ຣັຖບານລາວບໍ່ໃສ່ໃຈເຣື່ອງ ທ.ສົມບັດ : ສິດທິມະນຸດສາກົນ

ໄຊຍາ
2020.01.29
F-Sombat ( File photo ) ຊາວເອເຊັຽ ທ້ອນໂຮມ ເພື່ອ ທັກທ້ວງຮຽກຮ້ອງ ໃຫ້ຣັຖບານ ສປປ ລາວ ສືບສວນແກ້ໄຂ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ
sombath.org

ໃນກອງປະຊຸມທົບທວນ ການປະຕິບັດສິດທິມະນຸດ ໃນລາວ ຢູ່ນະຄອນເຈນີວາ ປະເທດ ສວິດເຊິແລນ ເມື່ອວັນທີ 21 ມົກກະຣາ ຜ່ານມາ, ທ່ານ ພູໂຂງ ສີສຸລາດ ເອກອັຄຣັຖທູດລາວ ປະຈຳປະເທດເບລຢ້ຽມ ໄດ້ຊີ້ແຈງການສືບສວນ ກໍຣະນີການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນວ່າ:

"ກໍຣະນີການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ຕ້ອງການເວລາຕື່ມ."

ຕໍ່ຄຳເວົ້າດັ່ງກ່າວອົງການສາກົລ ດ້ານສິດທິມະນຸດ ຫຼາຍອົງການຕ່າງ ກໍຮູ້ສຶກຜິດຫວັງ ນຶ່ງໃນນັ້ນຄື ທ່ານ ຟີລ ໂຣເບີດສັນ ຜູ້ອຳນວຍການ ອົງການ Human right watch ປະຈຳພູມມີພາກ ເອເຊັຽ ໄດ້ກ່າວວ່າ:

"ທາງຣັຖບານລາວ ບໍ່ຄ່ອຍສະແດງຄວາມຈິງໃຈ ໃນການຊອກຫາຂໍ້ມູນ ແລະຄວາມຈິງຂອງ ສົມບັດ ສົມພອນ ທາງຣັຖບານຮູ້ວ່າເກີດຫຍັງ ຂຶ້ນກັບເຂົາການຫາຍສາບສູນນັ້ນ ຣັຖບານພຍາຍາມບິດເບືອນ ຄວາມຈິງຕໍ່ສາກົລ ແຕ່ວ່າຄວາມເປັນຈິງ ຫຼາຍພາກສ່ວນ ຮູ້ແລະເຂົາເຈົ້າ ເປີດເຜີຍບໍ່ໄດ້ ຍ້ອນເຂົາສົງໃສວ່າຣັຖບານ ມີສ່ວນຮ່ວມໃນການຫາຍສາບສູນ ຄັ້ງນີ້."

ທ່ານໄດ້ກ່າວຕື່ມວ່າ ນອກຈາກທ່ານ ສົມບັດ ສົມພອນ ແລ້ວຍັງຕ້ອງການໃຫ້ຣັຖບານ ເປີດເຜີຍຂໍ້ມູນ ການຫາຍສາບສູນ ຂອງ ທ້າວ ອອດ ໄຊຍະວົງ ແລະ ການວິພາກວິຈານ ຣັຖບານ ຂອງ ນາງໝວຍ ວ່າເປັນຫຍັງຈຶ່ງ ຕັດສີນໃຫ້ຈຳຄຸກ.

ຍານາງ ກອນກະນົກ ຄຳຕາ ຄນະກຳມະການ ອົງການ Amnesty International ປະຈຳປະເທດໄທ ກໍໄດ້ໃຫ້ຄຳເຫັນ ກ່ຽວກັບການ ຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ແລະ ເຣື່ອງການຈັບ ຜູ້ສະແດງຄຳເຫັນ ກ່ຽວກັບການເຮັດວຽກ ຂອງຣັຖບານ ວ່າ:

"ການຈັບຍ້ອນການສະແດງຄຳຄິດຄຳເຫັນ ບໍ່ສົມຄວນເກີດໃນປະເທດໃດກໍຕາມ ເພາະວ່າການສະແດງ ຄຳຄິດຄຳເຫັນ ເປັນສິດທິເສຣີພາບ ຂັ້ນພື້ນຖານຂອງມະນຸດທຸກຄົນ ແລ້ວກໍຈຳເປັນທີ່ທາງຣັຖບານລາວ ຈະສະແດງໃຫ້ເຫັນເຖິງຄວາມໂປ່ງໃສ ແລະ ຄວາມບໍຣິສຸດໃຈ ວ່າທີ່ຈິງ ແລ້ວຕັ້ງໃຈ ທີ່ຈະຊ່ອຍເຫຼືອ ປະຊາຊົນຕົນເອງ ບໍ່ໄດ້ຕັ້ງໃຈຈະປິດປາກຫຼືວ່າປິດ ການສະແດງຄວາມຄິດເຫັນ ຕໍ່ການປະຕິບັດໜ້າທີ່ ຂອງ ທາງການ."

