ການໃຊ້ອິນເຕິເນັດທີ່ ຖືກຕ້ອງ

ອຸ່ນແກ້ວ ສຸກສະຫວັນ
2015.11.03
F-internet ການໃຊ້ ອິນເຕິເນັດ ທີ່ ຖືກຕ້ອງ ຄືການຮຽນຮູ້ ຊອກຫາຂໍ້ມູນ ທີ່ເປັນປະໂຫຍດ
Citizen journalist

ເຈົ້າໜ້າທີ່ ທາງການ ລາວ ເລີ້ມສອນ ນັກຮຽນ ການໃຊ້ ອິນເຕິເນັດ ຢ່າງ ຖືກຕ້ອງ ແລະ ປອດໄພ ໃນ ໂຮງຮຽນ ມັທຍົມ ຢູ່ ນະຄອນຫຼວງ ວຽງຈັນ ເຈົ້າໜ້າທີ່ ໂຮງຮຽນ ໄດ້ ສົ່ງ ຈົດໝາຍ ແຈ້ງເຖິງ ຜູ້ປົກຄອງ ແລ້ວ ກ່ຽວກັບ ການ ຝຶກສອນ. ດັ່ງ ທ່ານ ກ່າວວ່າ:

"ກໍມີ ແຕ່ ບໍ່ເຖິງຂັ້ນ ລົນນະລົງ ມີແຕ່ເຮົາ ແຈ້ງ ຜູ້ປົກຄອງ ຕັ້ງແຕ່ຕົ້ນ ປີ ຮຽນ".

ເຈົ້າໜ້າທີ່ ກ່າວ ອີກວ່າ ນອກຈາກ ໂຄງການ ຂອງ ຣັຖ ແລ້ວ ທາງ ໂຮງຮຽນ ກໍ ໄດ້ມີ ການຮ່ວມມື ກັບ ຜູ້ປົກຄອງ ໃນການ ກວດກາ ນັກຮຽນ ບໍ່ໃຫ້ ຫຼິ້ນ ອິນເຕິເນັດ ຈົນ ລະເລີຍ ການຮຽນ ແລະ ທາງ ໂຮງຮຽນ ກໍໄດ້ ສອນ ວິທີ ໃຊ້.

ເຈົ້າໜ້າທີ່ ໂຮງຮຽນ ມັທຍົມ ອີກ ແຫ່ງນຶ່ງ ກ່າວ ໃນທໍານອງ ດຽວກັນ ວ່າ ທາງ ໂຮງຮຽນ ບໍ່ໄດ້ ເຂົ້າຮ່ວມ ກັບ ຣັຖບານ ໃນ ໂຄງການ ນີ້ ແຕ່ ໂຮງຮຽນ ກໍມີການ ອົບຮົມ ການນໍາໃຊ້ ອິນເຕິເນັດ ແລະ ສື່ສັງຄົມ ອອນລາຍ ຢູ່ແລ້ວ. ດັ່ງ ທ່ານ ກ່າວວ່າ:

"ຊິໄປ ປະກາດ ໃຫ້ ນັກຮຽນ ໃຊ້ໝົດ ເພາະ ເຮົາຕ້ອງ ໃຊ້ຂໍ້ມູນ ຂະເຈົ້າວ່າ ຄວນໃຊ້ ອິນເຕິເນັດ ໃນ ກໍຣະນີ ໃດ ໃຊ້ ເຮັດຫຍັງ ບໍ່ແມ່ນວ່າ ນັກຮຽນ ຈະ ໄປ ອະນຸຍາດ ໃຫ້ ຂະເຈົ້າ ໃຊ້ໝົດ ໃນທຸກ ກໍຣະນີ ຢູ່ ໂຮງຮຽນ ນີ້ນະ ພວກເຮົາ ກໍ ພຍາຍາມ ໃຫ້ຂໍ້ມູນ ເຂົາຢູ່ ຕລອດ ແລະ ກໍມີການ ກວດກາ ການ ນໍາໃຊ້ ຂອງ ຂະເຈົ້າ ຢູ່".

ເຈົ້າໜ້າທີ່ ທາງການ ລາວ ເຫັນວ່າ ການໃຊ້ ອິນເຕິເນັດ ມີທັງດີ ແລະ ບໍ່ດີ ຊຶ່ງ ຂໍ້ດີ ຄື ອິນເຕິເນັດ ຊ່ວຍ ອໍານວຍ ຄວາມ ສະດວກ ໃຫ້ ປະຊາຊົນ ສາມາດ ແລກປ່ຽນ ແລະ ແບ່ງປັນ ຂໍ້ມູນ ຂ່າວສານ ແຕ່ ຂໍ້ເສັຽ ຄື ການສົ່ງ ຂໍ້ມູນ ແບບ ລາມົກ ອະນາຈານ.

ໂຄງການ ສອນ ນັກຮຽນ ໃຊ້ ອິນເຕິເນັດ ຢ່າງ ຖືກຕ້ອງ ແລະ ປອດໄພ ມີຂຶ້ນ ໃນ ວັນທີ 21 ກັນຍາ 2015 ໂດຍມີ ເຈົ້າໜ້າທີ່ ຈາກ ສູນ ອິນເຕີເນັດ ແຫ່ງຊາດ ແລະ ກະຊວງ ໄປສະນີ ໂທຣະຄົມ ມະນາຄົມ ແລະ ການສື່ສານ ຮ່ວມເປັນ ກັມມະການ ເພື່ອ ຈັດຕັ້ງ ປະຕິບັດ ໂຄງການ ດັ່ງກ່າວ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.