ເມືອງກະລຶມຕ້ອງໂຍກຍ້າຍ ໄປ ເມືອງໃໝ່
2014.07.02

ເຈົ້າໜ້າທີ່ ແຂວງ ເຊກອງ ເປີດເຜີຍວ່າ ຈະມີຄໍາສັ່ງ ໃຫ້ ປະຊາຊົນ ເມືອງ ກະລຶມ ຈໍານວນ 439 ຫລັງຄາ ເຮືອນ ໂຍກຍ້າຍ ຈາກ ເມືອງກະລຶມ ເກົ່າ ໄປຢູ່ເມືອງ ກະລຶມ ໃໝ່ ໃນປີ 2014 ນີ້ ຍ້ອນ ໂຄງການ ກໍ່ສ້າງ ເຂື່ຶອນ ເຊກອງ 4 ແລະ ໂຄງການ ຂຸດຄົ້ນ ຖ່ານຫີນ ຈະກວມເອົາ ຊຶ່ງ ຂະນະນີ້ ມີການ ປຸກສ້າງ ເຮືອນ ຫລາຍຫລັງ ແລ້ວ:
"ປຸກສ້າງ ເຮືອນ ປະຊາຊົນ 439 ຫລັງ ກໍຖືວ່າ ມີຄວາມ ຄືບໜ້າ ຫລາຍ ມັນຕ້ອງໄດ້ ໂຍກຍ້າຍ ກ່ອນ ການຈັດຕັ້ງ ປະຕິບັດ ສໍາເຣັດ ຮັ້ນແຫລະ ຄວາມໝາຍ ວ່າ ເຮົາມີໄຟ ແລ້ວ ມີນໍ້າແລ້ວ ກໍຖືວ່າ ຍ້າຍ ໄປຢູ່ໄດ້".
ທ່ານກ່າວ ຕໍ່ໄປວ່າ ປັດຈຸບັນ ກໍາລັງ ເລັ່ງ ຕິດຕັ້ງ ໄຟຟ້າ ແລະ ສ້າງໃຫ້ມີ ນໍ້າ ປະປາ ຢູ່ບ້ານ ຈັດສັນ ສໍາລັບ ປະຊາຊົນ 2,000 ກວ່າຄົນ. ບ້ານຈັດສັນ ໃໝ່ ທີ່ ວ່ານີ້ ຕັ້ງຢູ່ໃນ ເຂດບ້ານ ວັກເໜືຶອ ເມືອງ ກະລຶມ ໃໝ່, ຫ່າງຈາກ ບ້ານເດີມ ໄປ ທາງທິດ ຕາເວັນອອກ ປະມານ 32 ຫລັກ ກິໂລແມັດ.
ທ່ານວ່າ ຂະນະນີ້ ທາງການ ກໍາລັງ ຊອກຫາ ທີ່ດິນ ເພາະປູກ ໃຫ້ ປະຊາຊົນ ແທນ ບ່ອນເກົ່າ ທີ່ຄາດວ່າ ຈະຖືກ ນໍ້າຖ້ວມ ເມື່ອ ສ້າງເຂື່ອນ ທີ່ວ່ານັ້ນ ສໍາເຣັດ. ເຂື່ອນ ໄຟຟ້າ ເຊກອງ 4 ຈະຜລິດ ກະແສໄຟຟ້າ ໄດ້ 600 MW ແລະ ຄາດວ່າ ການກໍ່ສ້າງ ຈະສໍາເຣັດ ໃນປີ 2017 ແລະ ໂຄງການ ຂຸດຄົ້ນ ຖ່ານຫິນ ຂອງ ບໍຣິສັດ ພອນສັກ ທີ່ ກວມເອົາພື້ນທີ່ ເມືອງ ກະລຶມ ແລະ ທ່າແຕງ ຢູ່ແຂວງ ເຊກອງ ໃນ ເນື້ອທີ່ ປະມານ 1 ແສນ ເຮັກຕາ ນັ້ນ ກໍໄດ້ເລີ້ມ ດໍາເນີນການ ແລ້ວ.