ່ດິນຕື່ມອີກ.

ດັ່ງຍານາງ ກ່າວວ່າ:

“ໃບຕາດິນນີ້ເອົາໄປເມືອງເດີ້ຊິນ່າ ເຮົານີ້ລະບໍ່ຮູ້ຈັກຫຍັງ ລະເອົາໄປແຈ້ງໃຫ້ເພິ່ນ ຢາກໃຫ້ທາງຂັ້ນເທິງຫັ້ນມາແກ້ໄຂ ໃຫ້ມັນແລ້ວສາ ໃຫ້ປະຊາຊົນຂອງໃຜຂອງມັນ ໃຫ້ເຂົາເຈົ້າມາເຮັດຢູ່ເຮັດກິນສ່າ ດຽວນີ້ດິນດອນ ອິຫຍັງມັນກະບໍ່ມີໝົດແລ້ວຊິນ່າ ປ່ອຍສາຫັ້ນນ່າ.”

ໃນຂະນະດຽວກັນ ຊາວບ້ານອີກນາງນຶ່ງ ທີ່ເປັນເຈົ້າຂອງດິນ ຢູ່ເຂດອ່າງນໍ້າຫຸມເຊັ່ນດຽວກັນນັັ້ນ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາຂໍ້ຂັດແຍ້ງນີ້ ໃຫ້ໝົດໄປ ບໍ່ໃຫ້ເປັນບັນຫາທີ່ແກ່ຍາວອີກ ເຊິ່ງລາວເອງ ແລະຊາວບ້ານອີກຫຼາຍຄົນ ກໍຢືນຢັນວ່າ ໄດ້ນໍາໃຊ້ທີ່ດິນບ່ອນນີ້ ມາຕັ້ງແຕ່ດົນແລ້ວ ດັ່ງນັ້ນ ຈຶ່ງເປັນໄປບໍ່ໄດ້ ທີ່ເຈົ້າໜ້າທີ່ທະຫານ ຈະມາສະແດງສິດເປັນຜູ້ນໍາໃຊ້ທີ່ດິນ.

ດັ່ງຍານາງ ກ່າວວ່າ:

“ຍັງ ເຂົາເຈົ້າຊິລົງມາ ຍັງບໍ່ເຫັນລົງມາປານນີ້ ລະເອົາແຕ່ຕາມເພິ່ນວ່າ ຊິແກ້ຍາມໃດແຫຼະ ຍັງບໍ່ຮູ້ຈັກນ່າ ໂອ ດິນຫັ້ນແທ້ ຂຶ້ນກັບສີສະຫວາດ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການປົກຄອງເມືອງນາຊາຍທອງ ແລະຫ້ອງການທີ່ດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອຖາມຣາຍລະອຽດເພີ່ມຕື່ມ ແຕ່ຍັງບໍ່ມີເຈົ້າໜ້າທີ່ຜູ້ໃດ ສະດວກໃຫ້ຂໍ້ມູນໄດ້.

ຢ່າງໃດກໍຕາມ ຊາວບ້ານ 5 ຄົນດັ່ງກ່າວ ທີ່ຍັງຖືກຄຸມຂັງ ຢູ່ຄ້າຍຄຸມຂັງທະຫານ ບ້ານໜອງເຂັງ ປະກອບມີ ຍານາງ ບຸນມີ ອາຍຸ 55 ປີ, ທ່ານຫງັດ ອາຍຸ 58 ປີ, ທ່ານບຸນທະວີ ອາຍຸ 36 ປີ, ທ່ານ ຄໍາພຸດ ອາຍຸ 49 ປີ ແລະ ພໍ່ຕູ້ອຸ່ນ ອາຍຸ 72 ປີ ເຊິ່ງພວກເຂົາເຈົ້າເປັນ 5 ຄອບຄົວ ໃນຈໍານວນທັງໝົດ 43 ຄອບຄົວ ທີ່ມີດິນຢູ່ແຄມອ່າງນໍ້າຫຸມ ທີ່ຂຶ້ນກັບບ້ານສີສະຫວາດ.

ສໍາລັບທີ່ດິນ ບ່ອນທີ່ເປັນບັນຫານັ້ນ ມີເນື້ອທີ່ຮວມ 250 ເຮັກຕ້າຣ໌ ກວມເອົາເນື້ອທີ່ຢູ່ເຂດບ້ານຫ້ວຍນໍ້າເຢັນ ແລະບ້ານສີສະຫວາດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍເປັນດິນ ທີ່ຊາວບ້ານ 43 ຄອບຄົວ ນໍາໃຊ້ມາຕັ້ງແຕ່ດົນ ເຊິ່ງໄດ້ຮັບການສືບທອດ ມາແຕ່ຣຸ່ນພໍ່ຣຸ່ນແມ່ ກ່ອນປີ 1975 ແລະກໍໃຊ້ເປັນບ່ອນທໍາການຜລິດໃນແຕ່ລະປີ ເຖິງແມ່ນວ່າ ຈະບໍ່ມີໃບຕາດິນຢ່າງຄັກແນ່ກໍຕາມ ແຕ່ພວກເຂົາເຈົ້າ ກໍເສັຽພາສີທີ່ດິນໃຫ້ແກ່ຣັຖທຸກປີ ແຕ່ມາຮອດປີ 2014 ມາ ເຈົ້າໜ້າທີ່ທະຫານ ຄ້າຍ 513 ພຍາຍາມມາປຸກສິ່ງກໍ່ສ້າງເທິງທີ່ດິນ ໂດຍອ້າງວ່າ ເປັນທີ່ດິນຂອງກະຊວງປ້ອງກັນປະເທດ ທີ່ໄດ້ຮັບສິດນໍາໃຊ້ ຈາກກະຊວງກະສິກັມ ແລະປ່າໄມ້ ພ້ອມທັງເອົາເອກກະສານທີ່ດິນ ຂອງຊາວບ້ານໄປ ແຕ່ກໍມີຊາວບ້ານຈໍານວນນຶ່ງ ໄດ້ກ໊ອບປີ້ເອກກະສານທີ່ດິນນັ້ນໄວ້ ແລະເກີດຂໍ້ຖົກຖຽງ ເຣື່ອງທີ່ດິນກັບທະຫານດັ່ງກ່າວ ມາຈົນຮອດປັດຈຸບັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org