ລາວສາມຄົນຄວນຖືກປ່ອຍຈາກ ຄຸມຂັງ
2016.06.07

ສະຫະພັນ ສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີຫ້ອງການ ຢູ່ ປາຣີ ປະເທດຝຣັ່ງ ໄດ້ອອກ ຖແລງການຮ່ວມ ຮຽກຮ້ອງ ໃຫ້ ທາງການລາວ ປ່ອຍຕົວ ຄົນລາວ 3 ຄົນ ຊຶ່ງ ການຈັບກຸມ ດັ່ງກ່າວ ກໍແມ່ນເພື່ອ ເຮັດໃຫ້ ປະຊາຊົນ ຜູ້ທີ່ໃຊ້ ສື່ສັງຄົມ ອອນລາຍ ຢ້ານກົວ ແລະ ຫວາດຣະແວງ. ດັ່ງ ຍານາງ ວານິດາ ເທບສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ການຈັບກຸມຄຸມຂັງ ທ້າວ ສຸການ ນາງ ຫລອດຄໍາ ແລະ ທ້າວສົມພອນ ການທີ່ ສປປລາວ ຕ້ອງມາຈັດ ສາກລະຄອນ ໃນ TV ເພື່ອໃຫ້ ປະຊາຊົນລາວ ຢ່້ານກົວ ແລະ ຫ້າມບໍ່ໃຫ້ ຊາວໜຸ່ມລາວ ໃຊ້ ເຟຊບຸຄ ເວົ້າຄວາມຈິງ ກ່ຽວກັບ ການບໍຣິຫານ ປະເທດ ເປັນການຣະເມີດ ສິດທິ ພື້ນຖານ ຂອງປະຊາຊົນ ຢ່າງຮ້າຍແຮງ ແລະ ໜັກໜ່ວງ".
ຜູ້ທີ່ຖືກຈັບ ຊື່ວ່າ ນາງ ຫລອດ ທຳມະວົງ ອາຍຸ 30 ປີ, ທ້າວ ສົມພອນ ພິມມະສອນ ອາຍຸ 29 ປີ, ແລະ ທ້າວ ສຸການ ໃຈທັດ ອາຍຸ 32 ປີ ຊຶ່ງ ທັງສາມຄົນ ຖືກ ເຈົ້າໜ້າທີ່ ທາງການລາວ ຈັບ ໃນເດືອນ ມິນາ ທີ່ຜ່ານມາ ຫລັງຈາກ ທີ່ເຂົາເຈົ້າ ເຂົ້າມາ ຕໍ່ໜັງສື ເດີນທາງ ແລະ ໃນຊ້ວງເດືອນ ກຸມພາ.
ທັງສາມຄົນ ແມ່ນເຮັດວຽກ ຢູ່ປະເທດໄທ ທ້າວ ສົມພອນ ແລະ ນາງ ຫລອດ ແມ່ນ ຖືກຈັບຢູ່ ບ້ານນາວາງ ເມືອງໜອງບົກ ແຂວງ ຄຳມ່ວນ ໃນວັນທີ 5 ມິນາ ແລະ ຖືກກັກຂັງ ຢູ່ຄຸກຄຳຂີ້ໄກ ຊຶ່ງ ເປັນຄຸກໃຫຍ່ ແຂວງຄຳມ່ວນ ກ່ອນທີ່ຈະ ຖືກສົ່ງມາ ນະຄອນຫຼວງ ວຽງຈັນ.
ສ່ວນ ທ້າວ ສຸການ ໃຈທັດ ແມ່ນຖືກຈັບ ຢູ່ແຂວງ ສະຫວັນນະເຂດ ໃນ ວັນທີ 22 ມິນາ ຢູ່ ທີ່ຫ້ອງການ ປກສ ແຂວງສະຫວັນນະເຂດ ແລ້ວ ກໍຖືກສົ່ງມາ ຢູ່ ນະຄອນຫຼວງ ວຽງຈັນ.
ທັງສາມຄົນ ແມ່ນຖືກ ເຈົ້າໜ້າທີ່ ກົມໃຫຍ່ ຕໍາຣວດ ກະຊວງປ້ອງກັນ ຄວາມສງົບ ນຳມາ ຖແລງຂ່າວ ໃນວັນທີ 25 ພຶສພາ ຕໍ່ ສື່ມວນຊົນ. ໂທຣະທັດ ແລະ ໜັງສືພິມ ຂອງ ປກສ ໂດຍຕັ້ງ ຂໍ້ຫາວ່າ ທັງສາມຄົນ ໃຊ້ ສື່ສັງຄົມ ອອນລາຍ ໃສ່ຮ້າຍ ປ້າຍສີ ແນວທາງ ຂອງພັກ ແລະ ຣັຖບານ.
ທ້າວ ສຸການ ແລະ ທ້າວ ສົມພອນ ກັບ ໝູ່ຄົນລາວ ຈຳນວນນຶ່ງ ທີ່ເຮັດວຽກ ຢູ່ບາງກອກ ປະເທດໄທ ເຄີຍພາກັນ ປະທ້ວງ ຢູ່ ສະຖານທູດລາວ ຢູ່ ບາງກອກ ປະເທດໄທ ໃນວັນທີ 2 ທັນວາ 2015 ທີ່ຜ່ານມາ. ແລະ ນອກຈາກນີ້ ທັງສອງຄົນ ຍັງ ວິພາກ ວິຈານ ຣັຖບານລາວ ໃນເຣື້ອງ ສິດທິມະນຸດ ຜ່ານທາງເຟຊບຸກ ກ່ອນທີ່ຈະຖືກ ທາງການລາວ ຈັບຕົວ.