ສູນປາແດກຈະຈັດງານ ລຳຣຶກ ທ.ສົມບັດ
2016.12.09
ຄອບຄົວ ທ່ານ ສົມບັດ ສົມພອນ ແລະ ເຄືອຂ່າຍ ຂອງສູນອົບຮົມ ຮ່ວມພັທນາ ຫຼື ສູນປາແດກ ຈະຮ່ວມກັນ ຈັດງານ ລຳຣຶກເຖິງ ທ່ານ ສົມບັດ ສົມພອນ, ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ແລະ ທັງເປັນຜູ້ກໍ່ຕັ້ງ ສູນອົບຮົມ ຮ່ວມພັທນາ ພາຍຫຼັງທີ່ ທ່ານ ຖືກລັກພາຕົວໄປ ເມື່ອ 4 ປີກ່ອນ.
ສະມາຊິກ ຄອບຄົວ ທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ RFA ເມື່ອວັນທີ 8 ທັນວາ ນີ້ວ່າ ໃນງານນັ້ນ ແມ່ນຈະໄດ້ ມີພິທີ ທາງສາສນາ ແລະ ຈະມີການ ເລົ່າ ຊີວະປະຫວັຕ ຂອງ ທ່ານນຳດ້ວຍ:
"ປີນີ້ ກະຊິຈັດງານ ຄົບຮອບ 4 ປີເນາະ, ກະເປັນການ ເຮັດບຸນ ຫາເພິ່ນຫັ້ນແຫຼະ ທາງສາສນາ ເນາະ ພິທິກັມ ທາງ ສາສນາເຮົາ. ປີນີ້ ກະຈະ ເວົ້າເຣື້ອງຄວາມ ເປັນມາ ຂອງລຸງ ບັດ, ຊີວິຕ ຕັ້ງແຕ່ວັຍເດັກ ຂອງລາວ ເປັນແນວໃດ, ເປັນຫຍັງ ຄ່ອຍມາເຮັດ ວຽກພັທນາ, ອີ່ຫຍັງ ປະມານນັ້ນແຫຼະ ເຮົາກະຊິ ເອົາປວັຕ ຂອງລາວ ມາເລົ່າ, ປະມານນັ້ນ".
ໃນຂນະດຽວກັນ ຜູ້ຕາງໜ້າ ຄນະບໍຣິຫານ ຂອງ ສູນອົບຮົມ ຮ່ວມພັທນາ ກໍໄດ້ ໃຫ້ສຳພາດ ວັນດຽວກັນ ນັ້ນວ່າ ໃນງານລຳຣຶກ ເຖິງທ່ານ ສົມບັດ ສົມພອນ ທີ່ຖືກ ລັກພາຕົວໄປ ເມື່ອ 4 ປີ ກ່ອນນັ້ນ ນອກຈາກ ພິທີດັ່ງກ່າວ ນັ້ນແລ້ວ ກໍຈະມີ ການວາງສະແດງ ຜົລງານ ການ ເຄື່ອນໄຫວ ຂອງທ່ານ ແລະ ຂອງເຄືອຂ່າຍ ຂອງ ສູນປາແດກ ນຳດ້ວຍ:
"ເປັນການລຳຣຶກ ເຖິງຜູ້ກໍ່ຕັ້ງເນາະ, ຜູ້ກໍ່ຕັ້ງກະຄື ທ່ານ ສົມບັດ ສົມພອນ ຫັ້ນ, ລະກະເບິ່ງ ຜົລງານຄືນ ທີ່ເພິ່ນສ້າງມາ ໃຫ້ແກ່ພວກເຮົາ, ລວມທັງ ບັນດາສູນຕ່າງໆ ຫຼືວ່າສະຖາບັນ ຕ່າງໆຫັ້ນກໍ. ໂຕທີ 2, ແນ່ນອນ ເພື່ອເປັນ ການເອກອ້າງ ລະກະບອກໃຫ້ ບັນດາ ເພື່ອນ ຮ່ວມງານ ຫຼື ຄູ່ຮ່ວມງານ ສາກົນ ທັງຄູ່ຮ່ວມງານ ທັງລາວ ທັງຕ່າງປະເທສ ວ່າ ແນວຄວາມຄິດ ຫຼື ປັຊຍາ ຂອງເພິ່ນຫັ້ນ ຍັງຄົງຢູ່ ດ້ວຍເຫຕຜົລ ທີ່ວ່າຍັງ ສຳຄັນ ແລະ ຈຳເປັນ ສຳລັບ ວຽກງານ ການພັທນາ ໃນລາວ, ວ່າຊັ້ນ ເທາະໄປ໋".
ງານລຳຣຶກເຖິງ ທ່ານ ສົມບັດ ສົມພອນ ຄົບຮອບ 4 ປີ ໃນປີນີ້ ທີ່ທ່ານໄດ້ຖືກ ລັກພາໂຕໄປ ຈາກໜ້າປ້ອມຍາມ ຕຳຣວດ ຈາຣະຈອນ ກົງກັນຂ້າມ ໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ກາງ ນະຄອນຫຼວງ ວຽງຈັນ ນັ້ນ ຈະຈັດຂຶ້ນ ໃນມື້ວັນທີ 15 ທັນວາ ຄືວັນທີ່ ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປ ເມື່ອ ວັນທີ 15 ທັນວາ 2012 ນັ້ນ.
ງານຄັ້ງນີ້ ຄາດວ່າຈະມີ ບັນດາ ເພື່ອນຮ່ວມງານ ທັງຄົນລາວ ແລະ ຕ່າງປະເທສ, ຜູ້ຕາງໜ້າ ຈາກອົງການ ຈັດຕັ້ງສາກົນ, ຄູ່ຮ່ວມ ພັທນາສາກົນ, ຜູ້ຕາງໜ້າ ສະຖານທູດ ຕ່າງປະເທສ ປະຈຳລາວ, ອະດີດ ພະນັກງານ ແລະ ອະດີດ ອາສາສມັກ ຂອງ ສູນປາແດກ ເຂົ້າຮ່ວມ.