ຄວາມຄືບໜ້າລະເບີດແຕກ
ລູກລະເບີດມື ທີ່ແຕກ ຢູ່ໂຮງຮຽນ ມັທຍົມ ເມືອງໄຊ ແມ່ນຄຣູຝຶກ ເປັນຜູ້ ຖືມາເອງ.
-
ສົມເນ
2017-01-27 -
-
-
Your browser doesn’t support HTML5 audio
ຫົວໜ້າ ສໍານັກງານ ຕໍາຣວດ ເມືອງໄຊ ແຂວງອຸດົມໄຊ ກ່າວຕໍ່ ສື່ມວນຊົນລາວ ວ່າ ລູກລະເບີດມື ທີ່ແຕກຢູ່ ໂຮງຮຽນ ມັທຍົມ ເມືອງໄຊ ໃນຕອນເຊົ້າ ຂອງ ວັນອັງຄາມ ທີ 24 ມົກກະຣາ 2017 ແມ່ນ ຄຣູຝຶກທີ່ສອນ ການໃຊ້ອາວຸດ ເປັນຜູ້ຖືມາ ດ້ວຍໂຕເອງ.
ເຫດລະເບີດແຕກ ໃນວັນນັ້ນ ແມ່ນໃນເວລາ ຄຣູຝຶກ ສະແດງວິທີ ການໃຊ້ລະເບີດມື ໃຫ້ນັກຮຽນ ເບິ່ງ. ທ່ານວ່າ ຕາມການຝຶກສອນ ໃນແຕ່ລະເທື່ອ ຜ່ານມານັ້ນ ບໍ່ເຄີຍໃຊ້ ລະເບີດແທ້ ມີແຕ່ລະເບີດ ປອມ ເທົ່ານັ້ນ, ແຕ່ວ່າເທື່ອນີ້ ຄຣູຝຶກ ພັດຖືທັງ ລະເບີດປອມ ແລະ ລະເບີດແທ້ ມານໍາກັນ ເມື່ອດຶງສະກັດ ອອກແລ້ວ ຈຶ່ງຮູ້ວ່າແມ່ນ ລະເບີດແທ້ ກໍເລີຍເປັນ ອຸປຕິເຫຕ ລະເບີດແຕກຂຶ້ນ ເຮັດໃຫ້ ຄຣູຝຶກ ເສັຽຊີວິດ ຄາທີ່,
ນັກຮຽນ 26 ຄົນໄດ້ຮັບບາດເຈັບ ເລັກນ້ອຍ ຈາກ ສະເກັດລະເບີດ, ແຕ່ວ່າມີ ນັກຮຽນ 3 ຄົນ ມີອາການ ຫາຍໃຈຍາກ ກໍເລີຍນໍາສົ່ງ ໄປກວດຢູ່ ໂຮງໝໍຂອງຈີນ ຢູ່ພາຍໃນ ແຂວງນັ້ນ.
ຕາມຫລັກສູດ ການສອນ ໃນໂຮງຮຽນ ມັທຍົມນັ້ນ ໃນທຸກໆປີໃດ ນັກຮຽນຕ້ອງ ໄດ້ຮຽນວິຊາ ພຶື້ນຖານ ການທະຫານ 1 ອາທິດ, ສ່ວນຢູ່ ໂຮງຮຽນ ການສືກສາ ຊັ້ນສູງ ນັກສຶກສາ ຕ້ອງຝຶກວິຊາ ທະຫານ ຫຼາຍອາທິດ.