ນອກຈາກນີ້ເຈົ້າໜ້າທີ່ ອົງການສາກົລໃນລາວ ໄດ້ໃຫ້ຄຳເຫັນເຖິງສິດທິເສຣີພາບໃນລາວ ວ່າເກືອບບໍ່ມີຫຍັງປ່ຽນແປງ ປະຊາຊົນບໍ່ສາມາດ ເຮັດຫຍັງ ເພື່ອປົກປ້ອງສິດຂອງຕົນເອງໄດ້:

"ພາກສ່ວນໃນການໂຄສະນາ ຂະເຈົ້າໂຄສະນາໄປ ແຕ່ວ່າພາກສ່ວນທີ່ວ່າປະຕິບັດໂຕຈິງ ມັນບໍ່ໄດ້ຈັ່ງຊັ້ນ ແທບຈະບໍ່ໄດ້ມິີຫຍັງປ່ຽນແປງ ເພາະວ່າຖ້າເບິ່ງຕາມຄວາມເປັນຈິງແລ້ວ ມັນກໍ່ມີແຕ່ໂຄສະນາ ຫຼືວ່າ ການເວົ້າການວ່າ ມັນກໍມີແຕ່ວ່າປະຊາຊົນ ກໍຍັງບໍ່ໄດ້ສິດທິຂະເຈົ້າ ເຕັມຮ້ອຍ ທີ່ເຂົາເຈົ້າຄວນຈະໄດ້ຮັບ ໂຕຢ່າງເຊັ່ນການຍ້າຍທີ່ດິນ ບໍ່ຂຶ້ນມາປົກປ້ອງສິດທິ ຂອງໂຕເອງ ສິດທິຄວນຈະໄດ້ຮັບຂອງໂຕເອງ ແຕ່ກໍຖືກຄັດຄ້ານ ຫຼືວ່າຖືກໂຈມຕີຖືກເວົ້າ ໂດຍຣັຖບານ."

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ລາວ ກໍໃຫ້ຄວາມເຫັນເຣື່ອງທີ່ອົງການສາກົລ ຕ້ອງການໃຫ້ຣັຖບານລາວ ປະຕິບັດຕາມຫຼັກສິດທິມະນຸດ ວ່າ:

"ເຮົາເຂົ້າໃຈວ່າເຂົາເຈົ້າຜັກດັນຢາກໃຫ້ຣັຖບານ ເຄົາຣົບສິດທິມະນຸດເນາະມິສິດທິຈະເວົ້າ ມິສິດທີ່ຈະເວົ້າ ໃນສີ່ງເຮົາສະແດງ ຄວາມຄິດ ຄວາມເຫັນ ຂອງເຮົາອອກໄປ ເຣື່ອງການເມືອງ ແຕ່ວ່າເຮົາຄິດວ່າ ວິທີການເຮັດກັບເຮົາ ຕ້ອງຄ່ອຍເປັນຄ່ອຍໄປ ແລ້ວກໍຕ້ອງເຂົ້າໃຈວ່າ ຣະບອບຂອງເຮົາ ມັນບໍ່ແມ່ນຣະບອບເສຣີ ປະຊາທິປະຕັຍເນາະ ການທີ່ຈະມາປ່ຽນແປງ ຜັກດັນໃຫ້ເກີດແບບມີສິດເສຣີພາບ ເວົ້າຢ່າງດຽວ ຫັນນ່າ ກໍ່ແບບນີ້ມັນກໍຂ້ອນຂ້າງ ທີ່ຈະຍາກ."

ເຖິງຢ່າງໃດກໍ່ຕາມ ໃນກອງປະຊຸມ ທົບທວນ ການປະຕິບັດສິດທິມະນຸດ ໃນລາວ ເທື່ອນີ້ ຄນະຜູ້ແທນຈາກຣັຖບານລາວ ເວົ້າວ່າຈະສືບຕໍ່ ປະຕິບັດ ຕາມຫຼັກສິດທິມະນຸດ ໃຫ້ດີຫຍິ່ງຂຶ້ນ ສ່ວນເຣື່ອງ ທ່ານ ສົມບັດ ສົມພອນ ນັ້ນກໍຈະສືບຕໍ່ສືບສວນຕໍ່ໄປ ແຕ່ທຸກຢ່າງກໍຕ້ອງໃຊ້ ເວລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.