ແມ່ຍິງລາວມຽນເປັນເຈົ້າເມືອງ ແຊນ ປາບໂລ
2014.12.04

ແມ່ຍິງລາວ ອະເມຣິກັນ ເຜົ່າມຽນ ຄົນທໍາອິດ ຄື ຍານາງ ແຄຕີ ຈ້າວ-ຣອທເບີກ ໄດ້ ຮັບແຕ່ງຕັ້ງ ຈາກ ສະພາ ເມືອງ ໃຫ້ເປັນ ເຈົ້າເມືອງ ເມືອງ ແຊນ ປາບໂລ ຣັຖ ຄາລີຟໍເນັຽ ເມື່ອ ວັນທີ່ 1 ທັນວາ 2014 ຊຶ່ງນັບວ່າ ເປັນຄວາມ ສໍາເຣັດ ຂອງຊາວ ອົພຍົບ ທີ່ ມາຈາກ ປະເທດ ລາວ.
ຍານາງ ຈະຮັບ ໜ້າທີ່ ເປັນ ເຈົ້າເມືອງ ເປັນເວລາ 1 ປີ ນັບ ແຕ່ນີ້້ ໄປຮອດ ເດືອນ ທັນວາ ປີໜ້າ. ຍານາງ ໄດ້ໃຫ້ ນັກຂ່າວ ວິທຍຸ ເອເຊັຽ ສັມພາດ ຊຶ່ງເປັນ ພາສາ ອັງກິດ ທີ່ ມີໃຈ ຄວາມ ດັ່ງນີ້:
"ຂ້ອຍດີໃຈ ຫລາຍ ທີ່ ໄດ້ຖືກ ແຕ່ງຕັ້ງ ໃຫ້ເປັນ ເຈົ້າເມືອງ ຂອງ ເມືອງນີ້. ຂ້ອຍ ຖືກຕັ້ງ ໃຫ້ເປັນ ເຈົ້າເມືອງໄດ້ ກໍຍ້ອນວ່າ ຜູ້ປ່ອນ ບັດ ໃນເມືອງ ແຊນ ປາບໂລ ເອງ ຄັນຊັ້ນ ກະບໍ່ໄດ້ ເປັນ ແລະ ເພື່ອນ ຮ່ວມງານ ທີ່ ສນັບສນູນ. ກ່ອນຂ້ອຍ ຈະໄດ້ຮັບ ເລືອກນັ້ນ ແມ່ນ ຍ້ອນ ບັນຫາ ນະໂຍບາຍ ທີ່ ຂ້ອຍຕໍ່ສູ້ ເພື່ອມັນ ແລະ ສຽງທີ່ຂ້ອຍ ເປັນ ໂຕແທນໃຫ້ ແມ່ນເພື່ອ ທຸກໆຄົນ ເພື່ອຜູ້ມີ ອາຍຸສູງ ເພື່ອ ຄອບຄົວ ເພື່ອຄົນ ເອເຊັຽ ເພື່ອ ຊາວຜີວດໍາ ເພື່ອ ຊາວຜີວຂາວ ຜູ້ເສັຽອົງຄະ ລວມແລ້ວ ແມ່ນເພື່ອ ທຸກໆຄົນ".
ຍານາງ ແຄຕີ ຈ້າວ ຣອທເບີກ ອາຍຸ 43 ປີ ເກີດຢູ່ ປະເທດລາວ ໄດ້ ອົພຍົບ ກັບຄອບຄົວ ມາຢູ່ ສະຫະຣັຖ ອະເມຣິກາ ຕອນ ອາຍຸ ໄດ້ 7 ປີ ເມື່ອປີ 1978 ແລະ ໄດ້ເປັນ ສັນຊາຕ ອະເມຣິກັນ ເມືອປີ 1985. ຈົບ ການສຶກສາ ປຣິນຍາຕຣີ ຈາກ ມະຫາວິທຍາໄລ ຄາລີຟໍເນັຽ ເບີກເຄີລີ ແລະ ຈົບ ປຣິນຍາໂທ ຈາກ ມະຫາ ວິທຍາໄລ Golden Gate University.
ເມື່ອ ຖາມວ່າ ເຮັດ ແນວໃດ ຈຶ່ງ ມາຮອດ ຈຸດນີ້ໄດ້ ຍານາງ ຕອບວ່າ ມັກເຮັດວຽກ ອາສາສມັກ ໃຫ້ຊຸມຊົນ ຕັ້ງແຕ່ ອາຍຸ ຍັງນ້ອຍ ກ່ອນຈະກ້າວ ເຂົ້າສູ່ ວົງການ ການເມືອງ ທ້ອງຖິ່ນ ໃນ ປັດຈຸບັນ. ເມື່ອ ປີການ ຜ່ານໄປ ຍານາງ ກໍ ເຂົ້າສມັກ ຮັບ ເລືອກຕັ້ງ ເພື່ອ ໃຫ້ຊາວລາວ ຊາວມຽນ ແລະ ຊາວເອເຊັຽ ໂດຍທົ່ວໄປ ມີສຽງຢູ່ ໃນ ສະພາ ຂອງເມືອງ:
"ມັນມີຄວາມ ຈໍາເປັນ ສໍາລັບ ຂ້ອຍ ທີ່ຕ້ອງ ເຂົ້າຮັບສມັກ ເປັນຜູ້ແທນ ຣະດັບ ເມືອງ ເພື່ອໃຫ້ເຮົາ ມີສຽງຕາງໜ້າ ຢູ່ໃນເມືອງ ແລະ ຢູ່ໃນການ ຕັດສີນ ຣະດັບ ນະໂຍບາຍ".
ກ່ອນໜ້າ ນີ້ ຍານາງ ແຄຕີ ຖືກເລືອກ ໃຫ້ເປັນ ສະມາຊິກ ສະພາ ເມືອງ ເມື່ອ ເດືອນ ເມສາ ປີ 2012.